ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທ. ໂບລຕັນ ກ່າວວ່າ ການແຊກແຊງ ເຂົ້າໃນ ການເລືອກຕັ້ງ ປີ 2016 ຂອງຣັດເຊຍ ບໍ່ໄດ້ມີ ຜົນຫຍັງເລີຍ


ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ທ່ານ ຈອນ ໂບລຕັນມ ຊ້າຍ, ແລະ ລັດຖະມົນຕີວ່າການ ຕ່າງປະເທດ ຂອງຣັດເຊຍ ທ່ານ ເຊີເກ ລາວຣັອຟ ຈັບມືກັນ ກ່ອນໜ້າເຂົ້າຮ່ວມ ການເຈລະຈາ ໃນນະຄອນຫຼວງ ມົນກູ, ວັນທີ 22 ຕຸລາ 2018.
ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ທ່ານ ຈອນ ໂບລຕັນມ ຊ້າຍ, ແລະ ລັດຖະມົນຕີວ່າການ ຕ່າງປະເທດ ຂອງຣັດເຊຍ ທ່ານ ເຊີເກ ລາວຣັອຟ ຈັບມືກັນ ກ່ອນໜ້າເຂົ້າຮ່ວມ ການເຈລະຈາ ໃນນະຄອນຫຼວງ ມົນກູ, ວັນທີ 22 ຕຸລາ 2018.

ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ທ່ານ ຈອນ ໂບລຕັນ ກ່າວວ່າ ທ່ານໄດ້ກ່າວຕໍ່
ບັນດາເຈົ້າໜ້າທີ່ ຂອງຣັດເຊຍ ວ່າ ການແຊກແຊງເຂົ້າໃນການເລືອກຕັ້ງ ສະຫະລັດ
ປີ 2016 ນັ້ນ ບໍ່ໄດ້ມີຜົນກະທົບໃດໆ ຕໍ່ຜົນທີ່ອອກມາ ຫາກພຽງແຕ່ໄດ້ສ້າງຄວາມບໍ່ ໜ້າເຊື່ອຖືເທົ່ານັ້ນ.

“ສິ່ງທີ່ສຳຄັນ ກໍແມ່ນວ່າ ຄວາມຕ້ອງການ ຢາກຈະແຊກແຊງເຂົ້າໃນກິດຈະການ
ຂອງພວກເຮົາ ໃນຕົວມັນເອງ ເປັນສິ່ງທີ່ກະຕຸ້ນໃຫ້ເກີດຄວາມບໍ່ເຊື່ອຖື ໃນພວກ
ຄົນຣັດເຊຍ ຢູ່ໃນຣັດເຊຍ. ແລະ ຂ້າພະເຈົ້າ ຄຶດວ່າ ມັນບໍ່ຄວນ ຍອມຮັບໄດ້. ມັນ
ບໍ່ຄວນເປັນສິ່ງທີ່ຮັບເອົາໄດ້”
ທ່ານ ໂບລຕັນ ໄດ້ກ່າວ ຕໍ່ລາຍການວິທະຍຸ ເອໂກ
ມົສກຸຍ ໃນວັນຈັນ ວານນີ້.

ທ່ານ ໂບລຕັນ ແມ່ນກຳລັງຢູ່ໃນນະຄອນຫຼວງ ມົນກູ ເພື່ອການເຈລະຈາ ກັບບັນດາ
ຜູ້ນຳຂອງຣັດເຊຍ ໃນເລື້ອງເຈດຕະນາຂອງ ປະທານາທິບໍດີ ດໍໂນລ ທຣຳ ທີ່ຈະຖອນ
ສະຫະລັດ ອອກຈາກຂໍ້ຕົກລົງ ການຄວບຄຸມອາວຸດ ປີ 1987.

ກ່ອນໜ້າ ທີ່ຈະເຂົ້າຮ່ວມໃນທຳນຽບຂາວ ທ່ານ ໂບລຕັນ ໄດ້ເອີ້ນ ຄວາມພະຍາຍາມ
ແຊກແຊງເຂົ້າໃນການເລືອກຕັ້ງ ປີ 2016 ຂອງຣັດເຊຍນັ້ນ ວ່າ ເປັນ “ການກໍ່ສົງຄາມ.”

ໄອຍະການພິເສດ ທ່ານ ໂຣເບີດ ມັນເລີ ກຳລັງສືບສວນສອບສວນ ກ່ຽວກັບ ການແຊກ
ແຊງເຂົ້າໃນການເລືອກຕັ້ງ ຂອງຣັດເຊຍ ແລະຂໍ້ກ່າວຫາວ່າ ສົມຮູ້ຮ່ວມຄິດ ກັບ ຄະນະ
ໂຄສະນາຫາສຽງ ຂອງທ່ານທຣຳ ເຊິ່ງເປັນຂໍ້ກ່າວຫາ ທັງ ທ່ານ ທຣຳ ແລະ ຣັດເຊຍ
ປະຕິເສດ.

ສະຫະລັດ ໄດ້ກ່າວຟ້ອງພົນລະເມືອງຂອງຣັດເຊຍ ຈຳນວນນຶ່ງ ແລະ ພວກທີ່ເປັນຕົວ
ແທນໄປແລ້ວ ໃນຖານແຊກແຊງເຂົ້າໃນການເລືອກຕັ້ງຂອງ ສະຫະລັດ.

ເມື່ອສັບປະດາແລ້ວນີ້ ກະຊວງຍຸຕິທຳ ໄດ້ກ່າວຟ້ອງ ແມ່ຍິງຣັດເຊຍຄົນນຶ່ງ ໃນຖານ
“ກໍ່ສົງຄາມດ້ານຂໍ້ມູນ” ສຳລັບເປັນຜູ້ຈັດການດ້ານການເງິນ ຂອງບໍລິສັດ ອິນເຕີເນັດ
ທີ່ສະແຫວງຫາເພື່ອແຊກແຊງເຂົ້າໃນການເລືອກຕັ້ງກາງສະໄໝ ທີ່ ຈະມີຂຶ້ນໃນເດືອນ
ໜ້ານີ້.

ບໍລິສັດດັ່ງກ່າວ ໂດຍມີນັກທຸລະກິດໃຫຍ່ ຜູ້ທີ່ເປັນເຈົ້າຂອງ ຊຶ່ງປາກົດວ່າ ມີສາຍສຳພັນ
ກັບ ປະທານາທິບໍດີ ວລາດີເມຍ ປູຕິນ.

ສ່ວນແມ່ຍິງຣັດເຊຍດັ່ງກ່າວ ຊື່ວ່າ ເອລີນາ ຄຸຊຢາຍໂນວາ ໄດ້ກ່າວໃນວັນ ຈັນວານນີ້
ວ່າ ນາງ “ແປກໃຈ” ກ່ຽວກັບການກ່າວຟ້ອງຕໍ່ນາງ. ນາງ ຄຸຊຢາຍໂນວາ ເອີ້ນຕົນເອງ
ວ່າ ເປັນ “ແມ່ຍິງຣັດເຊຍທຳມະດາ” ຜູ້ທີີ່ເວົ້າອັງກິດບໍ່ໄດ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG