ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກ ບໍຣິສ ຈອນສັນ ກ່າວວ່າ ຂໍ້ຕົກລົງ ຢູ່ທີ່ກອງປະຊຸມສຸດຍອດ COP26 'ເປັນຄວາມຕາຍສຳລັບພະລັງງານຖ່ານຫີນ'


ນາຍົກລັດຖະມົນຕີອັງກິດ ທ່ານບໍຣິສ ຈອນສັນ ກ່າວໃນລະຫວ່າງກອງປະຊຸມຖະແຫລງຂ່າວ ພາຍຫຼັງກອງປະຊຸມສະພາບອາກາດຂອງສະຫະປະຊາຊາດ ຫຼື COP26 ຢູ່ພາຍໃນຫ້ອງຖະແຫລງຂ່າວ ຢູ່ທີ່ຖະໜົນ ດາວນິງ Dໃນໃຈກາງນະຄອນຫຼວງລອນດອນ ຂອງອັງກິດ, ວັນທີ 14 ພະຈິກ 2021.
ນາຍົກລັດຖະມົນຕີອັງກິດ ທ່ານບໍຣິສ ຈອນສັນ ກ່າວໃນລະຫວ່າງກອງປະຊຸມຖະແຫລງຂ່າວ ພາຍຫຼັງກອງປະຊຸມສະພາບອາກາດຂອງສະຫະປະຊາຊາດ ຫຼື COP26 ຢູ່ພາຍໃນຫ້ອງຖະແຫລງຂ່າວ ຢູ່ທີ່ຖະໜົນ ດາວນິງ Dໃນໃຈກາງນະຄອນຫຼວງລອນດອນ ຂອງອັງກິດ, ວັນທີ 14 ພະຈິກ 2021.

ນາຍົກລັດຖະມົນຕີອັງກິດ ທ່ານບໍຣິສ ຈອນສັນ ໄດ້ຍົກຍ້ອງຂໍ້ຕົກລົງ ໂດຍເກືອບ 200 ປະເທດ ທີ່ຈະຊຸກຍູ້ຄວາມພະຍາຍາມເພື່ອຕ້ານການປ່ຽນແປງຂອງດິນຟ້າອາກາດ ໃນຂະນະດຽວກັນ ກໍສະແດງຄວາມຜິດຫວັງ ຕໍ່ຜົນທີ່ໄດ້ຮັບໃນກອງປະຊຸມສະພາບອາກາດຂອງອົງການສະຫະປະຊາຊາດທີ່ບໍ່ເຂັ້ມແຂງ.

“ພວກເຮົາສາມາດວິ້ງເຕັ້ນ ພວກເຮົາສາມາດຊັກຊວນ ພວກເຮົາສາມາດຊຸກຍູ້ ແຕ່ພວກເຮົາບໍ່ສາມາດບັງຄັບໃຫ້ປະເທດອະທິປະໄຕໃດໆໃຫ້ເຮັດສິ່ງທີ່ພວກເຂົາບໍ່ປະສົງຢາກເຮັດ” ທ່ານຈອນສັນ ໄດ້ກ່າວໄປຢູ່ທີ່ກອງປະຊຸມຖະແຫລງຂ່າວໃນວັນອາທິດວານນີ້. ທ່ານກ່າວຕື່ມວ່າ “ໃນທີ່ສຸດແລ້ວມັນເປັນການຕັດສິນໃຈຂອງພວກເຂົາເຈົ້າ ທີ່ຈະຕ້ອງໄດ້ເຮັດ ແລະພວກເຂົາເຈົ້າຕ້ອງໄດ້ປະຕິບັດຕາມນັ້ນ.”

ທ່ານຈອນສັນ ໄດ້ກ່າວຕໍ່ບັນດານັກຂ່າວວ່າ ຂໍ້ຕົກລົງທີ່ໄດ້ບັນລຸໃນຕອນທ້າຍຂອງກອງປະຊຸມສຸດຍອດ ໄລຍະສອງສັບປະດາ ຢູ່ໃນນະຄອນແກລສໂກນັ້ນ “ເປັນປະຫວັດການຢ່າງແທ້ຈິງ” ແລະເປັນໂຕແທນໃຫ້ແກ່ “ຄວາມຕາຍສຳລັບພະລັງງານຖ່ານຫີນ” ໂດຍການໃຫ້ຄຳໝັ້ນສັນຍາທີ່ຈະຍຸຕິການນຳໃຊ້ຖ່ານຫີນ.

ທ່ານໄດ້ກ່າວວ່າ ເຖິງແມ່ນຈະບໍ່ເຫັນພ້ອມນຳກ່ຽວກັບຂອບເຂດແລະຄວາມຮີບດ່ວນຂອງການດຳເນີນການທັງຫຼາຍເພື່ອພະຍາຍາມທີ່ຈຳກັດພາວະໂລກຮ້ອນໃນບໍ່ເທົ່າໃດທົດສະວັດທີ່ຈະມາເຖິງນີ້ “ໂລກແມ່ນປະຕິເສດບໍ່ໄດ້ວ່າ ກຳລັງມຸ້ງໜ້າໄປໃນທິດທາງທີ່ຖືກຕ້ອງ.”

ທ່ານນາງປາທຣິເຊຍ ແອສປີໂນສາ ເລຂາທິການດ້ານສະພາບອາກາດຂອງສະຫະປະຊາຊາດ ໄດ້ກ່າວຕໍ່ອົງການຂ່າວເອພີ ວ່າ ການແກ້ໄຂຄວາມທ້າທ້າຍເຊັ່ນວ່າ ການປ່ຽນແປງຂອງດິນຟ້າອາກາດ ບໍ່ສາມາດເຮັດໄດ້ພາຍໃນກອງປະ ຊຸມດຽວ ແຕ່ວ່າ ກອງປະຊຸມທີ່ແກລສໂກ ໄດ້ບັນລຸ “ຜົນທີ່ໄດ້ຮັບໃນທາງບວກຫຼາຍ ໃນຄວາມຮູ້ສຶກທີ່ວ່າ ມັນໃຫ້ການຊີ້ນຳທີ່ຊັດເຈນແກ່ພວກເຮົາກ່ຽວກັບສິ່ງທີ່ພວກເຮົາຕ້ອງໄດ້ເຮັດໃນບໍ່ເທົ່າປີຈະມາເຖິງນີ້.”

ທ່ານນາງແອສປີໂນສາ ໄດ້ກ່າວອີກວ່າ “ຂ້າພະເຈົ້າຄຶດວ່າ ສິ່ງທີ່ພວກເຮົາກຳ ລັງເຫັນຢູ່ໃນບົດຄວາມແມ່ນວ່າ ເປັນຄັ້ງທຳອິດທີ່ພວກເຮົາກຳລັງໂອ້ລົມກັນກ່ຽວກັບຖ່ານຫີນແລະການອຸດໜຸນຕ່າງໆແກ່ເຊື້ອໄຟຈາກຊາກສັດດຶກດຳບັນແລະພືດ ໃນສະພາບການຂອງຂະບວນການຂອງພວກເຮົາ ທີ່ມີຕໍ່ການປ່ຽນແປງຂອງດິນຟ້າອາກາດ. ແລະຂ້າພະເຈົ້າຄຶດວ່າ ອັນນັ້ນເປັນບາດກ້າວໄປໜ້າທີ່ດີ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG