ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Jim Mattis ຢືນຢັນ ໃນຄຳໝັ້ນໝາຍ ຂອງ ສຫລ ຕໍ່ ປະເທດພັນທະມິດ


ລັດຖະມົນຕີປ້ອງກັນປະທເດ ທ່ານ Jim Mattis ກ່າວຄຳປາໄສທີ່ສຳຄັນ ໃນລະຫວ່າງກອງປະຊຸມ ອາກາດ, ອະວະກາດ ແລະ ເຄືອຂ່າຍຄອມພິວເຕີ ທີ່ສູນປະຊຸມ ແລະ ຣີສອດແຫ່ງຊາດ Gaylord ໃນລັດ Maryland, 20 ກັນຍາ, 2017.
ລັດຖະມົນຕີປ້ອງກັນປະທເດ ທ່ານ Jim Mattis ກ່າວຄຳປາໄສທີ່ສຳຄັນ ໃນລະຫວ່າງກອງປະຊຸມ ອາກາດ, ອະວະກາດ ແລະ ເຄືອຂ່າຍຄອມພິວເຕີ ທີ່ສູນປະຊຸມ ແລະ ຣີສອດແຫ່ງຊາດ Gaylord ໃນລັດ Maryland, 20 ກັນຍາ, 2017.

ສະຫະລັດ ແມ່ນກຳລັງເຮັດວຽກເພື່ອເສີມຂະຫຍາຍພັນທະມິດ ແລະ ຄູ່ຮ່ວມງານສາ
ກົນຂອງຕົນ, ອີງຕາມຄຳເວົ້າ ຂອງເຈົ້າໜ້າທີ່ປ້ອງກັນ ປະເທດລະດັບສູງ, ໂດຍອະທິ
ບາຍເຖິງຄວາມພະຍາຍາມນັ້ນ ວ່າ ມີຄວາມສຳຄັນຢ່າງຍິ່ງ ຕໍ່ແຜນຍຸດທະສາດຂອງ
ກອງທັບ ສະຫະລັດ.

ລັດຖະມົນຕີປ້ອງກັນປະເທດ ທ່ານ Jim Mattis ໄດ້ກ່າວໃນກອງປະ ຊຸມ ຈັດຂຶ້ນຢູ່
ໃກ້ກັບນະຄອນຫຼວງ ວໍຊິງຕັນ ໃນວັນພຸດວານນີ້ວ່າ “ປະຊາຊົນ ອາເມຣິກັນ ບໍ່ມີສິດທິ
ທີ່ໄດ້ມາຈາກພະເຈົ້າ ເພື່ອໃຫ້ໄດ້ຮັບໄຊຊະນະໃນສະໜາມລົບ”
ແລະ ກ່າວຕື່ມວ່າ
“ບໍ່ມີປະເທດໃດສາມາດຈະເລີນຂຶ້ນໄດ້ດ້ວຍຕົນເອງ.”

ທ່ານໄດ້ກ່າວວ່າ “ປະຫວັດສາດແມ່ນເລື່ອງທີ່ໜ້າສົນໃຈໃນຈຸດນີ້, ທີ່​ວ່າປະເທດຕ່າງໆ
ທີ່ມີພັນທະມິດຈະມີຄວາມກ້າວໜ້າ ແລະ ປະເທດທີ່ບໍ່ມີພັນທະມິດມັກຈະຕົກຕໍ່າ. ມັນ
ກໍງ່າຍໆແນວນັ້ນ.”

ການ​ໃຫ້​ຄວາມ​ເຫັນ​ດັ່ງກ່າວ ໄດ້ມີຂຶ້ນມື້ນຶ່ງ ຫຼັງຈາກປະທານາທິບໍດີ ດໍໂນລ ທຣຳ ໄດ້
ກ່າວທີ່ກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດວ່າ ນະໂຍບາຍການ
ຕ່າງປະເທດ ສະຫະລັດໄດ້ກັບຄືນສູ່ "ຫຼັກການພື້ນຖານ ກ່ຽວກັບ ອຳນາດອະທິປະ
ໄຕ.”

ທ່ານ ທຣຳ ໄດ້ກ່າວວ່າ “ຂ້າພະເຈົ້າຈະໃຫ້ຄວາມສຳຄັນຕໍ່ ອາເມຣິກາ ກ່ອນໝູ່ຕະ
ຫຼອດ, ເຊັ່ນດຽວກັບທ່ານ, ໃນຖານະເປັນຜູ້ນຳຂອງປະເທດ ທ່ານມັກຈະ, ແລະ
ຄວນຈະໃຫ້ຄວາມສຳຄັນຕໍ່ປະເທດຂອງທ່ານກ່ອນ ໝູ່ໝົດ.”

ທ່ານ ທຣຳ ກໍຍັງໄດ້ເຮັດໃຫ້ພັນທະມິດ ແລະຄູ່ຮ່ວມງາມຂອງ ສະຫະລັດ ບາງປະ
ເທດຮູ້ສຶກລຳຄານເຊັ່ນກັນ ດ້ວຍການເວົ້າເຖິງຄວາມຈຳ​ເປັນ​ທີ່ອາດຈະຕ້ອງ “ທຳລາຍ
ເກົາຫຼີເໜືອ ຢ່າງຮາບຄາບ”
ຍ້ອນການ ທົດລອງລະເບີດນິວເຄລຍ ແລະ ລູກສອນໄຟ
ຂອງພວກເຂົາ, ແລະ ດ້ວຍການເວົ້າເຖິງ ຄວາມເປັນໄປໄດ້ ໃນການຖອນຕົວອອກ
ຈາກ ຂໍ້ຕົກລົງນິວເຄລຍກັບ ອີຣ່ານ.

ແຕ່ການກ່າວຄຳປາໄສຂອງທ່ານ Mattis ທີ່ກອງປະຊຸມອາກາດ, ອະວະກາດ, ແລະ
ເຄືອຂ່າຍຄອມພິວເຕີຂອງສະມາຄົມກອງທັບອາກາດນັ້ນ ມີນ້ຳສຽງທີ່ແຕກຕ່າງອອກ
ໄປ.

ທ່ານລັດຖະມົນຕີປ້ອງກັນປະເທດໄດ້ກ່າວວ່າ “ພວກເຮົາຕ້ອງມີຄວາມ ສະໝັກໃຈ
ໃນການເຮັດວຽກຫຼາຍຂຶ້ນ ກວ່າການຮັບຟັງ ແຕ່ພັນທະມິດ ຂອງພວກເຮົາ. ພວກເຮົາ
ຕ້ອງສະໝັກໃຈເພື່ອໃຫ້ໄດ້ຮັບການຊັກຊວນ ໂດຍເຂົາເຈົ້າ.”

ທ່ານໄດ້ກ່າວເພີ່ມເຕີມວ່າ “ຄວາມຄິດທີ່ດີແມ່ນບໍ່ໄດ້ມາຈາກປະເທດທີ່ມີກຳປັ່ນບັນທຸກ
ເຮືອບິນຫຼາຍທີ່ສຸດ.”

ທ່ານ Mattis ຍັງໄດ້ກ່າວເນັ້ນເຖິງຄວາມຈຳ​ເປັນທາງ​ດ້ານການທູດ ທີ່ມີປະສິດທີ່ຜົນ,
ໂດຍສະເພາະໃນການປະເຊີນໜ້າກັບເກົາຫຼີເໜືອ ກ່ຽວກັບໂຄງການອາວຸດນິວເຄລຍ
ແລະ ລູກສອນໄຟຂອງພວກເຂົາ.

ທ່ານໄດ້ກ່າວຕອບໃນເວລາຖືກຖາມ ກ່ຽວກັບ ເກົາຫຼີເໜືອ ວ່າ “ມັນຍັງແມ່ນຄວາມ
ພະຍາຍາມທີ່ນຳໜ້າໂດຍການທູດ, ແຕ່ພວກເຮົາຕ້ອງຮັບຮູ້ຄວາມຈິງ ທີ່ມືດມົວເຊັ່ນ
ກັນວ່າ ທາງເລືອກທາງທະຫານ ແມ່ນຕ້ອງໄດ້ຖືກກະກຽມໄວ້ ເພື່ອປົກປ້ອງພັນທະ
ມິດຂອງພວກເຮົາ ແລະ ຕົວຂອງພວກເຮົາເອງ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG