ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ຄວາມ​ເປັນ​ຫ່ວງ​ກ່ຽວ​ກັບ​ວຽກ​ການ ເຮັດ​ໃຫ້​ຊາວ​ຈີນ​ຮູ້​ສຶກ​ບໍ່​ຄ່ອຍ​ດີ ກ່ອນ​ວັນ​ພັກ ສະ​ຫຼອງ​ປີ​ໃໝ່ ທາງ​ຈັນ​ທະ​ຄະ​ຕິ


ປະ​ຊາ​ຊົນ​ພາ​ກັນ​ຖ່າຍ​ຮູບ​ແຊ​ລ​ຟີ ໃກ້​ຕົ້ນ​ໄມ້​ທີ່​ມີ​ການ​ເອ້​ຕົກ​ແຕ່ງ ດ້ວຍ​ໂຄມ​ໄຟ​ສີ​ແດງ ແລະ​ເຄື່ອງ​ປະ​ດັບ​ປະ​ດາ​ອື່ນໆ ກ່ອນ​ວັນ​ສະ​ຫູອງ​ປີ​ໃໝ່​ທາງ​ຈັນ​ທະ​ຄະ​ຕິ​ຫຼື​ກຸດ​ຈີນ ທີ່​ສວນ​ດີ​ຕັນ ໃນ​ປັກ​ກິ່ງ ວັນ​ທີ 4 ກຸມ​ພາ 2024.
ປະ​ຊາ​ຊົນ​ພາ​ກັນ​ຖ່າຍ​ຮູບ​ແຊ​ລ​ຟີ ໃກ້​ຕົ້ນ​ໄມ້​ທີ່​ມີ​ການ​ເອ້​ຕົກ​ແຕ່ງ ດ້ວຍ​ໂຄມ​ໄຟ​ສີ​ແດງ ແລະ​ເຄື່ອງ​ປະ​ດັບ​ປະ​ດາ​ອື່ນໆ ກ່ອນ​ວັນ​ສະ​ຫູອງ​ປີ​ໃໝ່​ທາງ​ຈັນ​ທະ​ຄະ​ຕິ​ຫຼື​ກຸດ​ຈີນ ທີ່​ສວນ​ດີ​ຕັນ ໃນ​ປັກ​ກິ່ງ ວັນ​ທີ 4 ກຸມ​ພາ 2024.

ພວກ​ຄົນ​ງານ​ຈີນ​ເລີ້ມ​ຂຶ້ນ​ລົດ​ໄຟ​ກັບ​ບ້ານ​ໃນ​ວັນ​ຈັນ​ວານນີ້ເພື່ອ​ສະ​ຫຼອງວັນ​ພັກ​ປີ​ໃໝ່ທາງ​ຈັນ​ທະ​ຄະ​ຕິ ​ຫຼື​ກຸດ​ຈີນ ​ດ້ວຍ​ຄວາມ​ກັງ​ວົນ​ໃຈ​ ກ່ຽວ​ກັບ​ວຽກ​ງານ​ຂອງ​ພວກ​ເຂົາ​ເຈົ້າ​ແລະ​ສະ​ພາບ​ເສດ​ຖະ​ກິດ​ທີ່​ບໍ່ຄ່ອຍ​ຄ່ອງ​ຕົວ ຊຶ່ງ​ເປັນ​ເງົາ​ບົດ​ບັງ​ການ​ກະ​ກຽມ ໃນ​ການ​ເຕົ້າ​ໂຮມພົບ​ພໍ້​ຂອງຄອບ​ຄົວ ​ທີ່​ມີ​ການ​ຄອງ​ຄອຍ​ຖ້າ​ມາ​ດົນ​ນານ​ແລ້ວນັ້ນ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ຣອຍ​ເຕີ້.

ຜູ້​ຄົນ​ແມ່ນ​ຄາດ​ກັນ​ວ່າ ຈະ​ພາ​ກັນ​ເດີນ​ທາງ ​ຫຼາຍ​ເປັນ​ປະ​ຫວັດ​ການ 9 ຕື້​ຖ້ຽວ ທັງ​ກ່ອນ​ແລະ​ຫຼັງ​ວັນ​ທີ 10 ຫາ 17 ວັນ​ພັກກຸມ​ພາ ຊຶ່ງ​ຕາມ​ປົກ​ກະ​ຕິ​ແລ້ວ​ເປັນ​ວັນ​ສະ​ເຫຼີມ​ສະ​ຫຼອງ​ແລະ​ພັກ​ຜ່ອນ.

ແຕ່​ໃນ​ປີນີ້ ຫຼາຍໆ​ຄົນ​ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ມີ​ຄວາມ​ເປັນ​ຫ່ວງ​ກັງ​ວົນ​ກ່ຽວ​ກັບ​ສິ່ງ​ທີ່​ເຂົາ​ເຈົ້າ​ອາດ​ຈະ​ໄດ້​ພົບ​ພໍ້ ໃນ​ເວ​ລາ ຫຼື​ແມ່ນ​ກະ​ທັງ​ພວກ​ນາຍ​ຈ້າງ​ຮ້ອງ​ເຂົາ​ເຈົ້າ​ກັບ​ຄືນ​ມາ.

“ທຸ​ລະ​ກິດ​ບໍ່​ຄ່ອຍ​ດີ​ປານ​ໃດ” ທ້າວ​ຫວັງ ຈິນ​ຊູ ກ່າວ ​ໂດຍປຽບ​ທຽມ​ໃສ່​ຮອບ​ປີ​ທີ່​ຜ່ານ​ມາ ຢູ່​ທີ່​ໂຮງ​ງານ​ເຮັດ​ແປງ​ຖູ​ແຂ້ວ​ໄຟ​ຟ້າ ບ່ອນ​ທີ່​ລາວ​ເຮັດ​ວຽກ​ຢູ່ນັ້ນ. ການ​ຂາຍ​ໄດ້​ຕົກ​ຮວບ​ລົງ 30 ເປີ​ເຊັນ ໃນ​ທຸ​ລະ​ກິດ​ທີ່​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ເກືອບ​ທັງ​ໝົດ​ໄປຍັງ​ສະ​ຫະ​ລັດ​ແລະ​ຢູ​ໂຣບ.

ທ້າວ​ຫວັງ ອາ​ຍຸ 42 ປີ ກ່າວ​ກ່ອນ​ຂຶ້ນ​ລົດ​ໄຟ​ທີ່​ນະ​ຄອນ​ຊຽງ​ໄຮ້​ເພື່ອ​ເດີນ​ທາງ​ກັບ​ຄືນ​ໄປ​ບ້ານ​ທີ່​ແຂວງ​ເຫ​ໜານໃນ​ພາກ​ກາງ​ຂອງ​ຈີນ ໂດຍ​ເວົ້າ​ວ່າ “ຂ້ອຍ​ຮູ້​ສຶກວ່າ ​ໃນທຸກມື້ນີ້ ແມ່ນ​ມີ​ຄວາມ​ຫຍຸ້ງ​ຍາກ ກວ່າ​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ....ຂ້ອຍ​ຄິດ​ວ່າ​ໃນ​ປີ 2024 ນີ້ ແຮງ​ຊິ​ຫຍຸ້ງ​ຍາກກວ່າ​ເກົ່າ.”

ໂຮງ​ງານ​ຫຼາຍໆ​ແຫ່ງ​ໃນ​ຈີນ ​ໄດ້​ອັດ​ປະ​ຕູ​ລົງ ຍ້ອນ​ສົງ​ຄາມ​ລາ​ຄາ​ທີ່​ບໍ່​ເຄີຍ​ຢຸດ​ຢັ້ງ ຂອງ​ທຸ​ລະ​ກິດ​ຕ່າງໆ​ທີ່​ພວມ​ຫຼຸດ​ນ້ອຍ​ຖອຍ​ລົງ ໃນ​ຂະ​ນະ​ທີ່​ອັດ​ຕາ​ດອກ​ເບ້ຍ​ພວມ​ຖີບ​ໂຕ​ສູງ​ຂຶ້ນ​ ແລະ​ລັດ​ທິ​ກີດ​ກັນ​ສິນ​ຄ້າຢູ່​ໃນ​ຕ່າງ​ປະ​ເທດ​ໄດ້​ກົດ​ດັນ​ຕໍ່​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ສິນ​ຄ້າ​ຂອ​ງ​ພວກ​ເຂົາ​ເຈົ້າ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG