ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ນັກສຶກສາ ທີ່ຮຽນຈົບ ໃນປີ 2017 ມີໂອກາດ ດີທີ່ສຸດ ທີ່ຈະໄດ້ວຽກເຮັດ ໃນຮອບຫຼາຍ ທົດສະວັດ


Job Prospects for 2017 College Grads, Best in More Than a Decade
please wait

No media source currently available

0:00 0:01:52 0:00

ປະຊາຊົນ ອາເມຣິກັນ ປະມານ 3 ລ້ານຄົນຈະພາກັນໄປສະໝັກວຽກງານໃນປີນີ້ ໃນຂະ ນະທີ່ພິທີມອບປະກາສະນີຍະບັດພວມດຳເນີນໄປຢູ່ ໃນເວລານີ້ ທີ່ມະຫາວິທະຍາໄລ ແຫ່ງຕ່າງໆທົ່ວສະຫະລັດ. ດ້ວຍອັດຕາການຫວ່າງງານໃນປັດຈຸບັນທີ່ຕໍ່າທີ່ສຸດໃນຮອບ
10 ປີເວລານີ້ເບິ່ງຄືວ່າ ປີ 2017 ຈະເປັນປີທີ່ດີຂຶ້ນ ສຳລັບພວກນັກສຶກສາທີ່ຫາກໍຮຽນ ສຳເຣັດໃໝ່ໆ. ແຕ່ດັ່ງທີ່ ນັກຂ່າວວີໂອເອ Mil Arcega ລາຍງານມານັ້ນກໍແມ່ນວ່າ, ຄວາມສຳເລັດສຳລັບ ຫຼາຍໆຄົນ ຈະຂຶ້ນຢູ່ກັບຄວາມປາຖະໜາທີ່ຈະສືບຕໍ່ຮໍ່າຮຽນ ແລະ ຄວາມເຕັມໃຈທີ່ຈະໄປຢູ່ບ່ອນທີ່ມີວຽກເຮັດງານທຳນັ້ນ. ຕໍ່ໄປ ພຸດທະສອນ ຈະນຳລາຍ ລະອຽດເລື່ອງນີ້ມາສະເໜີທ່ານ.

ເວລາແມ່ນບໍ່ເຄີຍລໍຖ້າໃຜ, ຖ້າທ່ານຈະຕ້ອງໄດ້ເລືອກປີ ທີ່ຈະຮຽນຈົບ, ປີ 2017 ຄົງ ຈະແມ່ນປີທີ່ດີ ທີ່ຈະເຮັດສິ່ງດັ່ງກ່າວ. ທ່ານນາງ Nicole Smith ແມ່ນນັກເສດຖະສາດ
ທີ່ສູນກາງ ກ່ຽວກັບ ການສຶກສາ ແລະ ແຮງງານ, ມະຫາວິທະຍາໄລ Georgetown.

ທ່ານນາງ Nicole Smith ກ່າວວ່າ “ພວກເຮົາແມ່ນໜຶ່ງ ຢູ່ໃນຈຳພວກທີ່ມີອັດຕາການ ຫວ່າງງານຕໍ່າທີ່ສຸດ ນັບຕັ້ງແຕ່ເດືອນພຶດສະພາ ປີ 2007 ເປັນຕົ້ນມາ, ດັ່ງນັ້ນຈຶ່ງ
ໝາຍຄວາມວ່າ ພວກນັກສຶກສາທີ່ກຳລັງຈະຮຽນຈົບຈຶ່ງມີຄວາມເປັນໄປໄດ້ດີທີ່ວ່າ
ຈະມີວຽກເຮັດງານທຳ.”

ນາງ Zeeba Manavi ນັກສຶກສາທີ່ກຳລັງຈະຮຽນຈົບໃນປີ 2017 ນີ້ ກ່າວວ່າ “ສຸດ
ຍອດ, ຂ້າພະເຈົ້າຮູ້ສຶກດີໃຈແທ້ໆ.”

ນາງ Zeeba Manavi ຈະຮຽນຈົບປະລິນຍາໂທດ້ານຊີວະເຄມີສາດ, ແຕ່ລາວຮູ້ວ່າ ໃນເສດຖະກິດຂອງທຸກມື້ນີ້, ການຮໍ່າຮຽນຂອງລາວແມ່ນຫາກໍເລີ່ມຕົ້ນ.

ນາງ Zeeba Manavi ກ່າວວ່າ “ຍ້ອນວ່າ ວິທະຍາສາດແມ່ນວິຊາ ທີ່ບໍ່ມີຈຸດສິ້ນສຸດ ຍ້ອນແນວນັ້ນ ການສຶກສາຂອງເຈົ້າຈຶ່ງຈະບໍ່ມີຂອບເຂດ ຢູ່ພຽງແຕ່ 4 ຫຼື 5 ປີ, ເຈົ້າ ຈະຮຽນໄປເລື້ອຍໆຊົ່ວຊີວິດຂອງເຈົ້າ.”

ຂໍ້ກຳນົດຂອງ ວີຊາ ຫຼືການອະນຸຍາດໃຫ້ຢູ່ປະເທດ ຈະເຮັດໃຫ້ໂອກາດໃນການຫາວຽກ
ສຳລັບ ນັກສຶກສາຕ່າງປະເທດບໍ່ແຈ່ມໄສປານໃດ. ເຖິງແມ່ນວ່າຈະຮຽນຈົບປະລິນຍາ
ເອກ ດ້ານເຄມີສາດ ກໍຕາມ ຊຶ່ງ Zhongyu Mou ກ່າວວ່າ ລາວຄົງຈະຕ້ອງໄດ້ກັບຄືນ
ເມືອບ້ານເກີດຂອງລາວໃນປະເທດ ຈີນ ເພື່ອເລີ່ມຕົ້ນອາຊີບຂອງລາວ.

ທ້າວ Zhongyu Mou ນັກສຶກສາຕ່າງປະເທດກ່າວວ່າ “ຖ້າຖາມວ່າເຈົ້າຢາກຈະ
ເລືອກເຮັດວຽກຢູ່ນີ້ບໍ? ຄຳຕອບກໍແມ່ນວ່າ ຢາກແທ້, ຢາກອີ່ຫຼີ, ແນ່ນອນຖ້າຂ້ອຍ
ເລືອກໄດ້.”

ສ່ວນນັກສຶກສາຄົນອື່ນໆກໍແມ່ນຈະຕ້ອງໄດ້ປະເຊີນໜ້າກັບທາງເລືອກທີ່ຄ້າຍຄືກັນນີ້. ໃນການລົມກັນທາງ Skype, ທ່ານ Mark Hamrick ຈາກເວັບໄຊ Bankrate.com
ກ່າວວ່າ ໂອກາດຕ່າງໆໃນເສດຖະກິດທຸກມື້ນີ້ກໍແມ່ນ ເຈົ້າຕ້ອງໄດ້ໄປຢູ່ ບ່ອນທີ່ມີວຽກ
ເຮັດ.

ທ່ານ Mark Hamrick ກ່າວວ່າ “ຄວາມຮຽກຮ້ອງຕ້ອງການພະນັກງານຫຼາຍທີ່ສຸດ ແມ່ນເກີດຂຶ້ນຢູ່ສອງເຂດຊາຍຝັ່ງຂອງປະເທດ ແລະ ບໍ່ຫຼາຍປານໃດໃນໃຈກາງຂອງ
ປະເທດ, ແລະ ສິ່ງດັ່ງກ່າວນັ້ນໄດ້ສະເໜີແນະວ່າ ມັນກໍຍັງມີປະຊາຊົນຜູ້ທີ່ເຮັດບໍ່ໄດ້
ດີເຊັ່ນກັນ ຫຼືບໍ່ກໍຖືກປະປ່ອຍ ໂດຍການຟື້ນຄືນຂອງເສດຖະກິດ.”

ແຕ່ສຳລັບຄົນ ຜູ້ທີ່ຍັງຫວັງຢາກເຮັດວຽກໂຮງຈັກໂຮງງານ ທີ່ມີຄ່າຈ້າງສູງນັ້ນ ທ່ານນາງ
Nicole Smith ກ່າວວ່າ “ວຽກງານພວກນັ້ນ ຕ້ອງການຄວາມຊຳນານຫຼາຍກວ່າ ຜູ້ທີ່ເຮັດວຽກມາ ກ່ອນໜ້າພວກເຂົາເຈົ້າ, ພວກນັ້ນໄດ້ອອກໄປແລ້ວ ແລະ ເຂົາເຈົ້າ ກໍຈະບໍ່ກັບຄືນມາອີກ.”

ທ່ານນາງ Smith ກ່າວວ່າ ໃນຊຸມປີ 1970, ອຸດສາຫະກຳການຜະລິດໄດ້ສ້າງວຽກງານ
2 ຕຳແໜ່ງຈາກທຸກໆ 5 ໜ້າວຽກໃນ ສະຫະລັດ. ແຕ່ທຸກມື້ນີ້ ມັນເທົ່າກັບວ່າ ຫຼຸດຕໍ່າ
ກວ່າ 1 ໃນ 10 ຕຳແໜ່ງ.

[About three million Americans will enter the job pool this year as graduation ceremonies get underway at various colleges and universities across the United States.With unemployment currently at a ten year low, 2017 is shaping up to be a good year for new grads.But as Mil Arcega reports, success for many will depend on a desire to keep learning and a willingness to go where the jobs are.]]

Time waits for no onebut if you had to pick a year to graduate2017 would be the year to do it.Nicole Smith, is chief economist at Georgetown University's Center on Education and the Workforce.

((NICOLE SMITH, CENTER ON EDUCATION AND THE WORKFORCE))
"We are at one of the lowest unemployment rates we've had since May of 2007, so what that means for the graduating class is the likelihood of getting a job is really, really good."

((ZEEBA MANAVI, GRADUATING CLASS 2017))
"Awesome, I feel absolutely amazing."

Zeeba Manavi is graduating with a Masters in Biochemistry, but she knows that in today's economy, her education is just getting started.

((ZEEBA MANAVI, GRADUATING CLASS 2017))
"Because Science is never ending so that's why you're not limited to four years or five years, you have a life long to learn."

Visa requirements make job prospects for international students less clear. Despite graduating with a PhD in Chemistry, Zhongyu Mou says he will probably have to move back home to China to begin his career.

((ZHONGYU MOU, INTERNATIONAL STUDENT))
"You would prefer to get a job here?I do, I do, If I had a choice yeah."

Other graduates will need to face similar choices.On Skype, Bankrate.com's Mark Hamrick says opportunities in today's economy means going where the jobs are.

((MARK HAMRICK, BANKRATE.COM))
((Mandatory CG: Skype))
"The strongest demand for workers is occurring on both coasts and not so much in the middle of the country, and that suggests that there are still people who are either not faring as well or have been left behind by the economic recovery."

But for those still hoping for high paying manufacturing jobs…

((NICOLE SMITH, CENTER ON EDUCATION AND THE WORKFORCE)) ((13 11 45 clip 9))
"Those jobs are requiring a lot more skills than their predecessors, they're gone and they're not coming back."

Smith says in the 1970's, manufacturing represented nearly two of every five jobs in the United States.. today they account for fewer than one in ten.

XS
SM
MD
LG