ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ທ. ໂຣເບີດສ໌, ປະທານສານສູງສຸດ ສຫລ ນອນໂຮງໝໍຄືນນຶ່ງ ຫລັງຈາກເປັນລົມ ລົ້ມລົງ

ປະທານສານສູງສຸດສະຫະລັດ, ທ່ານ John Roberts, ຕິດຕາມດ້ວຍທ່ານນາງ Dianne Feinstein, ສັງກັດພັກເດໂມແຄຣັດ (ຊ້າຍ) ແລະປະທານຄະນະກາໍມະການດ້ານຕຸລາການ, ທ່ານ Lindsey Graham, ສັງກັດພັກຣີພັບບລິກັນ ອອກຈາກສະພາສູງໄປ ພາຍຫລັງການໄຕ່ສວນເລື້ອງປົດປະທານາທິບໍດີທຣໍາອອກຈາກຕໍາແໜ່ງ ແລະທ່ານກໍໄດ້ພົ້ນໂທດໄປແລ້ວ

ສານສູງສຸດຂອງສະຫະລັດກ່າວໃນວັນອັງຄານວານນີ້ວ່າ ທ່ານ ຈອນ ໂຣເບີດສ໌ (John Roberts) ປະທານສານ ໄດ້ເຂົ້ານອນໂຮງໝໍຄືນນຶ່ງ ໃນເດືອນແລ້ວນີ້ ເພື່ອເປັນການປ້ອງກັນໄວ້ ພາຍຫລັງທີ່ໄດ້ລົ້ມ ຊຶ່ງເຮັດໃຫ້ຫົວຂອງທ່ານໄດ້ຮັບ ບາດເຈັບ.

ໂຄສົກຍິງຄົນນຶ່ງເວົ້າວ່າ ທ່ານໂຣເບີດສ໌ (Roberts) ກໍາລັງຍ່າງໄປຢູ່ແລ້ວລົ້ມລົງເນື່ອງຈາກຮູ້ສຶກຄ້າຍກັບວ່າ ເປັນລົມຍ້ອນອາການຂາດນໍ້າ.

ຖະແຫລງການສະບັບນັ້ນເວົ້າວ່າ ພວກທ່ານໝໍ ໄດ້ໃຫ້ຂໍ້ຄິດເຫັນວ່າ ອາການ ເປັນລົມ ໃນວັນທີ 21 ມິຖຸນາຜ່ານມານັ້ນ ເປັນເຫດບັງເອີນ. ທ່ານໂຣເບີດສ໌ (Roberts) ອາຍຸ 65 ປີ ເຄີຍເປັນລົມໃນປີ 1993 ແລະປີ 2007.

ຖະແຫລງການສະບັບນັ້ນຂຽນວ່າ “ທ່ານປະທານສານໄດ້ຮັບການປິ່ນປົວຢູ່ໂຮງ ໝໍແຫ່ງນຶ່ງໃນທ້ອງຖິ່ນ ໃນວັນທີ 21 ມິຖຸນາ ສໍາລັບບາດເຈັບຢູ່ໜ້າຜາກຂອງ ເພິ່ນ ທີ່ເປັນບາດໃນເວລາລົ້ມລົງ ຂະນະທີ່ຍ່າງອອກກໍາລັງກາຍຢູ່ໃກ້ບ້ານຂອງ ເພິ່ນ. ບາດແຜດັ່ງກ່າວຕ້ອງໄດ້ຖືກຫຍິບ ແລະເພື່ອເປັນການປ້ອງກັນໄວ້ ຢ່າງ ຫລວງຫລາຍ ທ່ານໄດ້ນອນຢູ່ໂຮງໝໍຄືນນຶ່ງ ແລະກໍໄດ້ອອກໂຮງໝໍ ໃນຕອນ ເຊົ້າຂອງມື້ຕໍ່ມາ.”

ໜັງສືພິມ ວໍຊິງຕັນໂພສ໌ ລາຍງານວ່າ ທ່ານ ໂຣເບີດສ໌ ລົ້ມລົງຢູ່ສະໂມສອນແຫ່ງນຶ່ງຢູ່ນອກນະຄອນຫລວງວໍຊິງຕັນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG