ຍານາງ Joan Rivers ນັກຕະຫລົກຊວນຫົວອາເມຣິກັນທີ່ເປັນ
ຜູ້ເລີ້ມບຸກເບີກ ໃນການໃຊ້ການຕຳນິຕິຕຽນຕົນເອງ ແລະການ
ນິນທາເວົ້າຂວັນ ຫຼິ້ນໆກ່ຽວກັບທຸລະກິດບັນເທີງໃຫ້ເປັນເລື່ອງ
ຕະຫຼົກ ທີ່ໄດ້ເຮັດໃຫ້ຫຼາຍ ລ້ານຄົນພາກັນຫົວ ໃນລະຍະ 50 ປີ
ທີ່ຜ່ານມານັ້ນ ໄດ້ເສຍຊີວິດແລ້ວ ລວມອາຍຸໄດ້ 81 ປີ.
ຍານາງ Rivers ໄດ້ຖືກນຳສົ່ງເຂົ້າໂຮງໝໍ ຕັ້ງແຕ່ໄດ້ເກີດອາ
ການຫົວໃຈຢຸດເຕັ້ນ ໃນອາທິດແລ້ວນີ້ ຢູ່ທີ່ຫ້ອງການທ່ານໝໍ
ຂອງນາງ ຫຼັງຈາກໄດ້ຮັບການກວດສຸຂະພາບຕາມປົກກະຕິ.
ຍານາງ Rivers ທີ່ເກີດຢູ່ລັດ New York ໄດ້ກ່າວວ່າ ລາວຢາກເປັນນັກສະແດງ
ຕະຫລອດມາ ແຕ່ໄດ້ພົບພໍ້ພອນສະຫວັນຂອງລາວ ໃນການເປັນນັກຕະຫລົກຢູ່ຕາມ
ໄນຄລັບ ຊຶ່ງໃນເວລານັ້ນ ພວກນັກຕະຫລົກຍິງ ແມ່ນຖືວ່າຫາຍາກຫຼາຍ.
ຍານາງໄດ້ກ້າວຂຶ້ນມາ ຈົນມີຊື່ສຽງໂດ່ງດັງໃນທົ່ວປະເທດ ໃນຊຸມປີ 1960 ເມື່ອຕອນ
ທີ່ໄດ້ປະກົດໂຕຢູ່ໃນລາຍການໂທລະພາບ Tonight Show ແລະ Ed Sullivan Show.
ດ້ວຍການຖາມພວກຜູ້ຊົມທີ່ເປັນສັນຍາລັກຂອງຍານາງ ກໍຄືປະໂຫຍກ “Can we
talk?” ຍານາງໄດ້ເຮັດໃຫ້ພວກຜູ້ຊົມຫົວຊັກຈົນເຈັບທ້ອງເຈັບໃສ້ ດ້ວຍການເອົາ
ເລື່ອງທີ່ຍານາງຍັງຢູ່ໃນສະພາບທີ່ບໍ່ແຕ່ງງານ ເລື່ອງຄົນທຳຄວາມສະອາດທີ່ບໍ່ລະອຽດ
ແລະເລື່ອງທີ່ຍານາງຂາດຄວາມດຶງດູດທາງເພດ ຫຼືເຊັກຊີ້ເຫຼົ່ານັ້ນ ມາເວົ້າໃນທາງຕະຫລົກ.
ຍານາງ Rivers ໄດ້ມາເປັນແຂກຮັບເຊີນສະໝ່ຳສະເໝີ ຢູ່ໃນລາຍການສົນທະນາ
ແລະ ລາຍການຫລິ້ນເກມ ທີ່ໄດ້ປະສົມປະສານກັບການນິນທາ ການເວົ້າຕະຫລົກ
ແລະ ການໃຫ້ຂໍ້ສັງເກດທີ່ເປັນບັນຫາໂຕ້ແຍ້ງ ກ່ຽວກັບພວກດາລາທີ່ມີຊື່ສຽງເຫຼົ່ານັ້ນ
ຢູ່ໃນການສະແດງຂອງຍານາງ.
ຍານາງໄດ້ຜ່ານຜ່າໂສກນາດຕະກຳ ມາຫຼາຍຄັ້ງແລ້ວ ໃນທ້າຍຊຸມປີ 1980 ເວລາ
ລາຍການໂທລະພາບສົນທະນາຂອງຍານາງໄດ້ຖືກຍົກເລີກ ແລະສາມີຂອງຍານາງ
ໄດ້ຂ້າຕົວຕາຍ.
ໃນຊຸມປີບັ້ນທ້າຍນີ້ ຍານາງ Rivers ຍັງສືບຕໍ່ປະກົດໂຕຢູ່ຕາມໄນຄລັບ ແລະຕາມເວທີ
ໃນຂະນະທີ່ເປັນພິທີກອນໃນລາຍການການຊື້ເຄື່ອງທາງໂທບະພາບ ແລະ ລາຍການ
ສະແດງແຟຊັ່ນ.