ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ຈີນ ໃຫ້​ຄຳ​ໝັ້ນ ສັນ​ຍາ​ວ່າ ຈະ​ເປີດ ຕະ​ຫລາດ ຂອງ​ປະ​ເທດຕົນ ໃຫ້​ກວ້າງ ອອກໄປ ອີກ


ປະ​ທານ​ປະ​ເທດ​ຈີນ ທ່ານ ສີ ຈິ້ນ​ຜິງ ໂບກ​ມື​ໃຫ້​ຄົນ​ທີ່​ໄປ​ຕ້ອນ​ຮັບ​ທ່ານ ທີ່​ສະ​ໜາມ​ບິນ Vladivostok ຂອງ​ຣັດ​ເຊຍ ເພື່ອ​ເຂົ້າ​ຮ່ວມ ກອງ​ປະ​ຊຸມ​ສົນ​ທະ​ນາ ເສດ​ຖະ​ກິດ​ຂອງ​ປະ​ເທດ​ໃນ​ເຂດ​ຕາ​ເວັນ​ອອກ ໃນ​ວັນ​ທີ 11 ກັນ​ຍາ, 2018.
ປະ​ທານ​ປະ​ເທດ​ຈີນ ທ່ານ ສີ ຈິ້ນ​ຜິງ ໂບກ​ມື​ໃຫ້​ຄົນ​ທີ່​ໄປ​ຕ້ອນ​ຮັບ​ທ່ານ ທີ່​ສະ​ໜາມ​ບິນ Vladivostok ຂອງ​ຣັດ​ເຊຍ ເພື່ອ​ເຂົ້າ​ຮ່ວມ ກອງ​ປະ​ຊຸມ​ສົນ​ທະ​ນາ ເສດ​ຖະ​ກິດ​ຂອງ​ປະ​ເທດ​ໃນ​ເຂດ​ຕາ​ເວັນ​ອອກ ໃນ​ວັນ​ທີ 11 ກັນ​ຍາ, 2018.

ປະ​ທານ​ປະ​ເທດ​ຈີນ ທ່ານ ສີ ຈິ້ນ​ຜິງ ກ່າວ​ໃນ​ວັນ​ຈັນ​ມື້ນີ້​ວ່າ ຈີນ​ຈະ​ເອົາ​ບາດ​ກ້າວ​
ຕ່າງໆ ເພື່ອ​ຂະ​ຫຍາຍ​ຊ່ອງ​ທາງ​ເຂົ້າ​ເຖິງຕະ​ຫລາດ​ຂອງ​ຕົນ ໃນ​ຂະ​ນະ​ທີ່​ທ່ານ​ເປີດ
​ງານ​ຕະ​ຫລາດ​ນັດ ທີ່​ຍິ່ງ​ໃຫຍ່​ ແຫ່ງ​ນຶ່ງ ຢູ່ນັ້ນ ທ້າມ​ກາງ​ການ​ຕິ​ຕຽນ ຈາກ​ປະເທດ​
ຕ່າງໆ ກ່ຽວ​ກັບ​ວິ​ທີການດຳ​ເນີນ​ທຸ​ລະ​ກິ​ດ​ຂອງ​ຈີນ.

ທ່ານ ສີ ເວົ້າ​ວ່າ ຈີນ​ຈະ​ຫລຸດ​ອັດ​ຕາ​ພາ​ສີ​ນຳ​ເຂົ້າ, ຈະ​ເອົາ​ມາດ​ຕະ​ການ​ໃນ​ການ
​ລະ​ເມີດ​ສິດ​ທິ​ ໃນ​ດ້ານ​ຊັບ​ສິນ​ທາງ​ປັນ​ຍາ, ແລະ​ປະ​ຕິ​ບັດ​ການ​ເພີ້ມທະ​ວີ​ການ​ໃຊ້
​ຈ່າຍ​ຢູ່​ພາຍ​ໃນ​ປະ​ເທດ​ໃຫ້ຫລາຍ​ຂຶ້ນ.

ໃນ​ການ​ກ່າວ​ຢູ່​ໃນ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ຢູ່​ນະ​ຄອນ​ຊຽງ​ໄຮ​ນັ້ນ ທ່ານ ສີ ໃຫ້​ຄຳ
​ໝັ້ນ​ສັນ​ຍາ​ວ່າ​ ຈະ “ອ້າ​ແຂນ​ຕ້ອນ​ຮັບ​ໂລກ” ໃນ​ຂະ​ນະທີ່​ຈີນ​ສົ່ງ​ເສີມຕະ​ຫລາດ
​ການ​ຊົມ​ໃຊ້ ​ຢູ່ໃນ​ປະ​ເທດ​ທີ່​ມີ​ເສດ​ຖະ​ກິດ​ໃຫຍ່​ອັນ​ດັບ​ສອງຂອງ​ໂລກ​ຢູ່ນັ້ນ.

ທ່ານບໍ່​ໄດ້​ເອີ່ຍ​ເຖິງ​ຊື່ ​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ ແຕ່​ວ່າ ກໍ​ໄດ້
ພາດ​ພິງ​ເຖິງ​ນ​ະ​ໂຍ​ບາຍ “ອາ​ເມ​ຣິ​ກາ​ມາກ່ອນ​ໝູ່​ໝົດ” ຂອງ​ທ່ານ​ທ​ຣຳ ໂດຍ​ການ
​ຕຳ​ນິລັດ​ທິ​ການ​ຢູ່​ແບບ​ໂດດ​ດ່ຽວ ແລະ​ອ້າງວ່າ ​ຕ້ອງມີ​ການ​ປົກ​ປ້ອງ​ການ​ຄ້າແບບ​
ຫລາຍ​ຝ່າຍ.

ສະ​ຫະ​ລັດ ແລະ​ຈີນ​ຕົກຢູ່​ໃນ​ສະ​ພາບຕໍ່ສູ້​ກັນແບບ ບໍ່​ໄປ​ບໍ່​ມາ ທາງ​ດ້ານ​ການ​ຄ້າ
ໂດຍ​ທີ່​ທ່ານທ​ຣຳ ໄດ້​ສະ​ແດງ​ຄວາມບໍ່​ພໍ​ໃຈ ​ກ່ຽວ​ກັບ​ຊ່ອງ​ຫວ່າງ​ແຕກ​ໂຕນ​ກັນ
ທາງ​ການ​ຄ້າ​ຂອງສອງ​ປະ​ເທດ ແລະ​ກ່າວ​ຫາ​ຈີນ​ວ່າ ໄດ້​ລັກ​ຂະ​ໂມຍ​ເອົາ​ຊັບ​ສິນ​
ທາງ​ປັນ​ຍາ ແລະ​ວາງ​ນະ​ໂຍ​ບາຍ​ທີ່​ເຮັດ​ໃຫ້​ບໍ​ລິ​ສັດ​ສະ​ຫະ​ລັດ ມີ​ຄວາມ​ຫຍຸ້ງ​ຍາກ​
ຫລາຍ​ຂຶ້ນ​ ໃນ​ການ​ເຂົ້າ​ເຖິງ​ຕະ​ຫລາດ​ຂອງ​ຈີນ.

ປະ​ທານ​ປະ​ເທດ​ຈີນ ທ່ານ ສີ ຈິ້ນ​ຜິງ ຢ່າງ​ຄຽງ​ຂ້າງ​ກັບ ປະ​ທາ​ນາ​ທິ​ບໍ​ດີ ທ​ຣຳຂອງ​ສະ​ຫະ​ລັດ 9 ພະ​ຈິກ, 2017 ພາຍ​ຫລັງ​ໄດ້​ເຂົ້າ​ຮ່ວມ ກອງ​ປະ​ຊຸມ​ ​ຢູ່​ຫ້ອງ​ປະ​ຊຸມ​ໃຫຍ່ ຂອງ​ປະ​ຊາ​ຊົນ​ໃນ​ນະ​ຄອນ​ປັກ​ກິ່ງ
ປະ​ທານ​ປະ​ເທດ​ຈີນ ທ່ານ ສີ ຈິ້ນ​ຜິງ ຢ່າງ​ຄຽງ​ຂ້າງ​ກັບ ປະ​ທາ​ນາ​ທິ​ບໍ​ດີ ທ​ຣຳຂອງ​ສະ​ຫະ​ລັດ 9 ພະ​ຈິກ, 2017 ພາຍ​ຫລັງ​ໄດ້​ເຂົ້າ​ຮ່ວມ ກອງ​ປະ​ຊຸມ​ ​ຢູ່​ຫ້ອງ​ປະ​ຊຸມ​ໃຫຍ່ ຂອງ​ປະ​ຊາ​ຊົນ​ໃນ​ນະ​ຄອນ​ປັກ​ກິ່ງ

ທ່ານ​ທ​ຣຳ​ ໄດ້​ປະ​ກາດວ່າ​ ຈະ​ເກັບ​ພາ​ສີເພີ້ມຂຶ້ນ​ ຕໍ່​ສິນ​ຄ້າ​ຈີນ​ໃນ​ມູນ​ຄ່າ 250 ຕື້​ໂດ​ລາ
ໃນ​ຂະ​ນະ​ທີ່​ຈີນ​ໄດ້​ທໍາການ​ຕອບ​ໂຕ້​ຄືນ​ ດ້ວຍ​ການ​ເກັບ​ພາ​ສີ ຕໍ່​ສິນ​ຄ້າ​ຂອງ​ສະ​ຫະ​ລັດ
​ ໃນ​ມູນ​ຄ່າ 110 ຕື້​ໂດ​ລາ. ຄາດວ່າ​ ທ່ານ ສີ ກັບ ທ່ານ ທ​ຣຳ ​ຈະ​ພົບ​ປະ​ກັນ ໃນ​ທ້າຍ
​ເດືອນນີ້.

ສະ​ຫະ​ພາບ​ຢູ​ໂຣບ ຫລື ອີ​ຢູ ກໍ​ໄດ້​ສະ​ແດງ​ຄວາມບໍ່​ພໍ​ໃຈ​ ຕໍ່​ນະ​ໂຍ​ບາຍ​ການ​ຄ້າ​ຂອງ​ຈີນ ເຊັ່ນ​ກັນ, ຊຶ່ງ​ລວມ​ມີ ການ​ຕຳ​ນິທ່ານ​ສີ ທີ່ບໍ່​ໄດ້​ປະ​ຕິ​ບັດ​ຕາມຄຳ​ໝັ້ນ​ສັນ​ຍາ ວ່າ​ຈະ​ທຳ​ການປະ​ຕິ​ຮູບ ທີ່​ໄດ້​ໃຫ້​ໄວ້​ໃນ​ເມື່ອ​ກ່ອນ. ໃນ​ອາ​ທິດ​ແລ້ວນີ້ ອີ​ຢູໄດ້​ຮຽກ​ຮ້ອງ​ໃຫ້​ທ່ານ​ສີ ສະ​ແດງ​ໃ​ຫ້​ເຫັນ ​ເຖິງ​ບາດ​ກ້າວ​ອັນ​ໜັກ​ແໜ້ນ​ ໃນ​ການເປີດກວ້າງ ​ຕະ​ຫລາດ​ຂອງ​ຕົນ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG