ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຄົນເຊື້ອສາຍລາວ ມີບົດບາດຫລາຍຂຶ້ນ ໃນການຕ້ານການກໍ່ຄວາມຮຸນແຮງ ທີ່ເກີດຈາກ ຄວາມກຽດຊັງຄົນເອເຊຍ ໃນ ສຫລ


ທ. ຈີມມີ ພ້ອມກັບທີມແຖວໜ້າໃນການຍຸຕິການກໍ່ອາຊະຍາກໍາຍ້ອນຄວາມກຽດຊັງຄົນເອເຊຍ ທີ່ລາວນໍາພາມາຮ່ວມການໂຮມຊຸມນຸມຢູ່ຕໍ່ໜ້າທໍານຽບຂາວ, ນະຄອນຫລວງວໍຊິງຕັນ.
ທ. ຈີມມີ ພ້ອມກັບທີມແຖວໜ້າໃນການຍຸຕິການກໍ່ອາຊະຍາກໍາຍ້ອນຄວາມກຽດຊັງຄົນເອເຊຍ ທີ່ລາວນໍາພາມາຮ່ວມການໂຮມຊຸມນຸມຢູ່ຕໍ່ໜ້າທໍານຽບຂາວ, ນະຄອນຫລວງວໍຊິງຕັນ.

ທ້າວຈີມມີ ບຸນແພງສີ, ນັກເຄື່ອນໄຫວທີ່ຫ້າວຫັນ ໃນຂະບວນການຍຸຕິການກໍ່ອາຊະຍາກໍາຍ້ອນຄວາມກຽດຊັງຕໍ່ຄົນເອເຊຍ ຫລື Stop Asian Hate ໃນເຂດພາກເໜືອຂອງລັດຄາລິຟໍເນຍໄດ້ມີບົດບາດຫລາຍຂຶ້ນໃນການນໍາເອົາບັນຫາທີ່ຄົນເຊື້ອສາຍເອເຊຍ ໃນສະຫະລັດປະສົບຢູ່ອອກມາໃຫ້ຊາວໂລກແລະ ບັນດາຜູ້ນໍາຂັ້ນສູງ ຂອງປະເທດນີ້ຮູ້. ໃນວັນທີ 31 ພຶດສະພາຜ່ານມາ ຊາຍ ເຊື້ອສາຍລາວ ໄວສີ່ສິບກວ່າປີທ່ານນີ້ ໄດ້ຖືກເຊີນໃຫ້ມາກ່າວຄໍາປາໄສ ຢູ່ໃນ ງານໂຮມຊຸມນຸມ ພາຍໃຕ້ຫົວຂໍ້ທີ່ວ່າ “ສາມັກຄີກັນຕ້ານກັບຄວາມກຽດຊັງຄົນ ເອເຊຍຫລື Solidarity Against Asian Hate”. ລາວກ່າວກ່ຽວກັບຄວາມ ສໍາຄັນຂອງການໂຮມຊຸມນຸມ ທີ່ຈັດຂຶ້ນໃນຢູ່ໃຈກາງນະຄອນຫວງອັນຍິ່ງໃຫຍ່ ຢູ່ຕໍ່ໜ້າກັບທໍານຽບຂາວຂອງສະຫະລັດໃນຄັ້ງນີ້ວ່າ:

“ວໍຊິງຕັນເປັນນະຄອນຫລວງຂອງໂລກ, ຕາມຄວາມຄິດຂອງຂ້ອຍ, ເພາະສະ ນັ້ນ ພວກເຮົາຈຶ່ງຢາກໃຫ້ຄົນໄດ້ຍິນສຽງຂອງພວກເຮົາ. ຢາກແຜ່ຜາຍຂໍ້ຄວາມ ຂອງພວກເຮົາໃຫ້ຄົນອື່ນຮູ້. ນີ້ຄືນະຄອນຫລວງ. ເຈົ້າຮູ້ບໍ່, ພວກເຮົາຢາກໃຫ້ ຄົນຮູ້ວ່າ ເຂົາເຈົ້າຕ້ອງຍຸຕິການກະທໍາທີ່ເກີດຈາກກຽດຊັງຄົນເອເຊຍ ເຊົາຊັງ ຄົນເອເຊຍ ຊະ. ພວກເຮົາອອກໄປຢູ່ຫັ້ນເພື່ອຕາງໜ້າໃຫ້ປະຊາຊົນ ສະແດງ ໃຫ້ເຫັນເຖິງ ຄວາມຮັກຫອມປະຊາຄົມຂອງພວກເຮົາ ໃຫ້ຄົນຢູ່ໃນເຂດນະຄອນ ຫລວງວໍຊິງຕັນຮູ້ ເພາະຄົນຕ້ອງໄດ້ຮູ້ ໄດ້ຍິນສຽງ ຫລືບັນຫາຂອງທຸກຝ່າຍ. ສະນັ້ນຫລະ ເມື່ອຂ້ອຍໄດ້ຍິນຄໍາວ່າ ວໍຊິງຕັນຂ້ອຍຈຶ່ງຕັດສິນໃຈເດີນທາງມາ.”

ການໂຮມຊຸມນຸມນີ້ມີຄົນເຂົ້າຮ່ວມປະມານ 500 ຄົນ ລວມທັງນັກການເມືອງ, ນັກກົດໝາຍ, ນັກສອນ ສາສະໜາຄຣິສຕຽນ, ສາສະໜາອິສລາມ ແລະນັກ ສະແດງທີ່ໂດ່ງດັງທີ່ມາຈາກຫລາຍເຊື້ອຊາດເອເຊຍ ເຊັ່ນນາງ ຄາ (Kha) ຄົນເຊື້ອສາຍຫວຽດນາມ ແລະເປັນນັກຮ້ອງ ແລະປະພັນເພງ “No More” ຊຶ່ງເປັນເພັງທີ່ປຸກລະດົມໃຫ້ຄົນຮູ້ເຖິງບັນຫາການຈໍາແນກຜິວພັນທີ່ຄົນເຊື້ອ ສາຍເອເຊຍ ໃນສະຫະລັດປະເຊີນຢູ່. ໃນນັ້ນມີຄົນເຊື້ອສາຍລາວສິບປາຍຄົນ ຊຶ່ງສ່ວນໃຫຍ່ ມາຈາກລັດຄາລິຟໍເນຍ ແລະລັດຈໍເຈຍ.

ທ້າວຈີມມີເປັນຄົນຂັບລົດບັນທຸກສິນຄ້າທີ່ເມືອງແຊນ ໂຮເຊ, ລັດຄາລິຟໍເນຍ ໄດ້ສະຫລະເວລາອັນມີຄ່າ ແລະໄດ້ຂໍພັກການເພື່ອອອກເຄື່ອນໄຫວຕ້ານກັບກະແສການກໍ່ຄວາມຮຸນແຮງທີ່ເກີດມາຈາກຄວາມກຽດຊັງຄົນເອເຊຍມາໄດ້ເກືອບ 6 ເດືອນ ແລ້ວ. ລາວເປັນຜູ້ນໍາພາຂະບວນລາດຕະເວນໃນເຂດຄຸ້ມຄົນຈີນຢູ່ ຫລື Chinatown ແລະ ຄຸ້ມຄົນຫວຽດນາມ ຫລື Little Saigon ຢູ່ໃນເມືອງໂອກແລນຂອງລັດຄາລິຟໍເນຍ. ລາວເວົ້າວ່າ ລາວເລີ້ມເຮັດແບບນີ້ຕັ້ງແຕ່ວັນທີ 4 ກຸມພາຜ່ານມາ ແລະມີຫລາຍຄົນເພີ້ມຂຶ້ນຈົນກາຍເປັນທີມໃຫຍ່ ເພື່ອປ້ອງກັນຄວາມປອດໄພໃຫ້ ແກ່ຄົນ ເຊື້ອສາຍເອເຊຍໂດຍສະເພາະແມ່ນຄົນຊະລາ ແລະແມ່ຍິງ ໃນຂະນະ ທີ່ເຂົາເຈົ້າອອກຈາກບ້ານເຮືອນ ຫລືຫ້າງຮ້ານໄປຫາສະຖານທີ່ຕ່າງໆ.

ເບິ່ງວີດິໂອເປັນພາສາອັງກິດກ່ຽວກັບຂ່າວນີ້

XS
SM
MD
LG