ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ສົບຂອງທ່ານ ແມັກເຄນ ຈະເປີດໃຫ້ຝຸງຊົນເຄົາລົບ ໃນລັດ ອາຣິໂຊນາ ກັບ ນະຄອນຫຼວງ ວໍຊິງຕັນ


ສະມາຊິກສະພາສູງ ທ່ານ ຈອນ ແມັກເຄນ, ສະມາຊິກພັກ
ຣີພັບບລີກັນ ລັດອາຣິໂຊນາ) ໃນກອງປະຊຸມຖະແຫຼງຂ່າວ ທີ່ລັດຖະສະພາ ແຄັບປິຕອລ ຮິລ, ນະຄອນຫຼວງ ວໍຊິງຕັນ.
27 ກໍລະກົດ, 2017.
ສະມາຊິກສະພາສູງ ທ່ານ ຈອນ ແມັກເຄນ, ສະມາຊິກພັກ ຣີພັບບລີກັນ ລັດອາຣິໂຊນາ) ໃນກອງປະຊຸມຖະແຫຼງຂ່າວ ທີ່ລັດຖະສະພາ ແຄັບປິຕອລ ຮິລ, ນະຄອນຫຼວງ ວໍຊິງຕັນ. 27 ກໍລະກົດ, 2017.

ສະມາຊິກສະພາສູງ ທ່ານ ຈອນ ແມັກເຄນ, ທີ່ໄດ້ເສຍຊີວິດໃນວັນເສົາທີ່ຜ່ານມາ ຫຼັງ
ຈາກໄດ້ຕໍ່ສູ້ກັບໂຣກມະເຮັງສະໝອງໝົດປີແລ້ວນັ້ນ, ຈະໄດ້ຮັບກຽດໃນພິທີຢູ່ລັດ
ອາຣິໂຊນາ ແລະ ນະຄອນຫຼວງ ວໍຊິງຕັນ.

ທຳອິດ ສົບຂອງທ່ານ ແມັກເຄນ ຈະຖືກນຳໄປໄວ້ ຢູ່ຕຶກລັດຖະສະພາຂອງລັດ ອາຣິ
ໂຊນາ, ບ່ອນທີ່ພິທີສ່ວນຕົວ ຈະຖືກຈັດຂຶ້ນໃນວັນພຸດມື້ຮື, ເຊິ່ງຈະເປັນວັນຄົບຮອບ
ວັນເກີດ 82 ປີຂອງທ່ານ ແມັກເຄນ. ບັນດາປະຊາຊົນທົ່ວໄປ ຈະສາມາດເຂົ້າສະແດງ
ຄວາມເຄົາລົບໄດ້ ຢູ່ ຕຶກລັດຖະສະພາຂອງລັດ.

ໃນວັນພະຫັດ, ພິທີໄວ້ອາໄລສ່ວນຕົວຈະຖືກຈັດຂຶ້ນຢູ່ໂບດ ບັບຕິສ ນະຄອນ ຟີນິກສ໌
ເໜືອ.

ໃນນະຄອນຫຼວງ ວໍຊິງຕັນ, ສົບຂອງທ່ານ ແມັກເຄນ ຈະຖືກນຳໄປໄວ້ຢູ່ຫໍລັດຖະສະ
ພາ ສະຫະລັດ ໃນວັນສຸກ. ປະຊາຊົນທົ່ວໄປ ກໍຈະຖືກເຊື້ອເຊີນໃຫ້ເຂົ້າໄປສະແດງ
ຄວາມເຄົາລົບ.

ສົບຂອງທ່ານ ແມັກເຄນ ຈະກາຍເປັນສົບຂອງສະມາຊິກສະພາສູງຄົນທີ 13 ທີ່ຖືກນຳ
ໄປໄວ້ຢູ່ໃນຫໍໃຈກາງໂຣທັນດາ ຂອງຕຶກລັດຖະສະພາ, ເຊິ່ງແມ່ນກຽດທີ່ຖືກຮັກສາ
ໄວ້ໃຫ້ “ຄົນທີ່ມີຊື່ສຽງທີ່ສຸດຂອງປະເທດ”, ອີງຕາມນັກສະຖາປະນິກຂອງຕຶກລັດຖະ
ສະພາ.

ພິທີໄວ້ອາໄລໃນນະຄອນຫຼວງ ວໍຊິງຕັນ ຈະຖືກຈັດຂຶ້ນຢູ່ໂບດໃຫຍ່ແຫ່ງຊາດ ວໍຊິງຕັນ
ໃນວັນເສົາ. ຄາດວ່າ ອະດີດປະທານາທິບໍດີ ບາຣັກ ໂອບາມາ ກັບ ທ່ານ ຈອຈ໌
ດັບເບິລຢູ. ບຸຊ໌ ຈະຂຶ້ນກ່າວຄຳປາໄສໃນພິທີໄວ້ອາໄລດັ່ງກ່າວ.

ຫ້ອງການຂອງທ່ານ ແມັກເຄນ ກ່າວວ່າ ຈະມີການຖ່າຍທອດສົດສຳລັບພິທີຕ່າງໆໃນ
ໂບດບັບຕິສ ນະຄອນ ຟີນິກສ໌ເໜືອ ແລະ ໂບດໃຫຍ່ແຫ່ງຊາດ.

ສົບຂອງທ່ານ ແມັກເຄນ ຈະຖືກຝັງຢູ່ສຸສານໂຮງຮຽນທະຫານເຮືອ ສະຫະລັດ ໃນ
ເມືອງ ແອນນາໂປລິສ, ລັດ ແມຣີແລນ. ຂຸມຝັງສົບຂອງທ່ານຈະມີທີວທັດເໜືອແມ່ນໍ້າ
ເຊເວີນ, ແລະ ຈະຕັ້ງຢູ່ທາງຂ້າງເພື່ອນຮັກຂອງທ່ານຈາກສະໄໝຮຽນຢູ່ໂຮງຮຽນກອງ
ທັບເຮືອ,ພົນເຮືອເອກ ຈັກ ລາສັນ (Chuck Larson).

ວິລະບຸລຸດແຫ່ງສົງຄາມວຽດນາມ ທີ່ເປັນສະມາຊິກສະພາສູງ ແລະຜູ້ສະມັກແຂ່ງຂັນ
ເປັນປະທານາທິບໍດີ ປີ 2008 ໄດ້ຖືກຈົດຈຳຍ້ອນຄວາມກ້າຫານຂອງເພິ່ນ ຄວາມຮັກ
ຊາດແລະການຮັບໃຊ້ຊາດ ໂດຍຊາວອາເມຣິກັນແລະແຂກທີ່ມີກຽດຕ່າງປະເທດ.

ປະທານາທິບໍດີ ດໍໂນລ ທຣຳ ໄດ້ຂຽນລົງໃນທວີດເຕີ້ ໃນວັນເສົາວ່າ “ຂໍສົ່ງຄວາມເສົ້າ
ສະຫຼົດໃຈອັນສຸດຊຶ້ງ ແລະຄວາມເຄົາລົບນັບຖື ມາຍັງຄອບຄົວ ສະມາຊິກສະພາສູງ
ຈອນ ແມັກເຄນ. ຫົວໃຈແລະຄວາມໄຫວ້ວອນຂອງພວກເຮົາ ມາຢູ່ກັບພວກທ່ານ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG