ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສຫລ ແລະ ສປປ ລາວ ປະກາດ ການເປັນ ຄູ່ຮ່ວມມື ແບບກວມລວມ


ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ (ຊ້າຍ) ແລະທ່ານບຸນຍັງ ວໍລະຈິດ ປະທານປະເທດ ສປປ ລາວ.
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ (ຊ້າຍ) ແລະທ່ານບຸນຍັງ ວໍລະຈິດ ປະທານປະເທດ ສປປ ລາວ.

ປະທານາທິບໍດີ ສະຫະລັດ ທ່ານບາຣັກ ໂອບາມາ​ ຢ້ຽມຢາມ ສປປ ລາວ ຢ່າງເປັນທາງ ການຄັ້ງປະຫວັດສາດ ພ້ອມທັງເຂົ້າຮ່ວມກອງປະຊຸມສຸດຍອດອາຊ່ຽນແລະກອງປະຊຸມ ສຸດຍອດເອເຊຍຕາເວັນອອກແຕ່ວັນທີ 5 ຫາວັນທີ 8 ກັນຍາ. ໃນລະຫວ່າງການພົບປະ ສຸດຍອດກັບຜູ້ນຳຂອງລາວນັ້ນ ທັງສອງຝ່າຍໄດ້ອອກຖະແຫຼງການຮ່ວມສະບັບນຶ່ງ ຊຶ່ງ ໄພສານ ມີລາຍລະອຽດເພີ້ມຕື່ມ ກ່ຽວກັບເລື້ອງນີ້ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ເດີນທາງມາຢ້ຽມຢາມ ສປປ ລາວ ຕາມ ຄຳເຊີນ ຂອງທ່ານບຸນຍັງ ວໍລະຈິດ ປະທານປະເທດ ສປປ ລາວ.

ໃນໂອກາດການມາຢ້ຽມຢາມຄັ້ງນີ້ ປະທານາທິບໍດີໂອບາມາໄດ້ເດີນທາງມາເຖິງນະຄອນ ຫລວງວຽງຈັນ ໃນຕອນແລງວັນທີ 5 ກັນຍາ ແລະກໍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນແລະ ສົມກຽດຈາກຝ່າຍລາວ​. ໃນມື້ຕໍ່ມາ ທ່ານໂອບາມາ ກໍໄດ້ພົບປະສອງຝ່າຍກັບທ່ານບຸນຍັງ ທີ່ທຳນຽບປະທານປະເທດ.

ໃນການພົບປະດັ່ງກ່າວນີ້ ທັງສອງຝ່າຍ ແມ່ນໄດ້ຕີລາຄາສູງ ກ່ຽວກັບ ການມາຢ້ຽມຢາມ ສປປ ລາວຄັ້ງທຳອິດ ແລະຄັ້ງປະຫວັດສາດ ຂອງປະທານາທິບໍດີສະຫະລັດ ຊຶ່ງເປັນນິ ມິດໝາຍອັນດີ ໃນການເສີມຂະຫຍາຍ ການພົວພັນຮ່ວມມື ລະຫວ່າງປະເທດທັງສອງ ຫຼັງຈາກໄດ້ມີການສະເຫຼີມສະຫຼອງສາຍພົວພັນການທູດ ຄົບຮອບ 60 ປີ ໃນປີແລ້ວນີ້.

Obama Laos
please wait
Embed

No media source currently available

0:00 0:01:02 0:00

ນອກນັ້ນ ຜູ້ນຳທັງສອງ ຍັງໄດ້ທົບທວນຕີລາຄາ ການຮ່ວມມືສອງຝ່າຍລະຫວ່າງສະຫະ ລັດ ແລະ ສປປ ລາວທີ່ໄດ້ຮັບການປັບປຸງເທື່ອລະກ້າວ​ພ້ອມທັງໄດ້ສະເໜີທິດທາງການ ພົວພັນໃນອະນາຄົດຕໍ່ໜ້າລະຫວ່າງປະເທດທັງສອງ ເປັນຕົ້ນການເກັບກູ້ລະເບີດບໍ່ທັນ ແຕກ ການຊອກຄົ້ນຫາສິ່ງເສດເຫລືອ ຂອງທະຫານທີ່ຫາຍສາບສູນ ໃນປາງສົງຄາມ ຢູ່ ສປປ ລາວ ການປາບປາມຢາເສບຕິດ ການພົວພັນຮ່ວມມືດ້ານການທະຫານ ການຄ້າ ແລະການລົງທຶນ ການສຶກສາ ສາທາລະນະສຸກ ວັດທະນະທຳ ສັງຄົມ ແລະອື່ນໆ​ ຮວມ ທັງການຮ່ວມມືໃນຂອບຫຼາຍຝ່າຍເຊັ່ນການຮ່ວມມືລະຫວ່າງບັນດາປະເທດໃນເຂດລຸ່ມ ແມ່ນ້ຳຂອງ. ໃນການພົບປະຫາລືສອງຝ່າຍຄັ້ງນີ້ ຜູ້ນຳທັງສອງ ໄດ້ແລກປ່ຽນຄວາມຄິດ ຄວາມເຫັນກ່ຽວກັບສະພາບການໃນພາກພື້ນແລະສາກົນທີ່ທັງສອງຝ່າຍຕ່າງກໍມີຄວາມ ສົນໃຈນຳກັນ.

ໃນໂອກາດການຢ້ຽມຢາມ ຄັ້ງປະຫວັດສາດ ຂອງປະທານາທິບໍດີ ບາຣັກ ໂອບາມາ ຢູ່ ສປປ ລາວນີ້ທັງສອງຝ່າຍໄດ້ອອກຖະແຫຼງການຮ່ວມ 20 ຂໍ້ກ່ຽວກັບການເປັນຄູ່ຮ່ວມມື ແບບກວມລວມລະຫວ່າງ ສປປ ລາວແລະສະຫະລັດເພື່ອແນໃສ່ການເປີດສັງກາດໃໝ່ ໃນການພົວພັນສອງຝ່າຍບົນພື້ນຖານຂອງພື້ນຖານຂອງການເຄົາລົບນັບຖືຊຶ່ງກັນແລະ ກັນ. ປະທານາທິໂອບາມາ ກ່າວເຖິງຄູ່ຮ່ວມມືນີ້ ໃນຄຳປາໄສຂອງທ່ານຢູ່ທີ່ຫໍວັດທະນະ ທຳແຫ່ງຊາດວ່າ:

Obama Laos
please wait
Embed

No media source currently available

0:00 0:02:13 0:00

“ການເປັນຄູ່ຮ່ວມມືຂອງພວກເຮົາ ຮັບຮູ້ວ່າ ສປປ ລາວເປັນປະເທດເອກກະລາດ ມີ ອະທິປະໄຕ. ສະຫະລັດຈະບໍ່ຊອກຫາຊ່ອງທາງເພື່ອບັງຄັບໃຫ້ລາວກະທຳໃນສິ່ງທີ່ ຕົນບໍ່ຕ້ອງການ. ແຕ່ພວກເຮົາ ຈະຊອກສະແຫວງຫາ ການມີຄວາມສຳພັນ ບົນພື້ນ ຖານ ການເຄົາລົບຊຶ່ງກັນແລະກັນ ຮວມທັງ ເຄົາລົບນັບຖື ຄວາມເປັນເອກກະລາດ ແລະອະທິປະໄຕຂອງພວກທ່ານ.”

ຖະແຫຼງການຮ່ວມຍັງໄດ້ກ່າວຢ້ຳເຖິງການມີຜົນປະໂຫຍດຮ່ວມກັນ ແລະການສ້າງພື້ນ ຖານ ສຳລັບການຮ່ວມມືສອງຝ່າຍໃນອະນາຄົດ ໃນດ້ານຕ່າງໆ ເຊັ່ນການພົວພັນທາງ ດ້ານການເມືອງ ແລະການທູດ ດ້ານເສດຖະກິດການຄ້າ ດ້ານວິທະຍາສາດ ແລະເທັກ ໂນໂລຈີ ດ້ານການສຶກສາແລະຝຶກອົບຮົມ ດ້ານສະພາບແວດລ້ອມ ແລະສາທາລະນະ ສຸກ ການປະສານງານ ດ້ານມະນຸດສະທຳ ການແກ້ບັນຫາທີ່ຕົກຄ້າງ ມາຈາກສົງຄາມ ຄວາມໝັ້ນຄົງ ການປົກປ້ອງແລະສົ່ງເສີມສິດທິມະນຸດ ແລະຄວາມສຳພັນລະຫວ່າງປະ ຊາຊົນກັບປະຊາຊົນ.

ຖະແຫຼງການຮ່ວມດັ່ງກ່າວ ນອກຈາກການເປັນການວາງຂອບໃຫ້ແກ່ການເສີມຂະຫຍາຍ ສາຍພົວພັນລະຫວ່າງສອງປະເທດແລ້ວ ຍັງໄດ້ກຳນົດດ້ານຫຼັກການ ທີ່ກວມເອົາການເຄົາ ລົບນັບຖື ລະບອບການເມືອງ ເອກກະລາດ ອະທິປະໄຕ ແລະ ຜືນແຜ່ນດິນ ອັນຄົບຖ້ວນ ຂອງກັນແລະກັນ ຕະຫລອດທັງການເຄົາລົບຕໍ່ກົດບັດສະຫະປະຊາຊາດ ກໍຄືກົດໝາຍສາ ກົນ ຮວມທັງ ການປະກອບສ່ວນ ເພື່ອເສີມສ້າງສັນຕິພາບ ສະຖຽນລະພາບ ການຮ່ວມມື ແລະຄວາມວັດທະນາຖາວອນ ຢູ່ໃນປະເທດທັງສອງ ກໍຄືຢຸູ່ໃນພາກພື້ນ ແລະໃນໂລກ.

ໃນໂອກາດການຢ້ຽມຢາມ ສປປ ລາວຂອງປະທານາທິບໍດີໂອບາມາໃນຄັ້ງນີ້ ສະຫະລັດ ໄດ້ປະກາດເພີ້ມການຊ່ອຍເຫຼືອສຳລັບວຽກງານເກັບກູ້ລະເບີດທີ່ບໍ່ທັນແຕກຢູ່ ສປປ ລາວ ຊຶ່ງປະທານາທິບໍດີໂອບາມາ ກ່າວວ່າ:

“ສະຫະລັດຈະເພີ້ມ ການໃຫ້ເງິນສະໜັບສະໜຸນປະຈຳປີ ຂອງພວກເຮົາຂຶ້ນເປັນສອງ ເທົ່າ ຄື 90 ລ້ານໂດລາ ສຳລັບໄລຍະ 3 ປີຕໍ່ໜ້າເພື່ອຊ່ອຍລາວຂະຫຍາຍວຽກງານໃນ ດ້ານນີ້.”

ສະຫະລັດຍັງໃຫ້ການຊ່ອຍເຫຼືອໂຄງການອາຫານຢູ່ໂຮງຮຽນ ໃນມູນຄ່າ 27 ລ້ານໂດລາ ສຳລັບໄລຍະ 5 ປີ ແລະໂຄງການອະນາໄມຊຸມຊົນແລະອາຫານສຳລັບແມ່ແລະເດັກ ໃນ ມູນຄ່າ 6 ລ້ານໂດລາ ສຳລັບໄລຍະ 3 ປີ.

ໃນໂອກາດການຢ້ຽມຂອງປະທານາທິບໍດີໂອບາມາດັ່ງກ່າວ ທັງສອງຝ່າຍຍັງໄດ້ລົງນາມ ໃນບົດບັນທຶກວ່າດ້ວຍການຮ່ວມມືລະຫວ່າງກະຊວງສາທາລະນະສຸກ ແລະມະຫາວິທະ ຍາໄລອໍເຣກອນກ່ຽວກັບການປຸກສ້າງສະຖາບັນໂພຊະນາການ ບົດບັນທຶກວ່າດ້ວຍການ ຮ່ວມມືລະຫວ່າງບໍລິສັດໄຟຟ້າລາວແລະບໍລິສັດ General Electric ກ່ຽວກັບການປັບປຸງ ຕາຂ່າຍໄຟຟ້າແຮງສູງ ແລະ ບົດບັນທຶກການຮ່ວມມື ລະຫວ່າງບໍລິສັດ Microsoft ແລະ ກະຊວງສຶກສາທິການແລະກິລາ ພ້ອມທັງກະຊວງໄປສະນີໂທລະຄົມມະນາຄົມແລະການ ສື່ສານ ກ່ຽວກັບການສະໜອງທຶນການສຶກສາ ຜ່ານຫຼັກສູດອອນລາຍ.

ກ່ຽວກັບເລື້ອງສິດທິມະນຸດນັ້ນ ຖະແຫຼງການຮ່ວມກ່າວວ່າ ຜູ້ນຳທັງສອງໄດ້ກ່າວຢ້ຳເຖິງ ຄວາມສຳຄັນ ໃນການປົກປ້ອງແລະສົ່ງເສີມສິດທິມະນຸດ ການປົກຄອງດ້ວຍຕົວບົດກົດ ໝາຍ ແລະສິດທິໃນການນັບຖືສາສະໜາ. ທັງສອງຝ່າຍຍັງໃຫ້ການຢືຶນຢັນຕໍ່ຄວາມໝັ້ນ ໝາຍ ທີ່ຈະສະໜັບສະໜຸນກົດບັດຂອງອົງການສະຫະປະຊາຊາດ ແລະຄຳປະກາດສາ ກົນວ່າດ້ວຍສິດທິມະນຸດ ແລະທັງສອງປະເທດຍັງມີຄວາມໝັ້ນໝາຍທີ່ຈະນຳເອົາເລື້ອງ ສິດທິມະນຸດຂຶ້ນມາສົນທະນາກັນ ຢູ່ໃນກອງປະຊຸມປະຈຳປີຫາລືຮອບດ້ານສອງຝ່າຍ.

ໃນວັນທີ 7 ກັນຍາ ວານນີ້ ປະທານາທິບໍດີໂອບາມາ​ ໄດ້ໄປຮ່ວມກອງປະຊຸມສຸດຍອດຜູ້ ນຳຊາວໜຸ່ມເຂດເອເຊຍຕາເວັນອອກສຽງໃຕ ຫຼື YSEALI ໄປຢ້ຽມສູນຟື້ນຟູຄົນພິການ ແລະໃນຕອນແລງເຂົ້າຮ່ວມງານລ້ຽງອາຫານຄ່ຳສຳລັບກອງປະຊຸມສຸດຍອດເອເຊຍຕາ ເວັນອອກ.

ແລະໃນວັນທີ 8 ຊຶ່ງເປັນມື້ສຸດທ້າຍຂອງການຢ້ຽມຢາມ ປະທານາທິບໍດີໂອບາມາໄດ້ເຂົ້າ ຮ່ວມກອງປະຊຸມສຸດຍອດສະຫະລັດ-ອາຊ່ຽນ ແລະກອງປະຊຸມສຸດຍອດເອເຊຍຕາເວັນ ອອກ.

XS
SM
MD
LG