ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Kerry ວ່າ ການຕັດງົບປະມານ ຈະກະທົບນະໂຍບາຍ ການຕ່າງປະເທດ ສຫລ (ວີດິໂອ)


ທ່ານ Kerry ເວົ້າວ່າ ການຕັດງົບປະມານແບບອັດຕະໂນມັດ ຈະເຮັດໃຫ້ນະໂຍບາຍການຕ່າງປະເທດຂອງສະຫະລັດ ໄດ້ຮັບຜົນກະທົບ
ທ່ານ Kerry ເວົ້າວ່າ ການຕັດງົບປະມານແບບອັດຕະໂນມັດ ຈະເຮັດໃຫ້ນະໂຍບາຍການຕ່າງປະເທດຂອງສະຫະລັດ ໄດ້ຮັບຜົນກະທົບ
ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ John Kerry
ເຕືອນວ່າ ການຕັດງົບປະມານແບບອັດຕະໂນມັດ ທີ່ກໍານົດ
ໃຫ້ມີຂຶ້ນໃນວັນທີ 1 ມີນາ ທີ່ຈະມາເຖິງນີ້ ຈະເຮັດໃຫ້ນະໂຍ ບາຍການຕ່າງປະເທດຂອງສະຫະລັດ ໄດ້ຮັບຜົນກະທົບ.

ໃນການກ່າວຄໍາປາໄສສໍາຄັນຄັ້ງທໍາອິດ ໃນນາມລັດຖະມົນຕີ
ການຕ່າງປະເທດສະຫະລັດນັ້ນ ທ່ານ Kerry ເວົ້າວ່າ ນະ ໂຍບາຍການຕ່າງປະເທດຂອງສະຫະລັດ ແມ່ນເຮັດໃຫ້ສະ ຖຽນລະພາບຂອງໂລກມີຄວາມກ້າວໜ້າ ແລະແມ່ນເປັນ
“ການລົງທຶນ ເພື່ອໃຫ້ອາເມຣິກາ ແລະໂລກເສລີ ມີຄວາມ
ເຂັ້ມແຂງ.”

ໃນອັນທີ່ເອີ້ນວ່າ ການຕັດງົບປະມານ “ແບບອັດຕະໂນມັດ” ແມ່ນສືບເນື່ອງມາຈາກ ຄວາມຂັດແຍ້ງກັນລະຫວ່າງປະທານາທິບໍດີບາຣັກ ໂອບາມາ ແລະລັດຖະສະພາສະ ຫະລັດ. ປະທານສະພາຕໍ່າສະຫະລັດ ທ່ານ John Boehner ເວົ້າວ່າ ມັນຂຶ້ນກັບປະ ທານາທິບໍດີ ທີ່ຈະຫລີກລ້ຽງການຕັດດັ່ງກ່າວ.

ຢູ່ໃນຄໍາປາໄສທີ່ກ່າວຢູ່ມະຫາວິທະຍາໄລ Virginia ໃນມື້ວັນພຸດວານນີ້ ທ່ານ Kerry ເວົ້າວ່າ “ບໍ່ມີຫຍັງທີ່ຈະແປກຕ່າງອີກຕໍ່ໄປແລ້ວ ກ່ຽວກັບນະໂຍບາຍ ການຕ່າງປະເທດ”
ທ່ານກ່າວວ່າ ການຕັດສິນໃຈດ້ານນະໂຍບາຍການຕ່າງປະເທດ ສົ່ງຜົນກະທົບຕໍ່ “ຊີ ວິດການເປັນຢູ່ປະຈໍາວັນ” ຂອງຊາວອາເມຣິກັນ ຊຶ່ງນັບແຕ່ສິນຄ້າທີ່ໄດ້ຊື້ ແລະຂາຍກັນ ຢູ່ ຕະຫລອດເຖິງວຽກງານທີ່ສ້າງໂດຍທຸລະກິດຂອງສະຫະລັດ. ທ່ານກ່າວວ່າ:

“ມັນບໍ່ແມ່ນພຽງແຕ່ເປັນເລື້ອງກ່ຽວກັບວ່າ ພວກເຮົາຈໍາເປັນຕ້ອງໄດ້ສົ່ງທະ ຫານຂອງ ພວກເຮົາໄປສູ້ໃນບັ້ນລົບອີກອັນນຶ່ງຫລືບໍ່ ແຕ່ມັນຍັງເປັນເລື້ອງທີ່ວ່າ ພວກເຮົາຈະສາ ມາດສົ່ງນັກສຶກສາທີ່ຮຽນຈົບໃໝ່ຂອງພວກເຮົາອອກໄປສູ່ ກໍາລັງແຮງງານ ທີ່ມີຄວາມ ຈະເລີນຮຸ່ງເຮືອງໄດ້ຫລືບໍ່. ສະນັ້ນແຫລະຂ້າພະ ເຈົ້າຈຶ່ງ ມາທີ່ນີ້.”

ທ່ານ Kerry ກ່າວຄໍາປາໄສດັ່ງກ່າວ ກ່ອນການເດີນທາງຄັ້ງທໍາອິດຂອງທ່ານ ໄປຕ່າງ ປະເທດ ໃນນາມລັດຖະມົນຕີການຕ່າງປະເທດ ໃນອາທິດໜ້ານີ້ ເພື່ອ ຢ້ຽມຢາມຢູໂຣບ ແລະພາກຕາເວັນອອກກາງ.

ເບິ່ງວີດິໂອກ່ຽວຂ້ອງ:


XS
SM
MD
LG