ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ Kerry ​ເພັ່ງ​ເລັງ​ໃສ່​ ເລື້ຶອງສິດທິ​ມະນຸ​ດ ແລະ​ການ​ຄ້າ ​ໃນ​ການ​ຢ້ຽມຢາມ ​ກຳປູ​ເຈຍ


ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ທ່ານ John Kerry ​ໄດ້​ຮັບ​ການ​ຕ້ອງ​ຮັບ​ເປັນ​ຢ່າງ​ອົບອຸນ ຈາກນາຍົກລັດຖະມົນຕີ​ Hun Sen ​ໃນ​ນະຄອນຫຼວງພະນົມ​ເປັນ, ກຳປູ​ເຈຍ, 26 ມັງກອນ, 2016.
ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ທ່ານ John Kerry ​ໄດ້​ຮັບ​ການ​ຕ້ອງ​ຮັບ​ເປັນ​ຢ່າງ​ອົບອຸນ ຈາກນາຍົກລັດຖະມົນຕີ​ Hun Sen ​ໃນ​ນະຄອນຫຼວງພະນົມ​ເປັນ, ກຳປູ​ເຈຍ, 26 ມັງກອນ, 2016.

ຄວາມ​ວິຕົກ​ກັງວົນ​ກ່ຽວ​ກັບ​ເລື້ອງສິດທິ​ມະນຸດ ແລະ​ການ​ຄ້າ​ສອງ
​ຝ່າຍ ແມ່ນ​ຈຸດເພັ່ງ​ເລັງຂອງລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະ
ລັດ ທ່ານ John Kerry ທີ່​ໄດ້​ພົບ​ປະຫຼາຍໆ​ຄັ້ງ ກັບ​ເຈົ້າໜ້າ​ທີ່​ກຳ
ປູເຈຍ ​ໃນ​ວັນ​ອັງຄານ​ມື້ນີ້.

ທ່ານ Kerry ກ່າວ​ວ່າ ຄວາມ​ກ້າວໜ້າ​ຂອງ​ກຳປູ​ເຈຍ​ໃນດ້ານ​ສິດ
ທິມະນຸດ ສິດ​ເສລີພາບ​ສາກົນ ແລະ ​ການ​ປົກຄອງ​ທີ່​ດີ ​ແມ່ນ​ມີ​
ຄວາມ​ສຳຄັນເພື່ອ​ວ່າ​ຈະ​ໄດ້​ເຮັດ​ຫຼ້ອນຄວາມບົ່ມ​ຊ້ອນ​ໃນ​ຄວາມ
​ສຳພັນ​ສອງ​ຝ່າຍກັບ​ສະຫະລັດ ນຳ.

US Cambodia Kerry
please wait
Embed

No media source currently available

0:00 0:00:52 0:00

ທ່ານ​ໃຫ້​ຄວາມ​ເຫັນ​ດັ່ງກ່າວ​ແກ່​ພວກ​ນັກ​ຂ່າວ​ຢູ່​ທີ່​ເດີ່ນ​ດ້ານ​ນອກ ຫລັງ​ຈາກ​ໄດ້​ເຈລະຈາ​ຫາລື​ກັບ​ພວກ​ເຈົ້າໜ້າ​ທີ່ ຮວມທັງ​ນາຍົກລັດຖະມົນຕີ​ຮຸນ​ເຊ​ນ ​ແລະ​ຮັກ ສາ​ການ​ຜູ້ນຳ​ພັກ​ຝ່າຍ​ຄ້ານ ທ່ານ Kem Sokha.

ທ່ານ Kerry ກ່າວ​ວ່າ ລັດຖະບານ​ທີ່​ເປັນ​ປະຊາທິປະ​ໄຕ​ຕ່າງໆ​ແມ່ນ​ມີ​ຄວາມ​ຮັບ ຜິດຊອບ​ໃນ​ການ​ຄ້ຳປະກັນວ່າ ສະມາຊິກ​ສະພາ​ທີ່​ໄດ້​ຮັບ​ເລືອກ​ທັງ​ໝົດ​ມີ​ສິດ​ເສລີ ທີ່​ຈະ​ເຮັດ​ໜ້າ​ທີ່ຮັບຜິດ
ຊອບ​ຂອງ​ພວກ​ເຂົາ​ເຈົ້າ ​ໂດຍ​ບໍ່ຕ້ອງ​ມີຄວາມ​ຢ້ານ​ກົວ​ໃນ​ການ​ຖື​ກຳ​ໂຈມ​ຕີ​ຫຼືຈັບ​ກຸມ​ໃດໆ. ​ແລະ​ທ່ານ​ໄດ້​ກ່າວຢ້ຳວ່າ ທ່ານ​ໄດ້ຍົກ​ເອົາ​ເລື້ອງ​ຄວາມ​ວິຕົກ​ກັງວົນ​ດ້ານສິດທິ​ມະນຸດ ຂຶ້ນມາ​ຫາລືໃນ​ລະຫວ່າງ​ການໂອ້​ລົມ​ກັນ.

ທ່ານ John Kerry (ຊ້າຍ), ຈັບ​ມື​ກັບ​ລັດຖະມົນຕີ​ການ​ຕ່າງປະ​ເທດ ​ແລະ ຮ​ອງລັດຖະມົນຕີ​ການ​ຕ່າງ​ປະ​ເທດ​ ທ່ານ Hor Namhong ກ່ອນ​ກອງ​ປະຊຸມ​ສອງ​ຝ່າຍ ​ໃນ​ກະຊວງ​ການ​ຕ່າງປະ​ເທດ​ທີ່​ນະຄອນ​ພະນົມ​ເປັນ, ກຳປູ​ເຈຍ, 26 ມັງກອນ, 2016.
ທ່ານ John Kerry (ຊ້າຍ), ຈັບ​ມື​ກັບ​ລັດຖະມົນຕີ​ການ​ຕ່າງປະ​ເທດ ​ແລະ ຮ​ອງລັດຖະມົນຕີ​ການ​ຕ່າງ​ປະ​ເທດ​ ທ່ານ Hor Namhong ກ່ອນ​ກອງ​ປະຊຸມ​ສອງ​ຝ່າຍ ​ໃນ​ກະຊວງ​ການ​ຕ່າງປະ​ເທດ​ທີ່​ນະຄອນ​ພະນົມ​ເປັນ, ກຳປູ​ເຈຍ, 26 ມັງກອນ, 2016.

ພວມ​ມີ​ຄວາມ​ເປັນ​ຫ່ວງ​ກັງວົນຢູ່​ຕໍ່​ມາ​ກ່ຽວ​ກັບ​ການ​ດຳ​ເນີນ​ຄວາມ​ພະຍາຍາມ​ຂອງ​ກຳປູ​ເຈຍ​ໃນການ​ຄ້ຳປະກັນ​ການ​ປະຕິ​ຮູບ​ໄປ​ສູ່​ປະຊາທິປະ​ໄຕ​ແລະ​ສິດທິ​ມະນຸດ​.

​ໃນ​ຂະນະ​ທີ່​ຜູ້ນຳ​ຝ່າຍ​ຄ້ານ ທ່ານ​ແຊມ​ແຮັງ​ສີ​ ​ພວມ​ໄປ​ລີ້​ໄພ​ຢູ່​ຕ່າງປະ​ເທດ​ເພື່ອ​ຫຼີກລ້ຽງ​ໃນ​ອັນ​ທີ່​ເຊື່ອ​ກັນ​ຢ່າງ​ກວ້າງຂວາງ​ວ່າ ​ເປັນ​ຂໍ້​ຫາທີ່​ມີ​ຈຸດປະສົງ​ທາງ​ການ​ເມືອງ​ແລະ​ການ​ຈັບ​ກຸມ​ສະມາຊິກ​ສະພາ​ແລະ​ນັກ​ເຄື່ອນ​ໄຫວພັກ​ຝ່າຍ​ຄ້ານ​ 17 ຄົນ​ເ​ຂົ້າຄຸກ ບັນດາ​ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ​ກ່າວ​ວ່າ​ ການ​ປັບປຸງ​ຄວາມ​ສຳພັນ ​ໃດໆ​ກໍ​ຕາມ ຕ້ອງ​ຕິດຕາມ​ມາ​ດ້ວຍ​ການ​ຄ້ຳປະກັນ​ຕໍ່​ການ​ປະຕິ​ຮູບ​ຂອງ​ກຳປູເຈຍ.

ນອກ​ນັ້ນ ທ່ານ Kerry ຍັງ​ໄດ້​ກ່າວ​ຊົມ​ເຊີຍ​ຄວາ​ມກ້າວໜ້າ​ທາງ​ດ້ານ​ເສດຖະກິດ ຂອງ​ກຳປູ​ເຈຍ.

XS
SM
MD
LG