ບັນດາຜູ້ນຳຂອງອາຟຣິກາຕາເວັນຕົກ ຈະອອກເດີນທາງໄປຍັງ Gambia ໃນວັນອັງຄານ
ມື້ນີ້ ໃນຄວາມພະຍາຍາມທີ່ຈະໃຫ້ທ່ານ Yahya Jammeh ທີ່ດຳລົງຕໍາແໜ່ງປະທານາ
ທິບໍດີ ມາເປັນເວລານານນັ້ນ ໃຫ້ລົງຈາກອຳນາດ ຫຼັງຈາກທີ່ທ່ານໄດ້ປະລາໄຊ ໃນການເລືອກຕັ້ງໃນວັນທີ 1 ທັນວາຜ່ານມານີ້.
ກ່ອນໜ້ານີ້ ທ່ານ Jammeh ໄດ້ຮັບເອົາການປາໄຊໃຫ້ແກ່ທ່ານ Adama Barrow
ແຕ່ວ່າໄດ້ຖອນຄືນໃນແລງວັນສຸກ ຜ່ານມານີ້ ໂດຍກ່າວວ່າ “ເປັນການຜິດພາດທີ່ຮັບເອົາ
ບໍ່ໄດ້” ທີ່ທາງພວກເຈົ້າໜ້າທີ່ເລືອກຕັ້ງໄດ້ພົບເຫັນ.
ໃນວັນຈັນວານນີ້ ລາຍງານຫຼາຍສະບັບຈາກອາຟຣິກາຕາເວັນຕົກ ເວົ້າວ່າ ປະທານາທິ
ບໍດີ Ellen Johnson Sirleaf ແຫ່ງ ໄລບິເຣຍ ຈະເປັນຜູ້ນຳພາຄະນະໃນຄັ້ງນີ້ ແລະຈະເດີນທາງ ສູ່ເມືອງຫຼວງ Banjul ຂອງ Gambia ແລະຮ້ອງຂໍໃຫ້ທ່ານ Jammeh ຍອມຮັບເອົາຜົນຂອງການເລືອກຕັ້ງດັ່ງກ່າວ.
ທ່ານາງ Samantha Power ເອກອັກຄະຣັດຖະທູດ ສະຫະລັດ ປະຈຳອົງການສະຫະ
ປະຊາຊາດ ກ່າວວ່າ ຄະນະຜູ້ແທນດັ່ງກ່າວຈະປະກອບດ້ວຍ ປະທານາທິບໍດີ ໄນຈິເຣຍ ທ່ານ ມູຮຳມາດູ ບູຮາຣີ ຜູ້ນຳເຊຍຣາເລໂອນ ທ່ານ ເອິແນັສ ໄບໂກໂຣມາ ແລະປະທານາ ທິບໍດີການາ ຈອນ ມາຮາມາ ແຫ່ງການາທີ່ກຳລັງຈະລົງຈາກຕໍ່າແໜ່ງ. ທ່ານນາງກ່າວວ່າ ມັນເປັນເລື້ອງສຳຄັນຍິ່ງ ທີ່ຈະຕ້ອງມີທ່ານ ມາຮາມາ ຢູ່ນຳເພາະທ່ານເປັນຜູ້ຍອມຮັບການ
ພ່າຍແພ້ໃນວັນສຸກຜ່ານມາລຸນຫຼັງການປາໄຊການເລືອກຕັ້ງປະທານາທິບໍດີໃນປະເທດ
ການາ.
ທ່ານນາງ ໄດ້ກ່າວວ່າ “ຄະນະຜູ້ແທນ ໃນວັນອັງຄານມື້ນີ້ ຈະມີຄວາມສຳຄັນຢ່າງໃຫຍ່ຫຼວງ.”