ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານແຄຣີ ຄາດວ່າ ຈະມີຄວາມແຈ່ມໃສໃນ ເລື່ອງການເຈລະຈາ ສັນຕິພາບ ຊີເຣຍ ພາຍໃນສອງສາມມື້ນີ້


ເຈົ້າໜ້າທີ່ຕຳຫຼວດຊີເຣຍ ຄົນນຶ່ງຍ່າງຜ່ານກຸ່ມພວກຄົນ
ທ້ອງຖິ່ນ ທີ່ຢືນຢູ່ໃນອາຄານຫຼັງນຶ່ງທີ່ມີປ້າຍຮູບພາບຂອງ
ປະທານາທິບໍດີ ຊີເຣຍ Bashar al-Assad ໃນເມືອງ
Salma ປະເທດຊີເຣຍ, ວັນທີ 22 ມັງກອນ 2016.
ເຈົ້າໜ້າທີ່ຕຳຫຼວດຊີເຣຍ ຄົນນຶ່ງຍ່າງຜ່ານກຸ່ມພວກຄົນ ທ້ອງຖິ່ນ ທີ່ຢືນຢູ່ໃນອາຄານຫຼັງນຶ່ງທີ່ມີປ້າຍຮູບພາບຂອງ ປະທານາທິບໍດີ ຊີເຣຍ Bashar al-Assad ໃນເມືອງ Salma ປະເທດຊີເຣຍ, ວັນທີ 22 ມັງກອນ 2016.

ທ່ານ ຈອນ ແຄຣີ ລັດຖະມົນຕີຕ່າງປະເທດ ສະຫະລັດ ໄດ້ກ່າວ
ໃນວັນຈັນມື້ນີ້ວ່າ ທ່ານຄາດວ່າ ຄວາມກະຈ່າງແຈ້ງບາງຢ່າງກ່ຽວ
ກັບມື້ວັນ ຂອງການເຈຣະຈາສັນຕິພາບຊີເຣັຽຈະພໍຮູ້ໄດ້ພາຍໃນ
ສອງມື້ຂ້າງໜ້ານີ້.

ອົງການສະຫະປະຊາຊາດ ຢາກນຳເອົາຣັຖບານຊີເຣັຍ ກັບສະ
ມາຊິກຝ່າຍຄ້ານ ມາພົບພໍ້ກັນ ທີ່ນະຄອນເຈນິວາ ເພື່ອເຈຣະຈາ
ກັນເຣີ່ມວັນຈັນມື້ນີ້ ແຕ່ການດຳເນີນງານໄດ້ຊັກຊ້າໄປ ຍ້ອນຄວາມ
ບໍ່ເຫັນພ້ອມນຳກັນກ່ຽວກັບວ່າຜູ້ໃດຄວນຖືກເຊີນມາຮ່ວມແດ່.

ທູດພິເສດຂອງ ສປຊ ກ່ຽວກັບຊີເຣັຽ ທ່ານ Staffan de Mistura
ມີກຳນົດວ່າຈະໃຫ້ຂ່າວຄືບໜ້າກ່ຽວກັບສະພາບການດັ່ງກ່າວ ທີຫຼັງໃນວັນຈັນມື້ນີ້.

ໃນການກ່າວຢູ່ໃນເວລາຢ້ຽມຢາມ ສປປ ລາວ ຢູ່ນັ້ນ ທ່ານ ແຄຣີ ເວົ້າວ່າ ໃຫ້ລໍຖ້າໄປອີກ
ຈັກສອງສາມມື້ ກ່ອນຈະດີກວ່າ ແລະຈັດຕັ້ງການດຳເນີນງານ ໃຫ້ເປັນຢ່າງດີ ຈະດີກວ່າ
ເຮັດໃຫ້ພັງທະລາຍໃນມື້ທຳອິດ.

XS
SM
MD
LG