ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໗ ກັນຍາ ໒໐໒໓

ສົບຂອງທ່ານ Glenn ອະດີດນັກ ບິນອາວະ ກາດ ແລະສະມາຊິກສະພາສູງ ຈະຖືກນຳໄປ ຝັງ ທີ່ສຸສານ​ແຫ່ງ​ຊາດ Arlington


ສະມາຊິກສະພາສູງສະຫະລັດ ທ່ານ John Glenn ໂອ້ລົມກັບ ນັກບິນອາວະກາດ ຢູ່ສະຖານີອາວະກາດນາໆຊາດ ຜ່ານທາງ ດາວທຽມ ໃນ Columbus, Ohio, 20 ກຸມພາ, 2012.

ນັກ​ບິນອາ​ວະ​ກາດ​ສະຫະລັດ ທ່ານ John Glenn ຜູ້​ຊຶ່ງ​ເສ​ຍຊີວິດ ​ໃນ​ເດືອນ​ທັນວາ
ປີ​ກາຍ ​ໃນ​ໄວ 95 ປີນັ້ນ ໃນ​ວັນ​ພະຫັດ​ມື້​ນີ້ ຈະ​ຖືກ​ນຳ​ມາ​ຝັງ​ທີ່ສຸສານ​ແຫ່ງ​ຊາດ
ຊຶ່ງ​ເປັນສະຖານ​ທີ່ຝັງ​ສົບອັນ​ມີ​ກຽດ ສຳລັບສະມາຊິກ​ທະຫານ​ສະຫະລັດ.

ປະທານາທິບໍດີ​ ທ່ານ Donald Trump ​ໄດ້​ສັ່ງ​ໃຫ້ຊັກ​ທຸງຊາດ​ທັງຫຼາຍ ທີ່ຢູ່​ຕາມ​ຕຶກ
​ໂຮງການ​ລັດຖະບານ ​ໃນ​ທົ່ວ​ປະ​ເທດ​ ບັນດາ​ຄ້າຍ​ທະຫານ​ອື່ນໆ ຖານ​ທັບ​ເຮືອ​
ພ້ອມທັງ​ເຮືອ​ທະຫານແລະ​ສະຖານ​ເອກ​ອັກຄະ​ລັດຖະທູດ​ສະຫະລັດ ​ໃນ​ທົ່ວ​ໂລກ
​ຂຶ້ນ​ເຄິ່ງເສົາ ​ໃນ​ວັນ​ພະຫັດມື້​ນີ້ ​ເພື່ອເປັນ​ກຽດ​ໃຫ້ແກ່ ທ່ານ Glenn.

ທ່ານ Glenn ​ໄດ້​ມີ​ບົດບາດສຳຄັນ ໃນ​ປະຫວັດສາດການ​ແຂ່ງຂັນ​ທາງ​ອາ​ວະ​ກາດ
ສະຫະລັດ ​ເປັນ​ນັກ​ບິນ​ໃນ​ນຶ່ງ​ຂອງ​ຍານ​ອາ​ວະ​ກາດ​ທີ່​ມີມະນຸດ​ບັງຄັບ​ໃນ​ສະ​ໄໝ​ຕົ້ນໆ
ແລະ​ ຕໍ່​ມາ ​ໃນ​ໄວ 77 ປີ ​ໄດ້​ກັບ​ຄືນຂຶ້ນ​ສູ່ອາ​ວະ​ກາດ ​ເຮັດ​ໃຫ້​ທ່ານ​ເປັນ​ນັກ​ບິນອາ​ວະ
​ກາດ ທີ່​ອາຍຸ​ສູງທີ່​ສຸດ ທີ່​ໄດ້​ກັບມາເຮັດ​ໜ້າ​ທີ່​ນີ້.

ທ່ານ Glenn ​ຍັງ​ໄດ້ຮັບ​ບົດບາດ​ເປັນ​ສະມາຊິກ​ສະພາ​ສູງສະຫະລັດ ຈາກລັດ Ohio
ເປັນ​ເວ​ລາ 24 ປີ ​ແລະ​ຍັງ​ເປັນ​ຜູ້​ກໍ່ຕັ້ງ ສະ​ຖາ​ບັນ​ປະຊາ​ສຳພັນ ທີ່​ມະຫາວິທະຍາ​ໄລ
ລັດ Ohio.

ທ່ານ Glenn ຊຶ່ງ​ໄດ້​ຖືກ​ມອງ​ກັນ​ວ່າ ​ເປັນ​ວິລະ​ບຸລຸດ ຂອງຊາວ​ອາເມຣິກັນທຸກໆ​ຄົນນັ້ນ
ໄດ້​ພາ​ໃຫ້​ມີ​ການສະ​ແດງ​ຄວາມອາ​ໄລ​ອາວ​ອນນັບ​ຕັ້ງ​ແຕ່​ການ​ຈາກ​ໄປ​ຂອງ​ທ່ານ.
ຫຼັງ​ຈາກການເສຍ​ຊີວິດ​ຂອງ​ທ່ານ ນັບ​ຕັ້ງ​ແຕ່​ວັນ​ທີ 8 ທັນວາ ມາ​ຈົນ​ຮອດ​ປັດຈຸບັນ​ນີ້
ສົບ​ຂອງ​ທ່ານ ໄດ້​ຖືກ​ນຳ​ໄປ​ດອຍ​ໄວ້​ທີ່​ຕຶກ​ສະພາ​ຂອງ​ລັດ Ohio. ທ່ານ​ໄດ້​ຖືກ​ຈົດ​ຈຳ
​ໃນ​ພິທີ​ໄວ້ອາ​ໄລ​ທີ່ມະຫາວິທະຍາ​ໄລລັດ Ohio ບ່ອນ​ທີ່ພວກ​ລູກຂອງ​ທ່ານ ​ໄດ້​ບອກ
​ກັບ​ພວກ​ທີ່​ມາ​ໄວ້ອາ​ໄລ​ນັ້ນ​ວ່າ ພໍ່​ຂອງ​ພວກ​ເຂົາ​ເຈົ້າ ​ໄດ້ຮ້ອງ​ຂໍ​ໃຫ້​ພວກເຂົາ​ເຈົ້າ​ຊ້ຳ
​ແລ້ວ​ຊ້ຳ​ອີກວ່າ“ທ່ານ​ໄດ້​ເຮັດ​ຫຍັງ​ແດ່​ເພື່ອ​ປະ​ເທດ​ຊາດ​ຂອງ​ທ່ານ​ໃນ​ທຸກ​ມື້ນີ້?”

ອະດີດ​ຮອງ​ປະທານາທິບໍດີ​ສະຫະລັດ ທ່ານ Joe Biden ​ໄດ້​ກ່າວ​ສະດຸ​ດີ ​ທ່ານ Glenn ​
ໃນ​ພິທີໄວ້ອາ​ໄລ​ໂດຍເວົ້າ​ວ່າ “ທ່ານຮູ້ດີ ​ໂດຍ​ການ​ທີ່​ຖືກ​ລ້ຽງ​ດູ​ມາ​ນັ້ນ​ວ່າ ປະຊາຊົນ
ຊາວ​ອາ​ເມຣິກັນ ຄົນ​ທຳ​ມະ​ດາສາມັນ ສາມາດ​ທີ່​ຈະ​ເຮັດ​ສິ່ງວິ​ເສດ​ໃຫຍ່​ຫຼວງ​ໄດ້.”

ສຸສານ​ແຫ່ງ​ຊາດ​ Arlington ຈະ​ເປັນ​ບ່ອນສຸດ​ທ້າຍ ​ທີ່ຈະ​ຝັງ​ທ່ານ Glenn ຊຶ່ງ​ເປັນ
ສະຖານ​ທີ່​ບັນດາ​ວິລະ​ບຸລຸດ​ໃນ​ກອງທັບ​ສະຫະລັດ ປະທານາທິບໍດີ​ສະຫະລັດ
ແລະ​ບຸກຄົນ​ສຳ​ຄັນໄດ້​ຖືກ​ນຳ​ໄປ​ຝັງ​ໄວ້. ອານຸສອນ​ສະຖານ​ແຫ່ງ​ຊາດ ທະຫານນິລະ
ນາມ ກໍ​ຢູ່​ທີ່​ນັ້ນ​ເຊັ່ນ​ກັນ ຊຶ່ງ​ເປັນ​ສະຖານ​ທີ່​ ທີ່ໃຫ້​ກຽດ​ແກ່​ບັນດາ​ທະຫານທັງຫຼາຍ
ທີ່​ເສຍ​ຊີວິດ​ໃນ​ປາງສົງຄາມ​ແຕ່​ບໍ່​ສາມາດເກັບ​ກຳ​ບັນທຶກ​ໄດ້​ນັ້ນ.

ສຸສານ​ແຫ່ງ​ຊາດ​ ​ແມ່ນ​ຕັ້ງ​ຢູ່​ເທິງ​ເນີນສູງ​ ໃນ​ລັດ Virginia ທີ່​ສາມາດມອງ​ເຫັນ​ແມ່​ນ້ຳ
Potomac ​ແລະ​ຖ້າ​ອາກາດ​ແຈ່ມ​ແຈ້ງ​ດີ​ ກໍ​ຈະ​ມອງ​ເຫັນ​ຕຶກລັດຖະສະພາ ​ແລະ​
ອານຸສາ​ວະລີວໍ​ຊີງ​ຕັນ​ໄດ້ ​ແລະ​ຍັງເປັນສະຖານ​ທີ່ ​ທີ່​ມີ​ຜູ້​ຄົນ​ໄປ​ຢ້ຽມຢາມ​ຫຼາຍ​ທີ່​ສຸດ
​ໃນ​ຂົງ​ເຂດວໍ​ຊີງ​ຕັນ. ​

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG