ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ. ໂຈ ໄບເດັນ ຊະນະການເລືອກຕັ້ງຂັ້ນຕົ້ນ ເພື່ອຕຳແໜ່ງ ປະທານາທິບໍດີຂອງພັກ ເດໂມແຄຣັດ ໃນລັດ ຟລໍຣິດາ


ຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ສັງກັດພັກເດໂມແຄຣັດ
ແລະ ອະດີດຮອງປະທານາທິບໍດີ ທ່ານ ໂຈ ໄບເດັນ ກ່າວຄຳປາໄສທີ່ງານແຫ່ງນຶ່ງໃນນະຄອນ ລອສ ແອນເຈີລິສ, ລັດ ຄາລິຟໍເນຍ. 4 ມີນາ, 2020.
ຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ສັງກັດພັກເດໂມແຄຣັດ ແລະ ອະດີດຮອງປະທານາທິບໍດີ ທ່ານ ໂຈ ໄບເດັນ ກ່າວຄຳປາໄສທີ່ງານແຫ່ງນຶ່ງໃນນະຄອນ ລອສ ແອນເຈີລິສ, ລັດ ຄາລິຟໍເນຍ. 4 ມີນາ, 2020.

ອະດີດຮອງປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ໄດ້ຊະນະສະມາ ຊິກສະພາ
ສູງ ທ່ານ ເບີນີ ແຊນເດີສ໌ ໃນການເລືອກຕັ້ງຂັ້ນຕົ້ນເພື່ອຖືກສະເໜີຊື່ເຂົ້າແຂ່ງຂັນເອົາ
ຕຳແໜ່ງປະທານາທິບໍດີຂອງພັກເດໂມແຄຣັດຢ່າງຖ້ວມລົ້ນ ໃນວັນອັງຄານວານນີ້ທີ່
ລັດຟລໍຣິດາ, ດ້ວຍທ່ານ ໄບເດັນ ຍັງຄາດວ່າຈະໄດ້ ຮັບໄຊຊະນະການເລືອກຕັ້ງຂັ້ນຕົ້ນ
ອີກໃນລັດ ອີລີນອຍ ແລະ ອາຣິໂຊນາ.

ດ້ວຍຄະແນນສຽງສາມສ່ວນສີ່ໄດ້ຖືກນັບໃນລັດ ຟລໍຣິດາ, ເຊິ່ງແມ່ນລັດທີ່ຕັ້ງຢູ່ພາກ
ຕາເວັນອອກສຽງໃຕ້, ທີ່ໄດ້ເປັນລັດທີ່ປະທານາທິບໍດີສັງກັດພັກ ຣີພັບບລີກັນ ທ່ານ ດໍໂນລ ທຣຳ ໄດ້ຫັນປ່ຽນມາເປັນບ້ານຂອງທ່ານນັ້ນ, ທ່ານ ໄບເດັນ ໄດ້ຊະນະ
ທ່ານ ແຊນເດີສ໌ ຈາກລັດ ເວີມັອນ ດ້ວຍຄະແນນເກືອບ 3 ຕໍ່ 1.

ດ້ວຍໄຊຊະນະໃນລັດ ຟລໍຣິດາ ນັ້ນ ທ່ານ ໄບເດັນ, ແມ່ນໄດ້ເຂົ້າແຂ່ງຂັນ ເອົາຕຳແໜ່ງ
ປະທານາ ທິບໍດີໃນຮອບສາມທົດສະວັດທີ່ຜ່ານມາ, ທ່ານໄດ້ຊະນະ ທ່ານ ແຊນເດີສ໌
ໃນການແຂ່ງຂັນຂັ້ນຕົ້ນ 17 ຈາກ 22 ລັດ, ເຊິ່ງທ່ານ ແຊນເດີສ ແມ່ນຜູ້ທີ່ປະກາດຕົນເອງ
ວ່າເປັນນັກສັງຄົມນິຍົມປະຊາທິປະໄຕ ຜູ້ທີ່ໄດ້ປະຕິຍານວ່າ ຈະນຳໜ້າການປະຕິວັດ
ສັງຄົມ ແລະ ເສດຖະກິດ, ລວມທັງການປ່ຽນແປງລະບົບປະກັນສຸຂະພາບ ສະຫະລັດ
ທັງໝົດ.

ທ່ານ ໄບເດັນ, ເຊິ່ງແມ່ນອະດີດຮອງປະທານາທິບໍດີສອງສະໄໝພາຍໃຕ້ປະ ທານາທິບໍດີ
ບາຣັກ ໂອບາມາ ນັ້ນ, ໄດ້ໂຕ້ແຍ້ງວ່າ ບັນດາຜູ້ລົງຄະແນນສຽງ ມີຄວາມເປັນຫ່ວງຫຼາຍ
ກວ່າ ກ່ຽວກັບ ການຟື້ນຟູ ແລະ ນຳເອົາຄວາມຮຽບ ຮ້ອຍມາສູ່ທຳນຽບຂາວ ແລະ ຫາຂໍ້ແກ້
ໄຂທີ່ສາມາດປະຕິບັດໄດ້ຕໍ່ບັນຫາຕ່າງໆ ຫຼາຍກວ່າ ໂຄງການປ່ຽນແປງທີ່ໃຫຍ່ຫຼວງ ແລະ
ການປະຕິວັດຂອງທ່ານ ແຊນເດີສ໌ ແລະ ພັນທະມິດຫົວກ້າວໜ້າຂອງທ່ານແມ່ນກຳລັງໃຫ້
ການສະໜັບ ສະໜູນ.

ໄຊຊະນະດັ່ງກ່າວໄດ້ເພີ່ມຄະແນນນຳໜ້າຈາກຄະນະຜູ້ແທນໃຫ້ທ່ານ ໄບເດັນ ສຳລັບ
ກອງປະຊຸມໃຫຍ່ແຫ່ງຊາດຂອງພັກເດໂມແຄຣັດ ໃນເດືອນກໍລະກົດນີ້, ເຊິ່ງພັກດັ່ງກ່າວ
ຈະເລືອກຜູ້ສະເໜີຊື່ຂອງເຂົາເຈົ້າເພື່ອປະເຊີນໜ້າກັບທ່ານ ທຣຳ ໃນການເລືອກຕັ້ງແຫ່ງ
ຊາດໃນເດືອນພະຈິກນີ້ ໃນຂະນະທີ່ທ່ານປະທານາທິບໍດີ ຈະແຂ່ງຂັນເພື່ອການດຳລົງ
ຕຳແໜ່ງສະໄໝທີສອງ ທີ່ມີສີ່ປີໃນ ທຳນຽບຂາວ.

ທ່ານ ທຣຳ ໄດ້ຊະນະຄູ່ແຂ່ງຂອງທ່ານຈາກພັກເດໂມແຄຣັດ, ຄືອະດີດລັດຖະ ມົນຕີການ
ຕ່າງປະເທດ ທ່ານນາງ ຮິລແລຣີ ຄລິນຕັນ ຢ່າງຫວຸດຫວິດຢູ່ສະ ໜາມແຂ່ງຂັນໃນລັດ
ຟລໍຣິດາ ໃນປີ 2016 ແລະ ລັດທີ່ມີປະຊາກອນໜາ ແໜ້ນນັ້ນ ແມ່ນຄາດວ່າຈະມີການ
ແຂ່ງຂັນກັນຢ່າງດຸເດືອດອີກຄັ້ງນຶ່ງໃນປີນີ້.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG