ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຄະນະກຳມາທິການຮ່ວມ ພົບປະກັນ ໃນຂະນະທີ່ ຂໍ້ຕົກລົງ ນິວເຄລຍ ເລີ້ມເດີນໜ້າ


ລັດຖະມົນຕີຕ່າງປະເທດ ອີຣ່ານ ທ່ານ Mohammad Javad Zarif ຮັບຟັງຄຳຖາມຕ່າງໆ ໃນລະຫວ່າງກອງປະຊຸມ ຖະແຫລງຂ່າວ ພ້ອມກັບຄູ່ຕຳແໜ່ງຂອງທ່ານ ຈາກເຢຍຣະມັນ ທ່ານ Frank-Walter Steinmeier ຢູ່ໃນນະຄອນຫຼວງ Tehran, ປະເທດ Iran, ເມື່ອວັນເສົາ 17 ຕຸລາ 2015.
ລັດຖະມົນຕີຕ່າງປະເທດ ອີຣ່ານ ທ່ານ Mohammad Javad Zarif ຮັບຟັງຄຳຖາມຕ່າງໆ ໃນລະຫວ່າງກອງປະຊຸມ ຖະແຫລງຂ່າວ ພ້ອມກັບຄູ່ຕຳແໜ່ງຂອງທ່ານ ຈາກເຢຍຣະມັນ ທ່ານ Frank-Walter Steinmeier ຢູ່ໃນນະຄອນຫຼວງ Tehran, ປະເທດ Iran, ເມື່ອວັນເສົາ 17 ຕຸລາ 2015.

ຂໍ້​ຕົກລົງ​ສາກົນ ກ່ຽວ​ກັບ​ໂຄງການ​ນິວ​ເຄລຍຂອງ​ອີຣ່ານພວມ​ຄືບ​
ໜ້າ​ໄປ​ ​ໃນວັນ​ຈັນ​ມື້​ນີ້ ດ້ວຍ​ການ​ພົບ​ປະກັນ​ ຂອງ​ຄະນະ​ກຳມາ
ທິການ​ຮ່ວມ ທີ່​ຮັບຜິດຊອບ ສຳ​ຫລັບ​ການ​ຕິດຕາມ​ກວດກາ​ເບິ່ງ
ວິ​ທີ​ທີ່​ທັງ​ສອງ​ຝ່າຍ ປະຕິບັດ​ພາກສ່ວນ​ຂໍ້ຕົກລົງ ຂອງພວກ​ຕົນ
​ເປັນຄັ້ງທຳ​ອິດ.

ກອງ​ປະຊຸມ​ໃນ​ວັນ​ຈັນ​ມື້​ນີ້ ​ມີ​ບັນ​ດາ​ເຈົ້າໜ້າ​ທີ່​ລະດັບ​ສູງ ຈາກ​
ອີຣ່ານ ​ແລະ ກຸ່ມປະ​ເທດ​ມະຫາ​ອຳນາດ ປະກອບ​ມີ ສະຫະລັດ
ອັງກິດ ຈີນ ຝຣັ່ງ ​ຣັດ​ເຊຍ ​ເຢຍຣະມັນ ​ແລະ ສະຫະພາບ​ຢູ​ໂຣບ
ທີ່ກັບ​ຄືນ​ໄປ​ຍັງ​ ນະຄອນ​ວຽນ​ນາ ບ່ອນ​ທີ່​ພວກ​ເພິ່ນ ​ໄດ້​ຕົກລົງ​ກັນ
​ໃນ​ເດືອນ​ກໍລະກົດ ຜ່ານມາ ​ເພື່ອ​ຈຳ​ກັດ​ໂຄງການ​ນິວ​ເຄລຍຂອງ
​ອີຣ່ານ ເພື່ອ​ແລກປ່ຽນ​ກັບ​ການ​ຜ່ອນຜັນ​ມາດຕາ​ການ​ລົງ​ໂທດທາງ​ດ້ານ​ເສດຖະກິດ ທີ່​
ອີຣ່ານ​ຕ້ອງການ​ນັ້ນ.

ໃນ​ວັນ​ອາທິດ​ວານ​ນີ້ ​ໄດ້​ມີ​ຂຶ້ນ ຫຼັງຈາກ​ທີ່​ທຸກ​ຝ່າຍ​ໄດ້​ພົບ​ປະກັນ ອັນ​ທີ່​ເອີ້​ນວ່າ Adoption
Day ​ໃນ​ເວລາ ທຸກໆ​ຝ່າຍ ຮັບ​ເອົາ​ບາດກ້າວ​ເປັນ​ເທື່ອ​ທຳ​ອິດ ຢ່າງ​ເປັນ​ທາງ​ການ ເພື່ອປະຕິບັດ
​ຂໍ້​ຕົກລົງ​ດັ່ງກ່າວ.

ສະຖານທີ່ ຂອງເຕົາແຍກປະລະມະນູນິວເຄລຍ ດ້ວຍນ້ຳ hydrogen ໃກ້ເມືອງ Arak ຂອງອີຣ່ານ, ວັນທີ 15 ມັງກອນ 2015.
ສະຖານທີ່ ຂອງເຕົາແຍກປະລະມະນູນິວເຄລຍ ດ້ວຍນ້ຳ hydrogen ໃກ້ເມືອງ Arak ຂອງອີຣ່ານ, ວັນທີ 15 ມັງກອນ 2015.

ຄະ​ນະ​ກຳມະທິການນີ້ ມີ​ກຳນົດ​ຈະ​ພົບ​ປະກັນ ສີ່​ຄັ້ງ ພາຍ​ໃນ 1 ປີ ​ແລະ ຈະ​ປຶກສາ​ຫາລື
ບັນຫາ​ຕ່າງໆ ​ເຊັ່ນ​ວ່າ ການ​ອອກ​ແບບ​ສຳ​ຫລັບ ການ​ປ່ຽນ​ແປງ ​ໂຄງການ​ວິ​ໄຈ​ເຕົາ​ແຍກ​
ປະລະມະ​ນູດ້ວຍ​ນ້ຳ​ hydrogen ຢູ່​ທີ່​ສະຖານ​ທີ່ Fordow ​ໃນ​ເມືອງ Arak ​ຂອງອີຣ່ານ
ແລະ ບັນຫາ​ໃດໆ ທີ່ອາດ​ເກີດ​ຂຶ້ນ ຈາກ​ການ​ປະຕິບັດ ການ​ຍົກ​ເລີກ​ມາດ​ຕະການ​ລົງ​ໂທດ.

ມັນ​ເປັນ​ບ່ອນ​ພັກ​ເຊົາແຫ່ງ​ທຳ​ອິດ ສຳ​ຫລັບ​ແຕ່ລະຝ່າຍ ​ເພື່ອ​ລາຍ​ງານ​ການລະ​ເມີດຕ່າງໆ
ຂອງ​ຂໍ້​ຕົກລົງ​ ​ແລະ ພະຍາຍາມ​ແກ້​ໄຂ​ບັນຫາ​ເຫຼົ່ານັ້ນ.

ປະທານາທິບໍດີ ສະຫະລັດ ທ່ານບາຣັກ ​ໂອ​ບາ​ມາ ກ່າວ​ໃນ​ວັນ​ອາທິດ​ວານ​ນີ້ ວ່າ ທ່ານ​ໄດ້​
ສັ່ງ​ໃຫ້​ລັດຖະບານ​ຂອງ​ທ່ານ ​ເລີ້ມ​ກະກຽມການ​ຍົກ​ເລີກ​ມາດ​ຕະການ​ລົງ​ໂທດ​ຕ່າງໆ ຕໍ່​
ອີຣ່ານ ​ແລະ ວ່າ ຊາວ​ອີຣ່ານ ​ໄດ້​ເລີ້ມ​ຕົ້ນ ທຳ​ງານ​ໄປ​ຂ້າງ​ໜ້າ ໃນຄວາມ​ຮັບຜິດຊອບ​ຂອງ​
ພວກ​ເຂົາ​ເຈົ້າ ​ເພື່ອ​ເອົາເຄື່ອງຈັກ​ທີ່​ໃຊ້​ແຮງໝຸນ​ ຫຼາຍພັນ​ໜ່ວຍ ອອກ​ໄປ ທີ່​ຈະຫລຸດຜ່ອນ
ທາດ uranium ຂອງ​ອີຣ່ານ ຢ່າງຫຼວງຫຼາຍ ທີ່​ໄດ້​ສະ​ສົມ​ໄວ້​ນັ້ນ ​ແລະ ​ເອົາ​ແກນກາງ​ຂອງ​
ເຕົາ​ແຍກ​ປະລະ​ມະນູ ຂອງ​ໂຄງການ​ໃນ​ເມືອງ Arak ອອກ​ໄປ​ນຳ​ດ້ວຍ.​

ລັດຖະມົນຕີຕ່າງປະເທດ ອີຣ່ານ ທ່ານ Mohammad Javad Zarif (ກາງຂວາ) ໄດ້ຖືກຕ້ອນຮັບ ພ້ອມກັນກັບຄູ່ຕຳແໜ່ງ ຈາກເຢຍຣະມັນ ທ່ານ Frank-Walter Steinmeier (ກາງຊ້າຍ)
ລັດຖະມົນຕີຕ່າງປະເທດ ອີຣ່ານ ທ່ານ Mohammad Javad Zarif (ກາງຂວາ) ໄດ້ຖືກຕ້ອນຮັບ ພ້ອມກັນກັບຄູ່ຕຳແໜ່ງ ຈາກເຢຍຣະມັນ ທ່ານ Frank-Walter Steinmeier (ກາງຊ້າຍ)

ທ່ານ​ໂອ​ບາ​ມາ ​ເວົ້າວ່າ “ຂ້າພະ​ເຈົ້າ ຍິນ​ດີນຳ ບາດກ້າວ​ໄປ​ໜ້າ​ທີ່​ສຳຄັນທີ່​ສຸດ​ນີ້ ​ແລະ
ພວກ​ເຮົາ ພ້ອມ​ກັນ​ກັບ​ຄູ່​ພາຄີ​ຂອງພວກ​ເຮົາ ຊຶ່ງບັດ​ນີ້ຕ້ອງ​ເພັ່ງ​ເລັງ​ໃສ່ ວຽກ​ງານ​ທີ່​
ສຳຄັນ​ທີ່​ສຸດ ຂອງ​ການ​ປະຕິ​ບັດ​ຢ່າງ​ຄົບ​ຖ້ວນ​ ຂໍ້​ຕົກລົງ​ທີ່​ສົມບູນ​ແບບ​ອັນ​ນີ້ ທີ່​ໄດ້
ແກ້​ໄຂ​ຄວາມ​ກັງວົນ​ຕ່າງໆ​ຂອງ​ພວກ​ເຮົາ ກ່ຽວ​ກັບ​ໂຄງການ​ນິວ​ເຄລຍຂອງ​ອີຣ່ານ.”

XS
SM
MD
LG