ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໘ ພຶດສະພາ ໒໐໒໔

ຊາຍ​ໄທສັນຊາດອາເມຣິກັນ ຍອມຮັບຜິດຕໍ່ຂໍ້​ຫາ ​​ໝິ່ນ​ປະ​ໝາດ​ສະ​ຖາ​ບັນກະສັດໄທ


ກະສັດ​ໄທ​ແລະ​ລາດ​ຊະ​ວົງ
ກະສັດ​ໄທ​ແລະ​ລາດ​ຊະ​ວົງ

ຊາຍ​ໄທສັນ​ຊາດອາ​ເມຣິກັນຄົນ​ນຶ່ງໄດ້ຍອມຮັບ​ຜິດຕໍ່​ຂໍ້​ຫາໝິ່ນ​ປະ​ໝາດ​ແລະ​ລົບ​ລູ່ສະ​ຖາ​ບັນ
ກະສັດ ຊຶ່ງ​ອາດ​ຖືກ​ຕິດ​ຄຸກ​ເຖິງ 15 ປີ ຕາມ​ກົດ​ໝາຍໝິ່ນ​ປະ​ໝາດພະ​ມະຫາກະສັດຂອງ​ໄທ.

ນາຍ Joe Gordon ຄົນໄທສັນຊາດ ອາເມຣິກັນ ຕອນເດີນທາງໄປຮອດ ສານອາຍາທີ່ບາງກອກ, ວັນທີ 10 ຕຸລາ 2011. (AP Photo/Apichart Weerawong)
ນາຍ Joe Gordon ຄົນໄທສັນຊາດ ອາເມຣິກັນ ຕອນເດີນທາງໄປຮອດ ສານອາຍາທີ່ບາງກອກ, ວັນທີ 10 ຕຸລາ 2011. (AP Photo/Apichart Weerawong)

ໃນ​ການ​ກ່າວ​ຕໍ່​ພວກ​ນັກ​ຂ່າວ​ກ່ອນ​ຈະ​ເຂົ້າໄປ​
ໃນ​ສານອາຍາ​ຂອງ​ບາງກອກໃນວັນ​ຈັນ​ມື້ນີ້
ນາຍ Joe Gordon ທີ່​ເກີດ​ຢູ່​ໄທນັ້ນ​ ເວົ້າ
ວ່າ ລາວ​ບໍ່​ຢາກ​ຈະ​ສູ້​ຄະດີ ແຕ່ລາວ​ກໍ​ຫວັງ
ວ່າຈະ​ໄດ້​ຮັບ​ການ​ຊ່ອຍ​ເຫຼືອ​ຈາກ​ທາງ​ລັດ
ຖະບານສະຫະ ລັດໃຫ້​ລາວ​ພົ້ນ​ໂທດ.

ນາຍ Gordon ​ອາຍຸ 55 ປີ ທີ່​ອາ​ໄສ​ຢູ່​ໃນ
ລັດ Colorado ​ທາງພາກກາງຂອງສະຫະ
ລັດ ໄດ້​ຖືກຈັບ​ໃນ​ເດືອນພຶ​ດສະພາ ​ໃນ​ຂະ
ນະ​ທີ່​ຢ້ຽມຢາມ​ປະ​ເທດ​ໄທແລະ​ໄດ້​ຖືກຟ້ອງ
ຮ້ອງໃນ​ຂໍ້​ຫາ​ນໍາ​ເອົາ​ຂໍ້​ມູນ​ທີ່​ຖື​ວ່າເປັນ​ການ
ລົບລູ່​ຕໍ່​ສະຖາ​ບັນ​ກະສັດ​ແລະລາດ​ຊະ​ວົງ​
ໄ​ທ ລົງໃນ​ໜ້າ blog ສະ​ແດງ​ຄວາມ​ເຫັນ
ຂອງ​ລາວ ແລະ​ເອົາ​ບົດແປ​ຂອງປື້ມທີ່​
ຕ້ອງ​ຫ້າມຫົວ​ນຶ່ງ ມາ​ລິ້ງ​ໃສ່​ກັບ​ໜ້າ blog
ຂອງ​ລາວ ໃນ​ຂະນະ​ທີ່​ລາວ​ດໍາລົງ​ຊີວິດ​ຢູ່​ໃນສະ​ຫະລັດ.

XS
SM
MD
LG