ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ. ໄບເດັນ ຮຽກຮ້ອງໃຫ້ສາມັກຄີກັນ ຢູ່ໃນການ ກ່າວຮັບເອົາການແຕ່ງຕັ້ງ ເປັນຜູ້ຕາງໜ້າພັກ ເດໂມແຄຣັດເພື່ອແຂ່ງ ເປັນປະທານາທິບໍດີ


ທ່ານ Joe Biden ກ່າວຄໍາປາໄສຮັບເອົາການແຕ່ງຕັ້ງເປັນຜູ້ຕາງໜ້າພັກເພື່ອແຂ່ງຂັນເປັນປະທານາທິບໍດີໃນການເລືອກຕັ້ງປີນີ້ ຢູ່ໃນກອງປະຊຸມໃຫຍ່ຂອງພັກເດໂມແຄຣັດ ໂດຍທີ່ທ່ານກ່າວ ຢູ່ໃນສູນກາງ Chase Center ໃນເມືອງ Wilmington ລັດເດລາແວ ໃນວັນທີ 20 ສິງຫາ, 2020
ທ່ານ Joe Biden ກ່າວຄໍາປາໄສຮັບເອົາການແຕ່ງຕັ້ງເປັນຜູ້ຕາງໜ້າພັກເພື່ອແຂ່ງຂັນເປັນປະທານາທິບໍດີໃນການເລືອກຕັ້ງປີນີ້ ຢູ່ໃນກອງປະຊຸມໃຫຍ່ຂອງພັກເດໂມແຄຣັດ ໂດຍທີ່ທ່ານກ່າວ ຢູ່ໃນສູນກາງ Chase Center ໃນເມືອງ Wilmington ລັດເດລາແວ ໃນວັນທີ 20 ສິງຫາ, 2020

ທ່ານ ໂຈ ໄບເດັນ ພາຍຫລັງທີ່ໄດ້ຢູ່ໃນວົງການການເມືອງ ມາໄດ້ເກືອບຮອດ ເຄິ່ງສັດຕະວັດແລ້ວນັ້ນ ໃນຄືນວັນພະຫັດວານນີ້ໄດ້ຮັບເອົາການແຕ່ງຕັ້ງເປັນຜູ້ ຕາງໜ້າພັກເດໂມແຄຣັດ ເພື່ອແຂ່ງຂັນເປັນປະທານາທິບໍດີຂອງສະຫະລັດໃນການເລືອກຕັ້ງວັນທີ 3 ພະຈິກທີ່ຈະມາເຖິງນີ້ ໂດຍໄດ້ກ່າວຕໍ່ປະຊາຊົນອາເມຣິກັນວ່າ ມັນເຖິງເວລາແລ້ວ ທີ່ຈະຕ້ອງປົດປະທານາທິບໍດີ ດໍໂນລ ທຣໍາ ທີ່ສັງ ກັດພັກຣີພັບບລິກັນນັ້ນອອກຈາກທໍານຽບຂາວ ຫລັງຈາກສິ້ນສຸດການດໍາລົງຕໍາ ແໜ່ງສະໄໝທີນຶ່ງໄປ.

“ຄວາມສາມັກຄີກັນ ພວກເຮົາສາມາດ ແລະຈະຜ່ານຜ່າລະດູການ ອັນມືດມົນ ອັນນີ້ ໃນອາເມຣິກາໄດ້,” ນັ້ນຄືຄໍາເວົ້າຂອງທ່ານໄບເດັນ ໃນຂະນະທີ່ສະຫະ ລັດກໍາລັງປະເຊີນກັບການລະບາດຢ່າງໜັກຂອງໄວຣັສໂຄໂຣນາທີ່ບໍ່ຢຸດບໍ່ຢ່ອນ ລົງ ແລະຜູ້ອອກແຮງງານຫລາຍລ້ານຄົນ ໄດ້ເສຍວຽກເຮັດງານທໍາຢູ່ນີ້. ທ່ານ ກ່າວຕໍ່ໄປວ່າ “ພວກເຮົາເລືອກເອົາຄວາມຫວັງ ແທນທີ່ຈະເອົາຄວາມຢ້ານ, ຄວາມເທັດຈິງ ແທນທີ່ຈະເອົາເລື້ອງປັ້ນແຕ່ງຂຶ້ນ, ຄວາມຍຸດຕິທໍາ ແທນທີ່ຈະ ເອົາຄວາມທະນົງຕົວ.”

ໃນການກ່າວຄໍາປາໄສເກືອບຮອດເຄິ່ງຊົ່ວໂມງນັ້ນ, ທ່ານໄບເດັນໃຫ້ເຫດຜົນວ່າ ທ່ານທຣໍາ “ບໍ່ໄດ້ເອົາຄວາມຮັບຜິດຊອບ” ຕໍ່ການແຜ່ລະບາດຂອງພະຍາດຕິດ ແປດດັ່ງກ່າວ ແລະ “ປະຕິເສດບໍ່ຍອມນໍາພາ.”

ທ່ານໄບເດັນກ່າວວ່າ “ຕະຫລອດໄລຍະທີ່ຜ່ານມານີ້ ທ່ານປະທານາທິບໍດີ ບໍ່ໄດ້ມີແຜນການ” ເພື່ອຕ້ານກັບໂຣກແຜ່ລະບາດດັ່ງກ່າວນີ້. “ທ່ານບໍ່ໄດ້ໃຫ້ການປົກ ປ້ອງອາເມຣິກາ. ແລະເພື່ອນຮ່ວມຊາດຊາວອາເມຣິກັນ, ນັ້ນເປັນສິ່ງທີ່ໃຫ້ ອະ ໄພບໍ່ໄດ້.”

ຄໍາປາໄສຂອງທ່ານໄບເດັນ ທີ່ສົ່ງອອກມາຈາກສູນກາງກອງປະຊຸມຢູ່ເມືອງ ວີລ ມິງຕັນ ທີ່ທ່ານອາໄສຢູ່ໃນລັດເດລາແວນັ້ນ ໄດ້ມີຂຶ້ນໃນຄືນທີ 4 ແລະເປັນຄືນ ສຸດທ້າຍຂອງກອງປະຊຸມແຫ່ງຊາດທາງອອນລາຍຂອງພັກເດໂມແຄຣັດ, ຊຶ່ງ ການຮວບຮວມການບັນລະຍາຍທີ່ຖືກບັນທຶກໄວ້ ແລະຖ່າຍທອດສົດລ້ວນແຕ່ ຍົກຍ້ອງທ່ານ ໄບເດັນ ແລະຕໍາໜິການເປັນປະທານາທິບໍດີຂອງທ່ານທຣໍາ.

ທ່ານ ທຣໍາ ແລະພວກສັງກັດພັກຣີພັບບລິກັນ ຈະໄດ້ມີການໂຕ້ຕອບຄືນ ຢູ່ໃນ ກອງປະຊຸມແຫ່ງຊາດທາງອອນລາຍທີ່ຈະດໍາເນີນໄປເປັນເວລາ 4 ວັນ ຂອງ ພວກເພິ່ນຊຶ່ງຈະເລີ້ມຕົ້ນຂຶ້ນໃນວັນຈັນຈະມາເຖິງນີ້. ແຕ່ວ່າ ໃນການໄປຢ້ຽມ ຢາມເມືອງໂອລດ໌ ຟອຣຈ໌ (Old Forge) ໃນລັດເພນໂຊເວເນຍ ທີ່ຢູ່ໃກ້ກັບ ເມືອງສແຄຣນຕັນ (Scranton) ຊຶ່ງເປັນເມືອງທີ່ທ່ານໄບເດັນ ເຄີຍອາໄສຢູ່ ແຕ່ຕອນຍັງນ້ອຍນັ້ນ, ທ່ານ ທຣໍາໄດ້ໃຫ້ການທໍານາຍວ່າ ການໂຈມຕີຈາກພັກ ຣີພັບບລິກັນ ກໍາລັງຈະມີຂຶ້ນ.

“ຖ້າທ່ານຫາກຢາກວາດພາບໃຫ້ຊີວິດຂອງທ່ານຢູ່ໃນພາຍໃຕ້ການເປັນປະທານາທິບໍດີຂອງໄບເດັນແລ້ວ ໃຫ້ຄິດເຖິງໄຟທີ່ຫຸມໄໝ້ຢູ່ທໍາລາຍນະຄອນມິນເນອາໂປ ລິສ, ຄວາມສັບສົນວຸ້ນວາຍຂອງການກໍ່ຄວາມຮຸນແຮງ ໃນນະຄອນປອດແລນ ແລະ ທາງຍ່າງຂ້າຖະໜົນສາຍຕ່າງໆທີ່ເຕັມໄປດ້ວຍຄາບເລືອດ ໃນນະຄອນ ຊິຄາໂກ ແລະ ໃຫ້ວາດພາບເບິ່ງຄວາມໂກລະຫົນວຸ້ນວາຍຈະມາຫາເມືອງຂອງ ທ່ານ ແລະທຸກໆເມືອງໃນອາເມຣິກາ,” ນັ້ນຄືຄໍາເວົ້າຂອງທ່ານທຣໍາ ທີ່ກ່າວຕໍ່ ພວກສະໜັບສະໜຸນທ່ານ ໃນເວລາບໍ່ເທົ່າໃດຊົ່ວໂມງກ່ອນການກ່າວຄໍາປາໄສ ຂອງທ່ານໄບເດັນ.

ທ່ານໄບເດັນ ທີ່ເປັນສະມາຊິກສະພາສູງຂອງສະຫະລັດໄດ້ 36 ປີ ແລະເປັນ ຮອງ ປະທານາທິບໍດີ 8 ປີຢູ່ພາຍໃຕ້ອະດີດປະທານາທິບໍດີບາຣັກ ໂອບາມາ ບໍ່ເຄີຍເວົ້າ ເຖິງທ່ານທຣໍາແບບເວົ້າຊື່ ແຕ່ກໍໄດ້ໂຈມຕີທ່ານຢູ່ເລື້ອຍໆຕະຫຼອດ ເວລາທີ່ທ່ານທຣໍາເປັນຜູ້ນໍາພາສະຫະລັດມາໄດ້ 3 ປີເຄິ່ງນີ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG