ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ມີອີກ 3 ລ້ານ ຄົນ ໃນ ສະຫະລັດ ຂໍເອົາເງິນຫວ່າງງານ


ແມ່ຍິງຄົນນຶ່ງອ່ານເບິ່ງການປະກາດກ່ຽວກັບການຈ້າງງານ ທີ່ຕິດຢູ່ຫ້ອງການ IDES (ພະແນກຮັກສາການຈ້າງງານຂອງລັດອີລິນອຍ) ຢູ່ເມືອງ Arlington Heights ໃນວັນທີ 9 ເມສາ, 2020
ແມ່ຍິງຄົນນຶ່ງອ່ານເບິ່ງການປະກາດກ່ຽວກັບການຈ້າງງານ ທີ່ຕິດຢູ່ຫ້ອງການ IDES (ພະແນກຮັກສາການຈ້າງງານຂອງລັດອີລິນອຍ) ຢູ່ເມືອງ Arlington Heights ໃນວັນທີ 9 ເມສາ, 2020

ການເພີ້ມຂຶ້ນຂອງການຂໍເງິນຊົດເຊີຍການຫວ່າງງານຢູ່ໃນສະຫະລັດ ໄດ້ຜ່ອນເບົາລົງໜ້ອຍນຶ່ງ ໃນອາທິດແລ້ວນີ້, ອີງຕາມການລາຍງານຂອງກະຊວງແຮງ ງານ ໃນວັນພະຫັດວານນີ້ ແຕ່ວ່າ ກໍຍັງມີເກືອບຮອດ 3 ລ້ານຄົນ ທີ່ຍັງຊອກເອົາເງິນຊ່ວຍເຫລືອນີ້ ໃນຂະນະທີ່ການລະບາດຢ່າງໜັກຂອງໄວຣັສໂຄໂຣນາ ສືບຕໍ່ ເຮັດໃຫ້ເສດຖະກິດໃຫຍ່ທີ່ສຸດຂອງໂລກອັນນີ້ ໄດ້ຮັບຜົນກະທົບ.

ໄດ້ສອງເດືອນມາແລ້ວທີ່ ພວກພະນັກງານ 36 ລ້ານ 5 ແສນຄົນ ໄດ້ເຮັດຄໍາຮ້ອງຂໍເອົາ
ເງິນຊົດເຊີຍການຫວ່າງງານ ໂດຍທີ່ພະນັກງານໃນສະຫະລັດ ທີ່ມີທັງໝົດ ຫລາຍກວ່າ
164 ລ້ານຄົນນັ້ນ 5 ຄົນໃດ ແມ່ນມີຄົນນຶ່ງຂໍເອົາເງິນນີ້.

ລັດຖະບານເວົ້າໃນອາທິດແລ້ວນີ້ວ່າ ອັດຕາຫວ່າງງານທາງການໃນເດືອນເມສາແມ່ນ
14.7 ເປີເຊັນ ແຕ່ວ່າພວກເຈົ້າໜ້າທີ່ດ້ານເສດຖະກິດທີ່ສໍາຄັນຂອງລັດ ຖະບານທ່ານ
ທຣໍາເວົ້າວ່າ ມັນຂ້ອນຂ້າງຈະສູງຂຶ້ນກວ່ານັ້ນ ແລະສາມາດຂຶ້ນ ຮອດ 25 ເປີເຊັນ ຢູ່
ໃນຫລາຍອາທິດຈະມາເຖິງນີ້. ລັດຖະບານເວົ້າວ່າເສດຖະກິດຂອງປະເທດໄດ້ຫລຸດ
ລົງ 4.8 ເປີເຊັນໃນໄຕມາດທໍາອິດຂອງປີນີ້ ແຕ່ວ່າຕົວເລກນັ້ນ ແມ່ນຕົວເລກທີ່ ກ່ອນ
ຈະມີການກະທົບຢ່າງເຕັມສ່ວນຂອງການ ລະບາດຢ່າງໜັກ ຂອງ ພະຍາດນີ້ປາກົດຂຶ້ນ.

ລັດຖະສະພາ ແລະປະທານາທິບໍດີດໍໂນລ ທຣໍາ ໄດ້ອະນຸມັດເງິນໄປແລ້ວ 3 ພັນຕື້ໂດລາ
ເພື່ອຊ່ວຍຊາວອາເມຣິກັນເກືອບໝົດທຸກຄົນແລະທຸລະກິດເກືອບ ໝົດທຸກອັນ. ສະພາ
ຕໍ່າທີ່ຄວບຄຸມໂດຍພັກເດໂມແຄຣັດຢາກຈະເພີ້ມການຊ່ວຍເຫລືອໃຫ້ຫລາຍກວ່ານັ້ນ
ອີກ ແຕ່ວ່າ ບັນດາສະມາຊິກສັງກັດພັກຣີພັບບລິກັນ ກໍາລັງຂັດຂວາງມັນໄດ້ ໃນຂະນະ
ທີ່ທ່ານປະທານາທິບໍດີເອົາທ່າທີ ທີ່ລໍຖ້າ-ແລະ-ພິຈາ ລະນາເບິ່ງຢູ່.

ໃນການໃຫ້ສໍາພາດທາງໂທລະພາບໃນລາຍການ Fox Business ໃນວັນພະຫັດວານ
ນີ້ ທ່ານທຣໍາ ໄດ້ໂຕ້ແຍ້ງວ່າ ພວກເດໂມແຄຣັດ ຢາກເຫັນເສດຖະກິດຂອງອາເມຣິກາ
ພັງລົງ ເພື່ອຈະເຮັດໃຫ້ອະດີດຮອງປະທານາທິບໍດີ ໂຈ ໄບເດັນ ມີໂອກາດເອົາຊະນະ
ທ່ານໄດ້ເພີ້ມສູງຂຶ້ນ ຢູ່ໃນການເລືອກຕັ້ງປະທານາທິບໍດີ ໃນເດືອນພະຈິກນີ້.

“ການເປີດປະເທດຄືນທີ່ມີຜົນສໍາເລັດໜ້ອຍລົງເທົ່າໃດກໍຈະເປັນການດີຕໍ່ເຂົາເຈົ້າຫລາຍຂຶ້ນເທົ່ານັ້ນ, ບາງເທື່ອອາດຈະແມ່ນເພື່ອການເລືອກຕັ້ງ,” ນັ້ນຄືຄໍາ ເວົ້າຂອງທ່ານປະທານາທິບໍດີ. ທ່ານກ່າວຕໍ່ໄປວ່າ “ພວກເຂົາເຈົ້າຢາກຈະເຫັນ ປະເທດຊາດຫລົ້ມຈົມຫລາຍກວ່າ, ແລະພວກທ່ານຮູ້ດີຢູ່ແລ້ວວ່າ ຂ້າພະເຈົ້າໝາຍເຖິງຫຍັງ ເພາະວ່າ ສ່ວນນຶ່ງຂອງການຫລົ້ມແຫລວ ກໍຄືການຕາຍ ຈະດີກວ່າເຮັດໃຫ້ຂ້າພະເຈົ້າໄດ້ຖືກເລືອກຕັ້ງຄືນອີກ.”

ທີ່ປຶກສາດ້ານເສດຖະກິດ ໃຫ້ທໍານຽບຂາວ, ທ່ານ ເຄວິນ ຮາຊແຊດ (Kevin Hassett) ເວົ້າວ່າ ຈໍານວນຫລ້າສຸດຂອງຄົນຂໍເອົາເງິນຊົດເຊີຍການຫວ່າງງານ ແມ່ນ 2 ລ້ານ 980 ພັນຄົນ ເປັນຈໍານວນທີ່ຕໍ່າກວ່າໝູ່ທີ່ສຸດໃນຮອບ 8 ອາທິດ ຜ່ານມາ ນັ້ນແມ່ນເປັນຈໍານວນຄົນຫວ່າງງານ ທີ່ດີກວ່າທີ່ໄດ້ຄາດຄິດໄວ້ ແລະ ຂ້ອນຂ້າງສະແດງໃຫ້ເຫັນເຖິງການປັບປຸງໃຫ້ດີຂຶ້ນຢູ່ໃນບັນດາລັດທີ່ຜູ້ປົກຄອງລັດ ໄດ້ເລີ້ມເປີດເສດຖະກິດຂອງຕົນຄືນແລ້ວ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG