ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທ່ານ Assad ສາມາດ ເປັນປະທານາທິບໍດີຕື່ມ ພາຍໃຕ້ຂໍ້ຕົກ ລົງສັນຕິພາບ


ລັດຖະມົນຕີຕ່າງປະເທດອັງກິດ ທ່ານ Boris Johnson ກ່າວຕໍ່ ບັນດານັກຂ່າວ.
ລັດຖະມົນຕີຕ່າງປະເທດອັງກິດ ທ່ານ Boris Johnson ກ່າວຕໍ່ ບັນດານັກຂ່າວ.

ລັດຖະມົນຕີ​ຕ່າງ​ປະ​ເທ​ດອັງກິດ ກ່າວ​ວ່າ ທ່ານ Bashar al-Assad ຄວນຈະໄດ້​ຮັບອະ ນຸຍາດ​ ໃຫ້​ສະໝັກ​ເປັນ​ປະທານາທິບໍດີຊີ​ເຣຍໄດ້​ຕື່ມອີກ​ສະ​ໄໝນຶ່ງ ຖ້າ​ຈະ​ມີ​ການ​ບັນລຸຂໍ້​ຕົກລົງ​ໃດ​ໆ ​ເພື່ອຍຸຕິສົງຄາມ​ກາງ​ເມືອງ​ໃນ​ປະ​ເທດດັ່ງກ່າວ ​ທີ່​ມີ​ມາ​ເປັນ​ເວລາເກືອບ​ຫົກ ​ປີແລ້ວນັ້ນ.

ສະຫະລັດ ​ແລະ​ບັນດາ​ປະ​ເທດພັນ​ທະ​ມິດຕາ​ເວັນ​ຕົກໄດ້​ຢືນ​ຢັດ​ມາ​ເປັນ​ເວລາ​ນານ​ແລ້ວ​ວ່າ ທ່ານ Assad ຕ້ອງ​ລົງ​ຈາກ​ອຳນາດ​ຢູ່​ຊີ​ເຣຍ ​ໃນ​ຖານະ​ທີ່​ເປັນ​ພາກສ່ວນນຶ່ງຂອງຂໍ້​ຕົກ​ລົງ​ສັນຕິພາບ​ໃດໆກໍ​ຕາມ. ​ແຕ່​ຄຳ​ເວົ້າເທື່ອຫລ້າ​ສຸດ​ຂອງ​ລັດຖະມົນຕີຕ່າງປະ​ເທດ​ອັງກິດ ທ່ານ Boris Johnson ອາດ​ສົ່ງ​ສັນຍານ​ທີ່​ເປັນ​ໄປ​ໄດ້​ໃນ​ການ​ປ່ຽນແປງນະ​ໂຍບາຍທີ່​ສຳ ຄັນ ​ໂດຍ​ຄູ່​ຕໍາ​ແໜ່​ງໃກ້​ຊິດທີ່​ສຸດ​ຂອງ​ວໍ​ຊິງ​ຕັນ.

ທັງນາຍົກລັດ​ຖະມົນຕີ​ອັງກິດ ທ່ານ​ນາງ Theresa May ຫລືວ່າ​ປະທານາທິບໍດີ Trump ຕ່າງ​ກໍບໍ່​ໄດ້​ກ່າວ​ເຖິງ​ເລື່ອງ​ຊີ​ເຣຍ ລະຫວ່າງ​ການ​ກອງ​ປະຊຸມຖະ​ແຫຼງ​ຂ່າວຮ່ວມທີ່​ທຳນຽບ ຂາວ​ໃນ​ວັນ​ສຸກ​ວານ​ນີ້. ທ່ານ Johnson ບໍ່​ໄດ້​ຕິດຕາມ​ນາຍົກ​ລັດຖະມົນຕີ​ອັງກິດ​ໃນ​ການ​ຢ້ຽມຢາມສະຫະລັດ ​ແຕ່​ທ່ານ​ໄດ້​ສົນທະນາ​ສະຖານະ​ການ ຢູ່​ໃນ​ຊີ​ເຣຍ ກັບ​ບັນດາສະມາ ຊິກສະພາ​ທີ່​ນະຄອນຫຼວງ​ລອນ​ດອນ.

ທ່ານ Johnson ກ່າວ​ວ່າ ການໂອນ​ອຳນາດ​ຢູ່​ວໍຊິງ​ຕັນ ນັບ​ແຕ່​ທ່ານ Trump ​ໄດ້ເຂົ້າຮັບ​ຕຳ​ແໜ່​ງ ​ຄວນຈະ​ເຮັດ​ໃຫ້​ທຸ​ກພັກຝ່າຍ ​ທີ່ພົວພັນ​ກັບ​ບັນຫາ​ຂັດແຍ້​ງ​ໃນຊີ​ເຣຍ ທົບ​ທວນ​ທ່າ​ທີ​ເຂົາ​ເຈົ້າຄືນ. ຕາມ​ແຜນ​ຂອງ​ປະທານາທິບໍດີ​ສະຫະລັດ ທີ່​ຈະໂທລະສັບໂອ້​ລົມໃນ​ວັນ​ເສົາ​ມື້​ນີ້​ກັບຜູ້ນຳ​ວັງ Kremlin ທ່ານ Vladimir Putin ທ່ານ Johnson ​ໄດ້​ສາລະ​ພາບວ່າ ການ​ເອົາ​ບາດກ້າວ​ໃໝ່​ກ່ຽວ​ກັບຊີ​ເຣຍອາດຈະ​ມີ​ໂອກາດ​ຕົກ​ຢູ່​ໃນ​ທ່າ​ເສຍປຽບ.

ປະທານາທິບໍດີຊີເຣຍ ທ່ານ Bashar al-Assad ກ່າວຕໍ່ບັນດານັກຂ່າວຝຣັ່ງ ທີ່ນະຄອນ Damascus ໃນ Syria.
ປະທານາທິບໍດີຊີເຣຍ ທ່ານ Bashar al-Assad ກ່າວຕໍ່ບັນດານັກຂ່າວຝຣັ່ງ ທີ່ນະຄອນ Damascus ໃນ Syria.

ທ່ານ Johnson ກ່າວ ​ໃ​ນວັນ​ພະຫັດ ​ທີ່​ຜ່ານ​ມານີ້​ວ່າ “ຂ້າພະ​ເຈົ້​າມອງ​ເຫັນ ​ໃນ​ທາ​ງລົບ ​ແລະ​ມອງເຫັນ​ຄວາມ​ສ່ຽງສຳລັບ​ພວກ​ເຮົາ​ທີ່​ຈະ​ເຂົ້າ​ໄປ ທີ່​ຈະເຮັດ​ວຽກ​ບໍ່​ລະອຽດ​ກ່ຽວ​ກັບ​ ຊີ​ເຣຍ ​ໃຫ້ການ​ສະໜັບສະໜູນຣັດ​ເຊຍ ທ່ານ Assad​. ​ແຕ່​ຂ້າພະ​ເຈົ້າ ​ຍັງ​ຕ້ອງ​ຮັບ​ຮູ້​ສະ ພາບ​ໂຕຈິງ ກ່ຽວກັບທິດ​ທາງ​ທີ່ຮູບການໄດ້​ປ່ຽນ​ແປງ ໄປແລະ​ມັນ​ອາດ​ຈະ​ເຮັດ​ໃຫ້​ພວກ​ເຮົາຄິດ​ໃໝ່​ວ່າ ​ຈະ​ຮັບ​ມື​ຢ່າງໃດກ່ຽວ​ກັບ​ເລື່ອ​ງນີ້.”

​ໃນ​ການ​ຖະ​ແຫຼງ​ຕໍ່​ຄະນະ​ກຳມະ​ການ​ຄວາມສຳພັນກັບ​ຕ່າງ​ປະ​ເທດຂອງ​ສະພາສູງອັງກິດ ທ່ານ Johnson ກ່າວ​ວ່າ ບັດ​ນີ້ ​ມີ​ຄວາມ​ຈຳ​ເປັນ ​ທີ່​ຈະຕ້ອງ “ຮັບ​ຮູ້ຄວາມ​ຈິງກ່ຽວ​ກັບ​ທິດ​ທາງ​ຮູບ​ການ​ໄດ້​ມີການ​ປ່ຽນແປງ" ​ແລະ​ຊອກ​ຫາ​ວິທີ​ທາງ​ໃໝ່ເພື່ອ​ແກ້​ໄຂ​ວິ​ກິ​ດການ​ຊີ​ເຣຍ.

ທ່ານ Johnson ກ່າວ​ວ່່າ “​ມັນ​ເປັນ​ຄວາມຄິດ​ຂອງ​ພວກ​ເຮົາ​ທີ່ທ່ານ Bashar al-Assad ຕ້​ອງລາອອກ​. ມັນ​ເປັນ​ທ່າ​ທີ​ອັນ​ຍາວ​ນານ​ຂອງ​ພວກ​ເຮົາ. ​ແຕ່​ວ່າ​ພວກ​ເຮົາຄວນ​ເປີດ​ອົກ​ເປີດ​ໃຈ ກ່ຽວ​ກັບ​ວ່າ ມັນຈະ​ເກີດ​ຂຶ້ນ​ຢ່າງ​ໃດ ​ແລະ​ລະຍະ​ເວລາ​ກ່ຽວ​ກັບ​ເລື່ອງ​ນີ້ທີ່​ຈະ​ເກີດ​ຂຶ້ນ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG