ລັດຖະມົນຕີປ້ອງກັນປະເທດສະຫະລັດ ທ່ານຈິມ ແມັດຕິສ ກ່າວວ່າ ສະຫະລັດຈະສືບ
ຕໍ່ “ເອົາທ່າທີທີ່ໜັກແໜ້ນ ແລະສະໜອງທາງເລືອກທີ່ໜ້າເຊື່ອຖືທາງທະຫານ” ແກ່ບັນ
ດານັກການທູດ ທີ່ເຮັດວຽກເພື່ອຫລຸດຜ່ອນຄວາມເຄັ່ງຕຶງຢູ່ແຫລມເກົາຫລີແລະແກ້ໄຂ
ໄພຂົ່ມຂູ່ຈາກອາວຸດນິວເຄລຍ ແລະລູກສອນໄຟ ຂອງພຽງຢາງ.
ທ່ານກ່າວກ່ຽວກັບເລື່ອງນີ້ ຢູ່ເທິງເຮືອບິນ ກ່ອນທີ່ຈະລົງຈອດ ຢູ່ອ່າວເພີລຮາເບີ ທ່ານ
ແມັດຕິສ ຍັງໄດ້້ໃຫ້ຂໍ້ສັງເກດວ່າ ສະຫະລັດພ້ອມແລ້ວ ທີ່ຈະ “ສູ້ລົບໃນມື້ແລງນີ້” ຄຽງ
ຂ້າງກັບເກົາຫລີໃຕ້ ຖ້າຫາກການໂຈມຕີໂດຍເກົາຫລີເໜືອມີຂຶ້ນ.
ລັດຖະມົນຕີປ້ອງກັນປະເທດສະຫະລັດກ່າວຕໍ່ບັນດານັກຂ່າວ ໃນລະຫວ່າງເດີນທາງ
ຈາກຫວຽດນາມ ໄປລັດຮາວາຍວ່າ “ທາງເລືອກທາງທະຫານເຫລົ່ານັ້ນຍັງຄົງມີຢູ່
ເໝືອນເດີມນັບແຕ່ປີ 1953 ເປັນຕົ້ນມາ. ມາຈົນຮອດມື້ນີ້. ພວກເຮົາສາ ມາດສູ້ລົບມື້
ແລງນີ້ ຄຽງບ່າຄຽງໄຫລ່ກັບເກົາຫລີໃຕ້ ຖ້າຫາກເຂົາເຈົ້າຖືກໂຈມຕີ.”
ທ່ານແມັດຕິສ ກ່າວເພີ້ມອີກວ່າ “ການໂຈມຕີໃດໆກໍຕາມຈາກເກົາຫລີເໜືອຈະຖືກ
“ຕອບໂຕ້ຄືນຢ່າງຮ້າຍແຮງ.”
ຫົວໜ້າທຳນຽບຫ້າແຈໄດ້ພົບປະໃນວັນສຸກວານນີ້ທີ່ລັດຮາວາຍກັບລັດຖະມົນຕີກະ
ຊວງປ້ອງກັນປະເທດເກົາຫລີໃຕ້ ທ່ານຊອງ ຢຸງ-ມູ. ທ່ານແມັດຕິສ ກ່າວວ່າ ການປະ
ຊຸມຈະເວົ້າເຖິງນະໂຍບາຍ ກ່ຽວກັບ “ການເຮັດໃຫ້ ແຫຼມເກົາຫລີ ເປັນເຂດປອດນິວ
ເຄລຍ.”
ການປະຊຸມມີຂື້ນ ໃນຂະນະທີ່ເກົາຫລີເໜືອ ແລະເກົາຫລີໃຕ້ພົວພັນໃນການເຈລະຈາ
ກ່ຽວກັບກິລາໂອລິມປິກລະດູໜາວໃນເດືອນໜ້ານີ້ຢູ່ເກົາຫລີໃຕ້. ເກົາຫລີເໜືອໄດ້ຕົກ
ລົງຈະສົ່ງຜູ້ຕາງໜ້າເຂົ້າຮ່ວມການແຂ່ງຂັນດັ່ງກ່າວ.
ທ່ານແມັດຕິສເນັ້ນໜັກວ່າ ການປະຊຸມຂອງທ່ານກັບລັດຖະມົນຕີປ້ອງກັນປະເທດ ທ່ານ
ຊອງ “ບໍ່ໄດ້ກະກຽມໄວ້ໂດຍກົງ ເພາະວ່າມີໂອລິມປິກ” ຫລືການເຈລະຈາອື່ນໆທີ່ກຳລັງ
ດຳເນີນຢູ່.
ບັນດານັກວິເຄາະຈຳນວນນຶ່ງໄດ້ກ່າວວ່າ ເກົາຫລີເໜືອອາດໃຊ້ການເຈລະຈາ ພະຍາ
ຍາມສ້າງຄວາມແຕກແຍກ ລະຫວ່າງສະຫະລັດ ແລະເກົາຫລີໃຕ້.
ແຕ່ທ່ານແມັດຕິສ ໄດ້ຊີ້ໃຫ້ເຫັນວ່າ ບັນດາເຈົ້າໜ້າທີ່ເກົາຫລີໃຕ້ ໄດ້ໃຫ້ຄຳໝັ້ນສັນຍາ
ທີ່ຈະຈຳກັດການເຈລະຈາໃນຫົວຂໍ້ທີ່ພົົວພັນກັບໂອລິມປິກເທົ່ານັ້ນ. ທ່ານໄດ້ຮ້ອງການສົນທະນານີ້ວ່າ “ເປັນຮ່ອງຮອຍໃນທາງບວກ” ແຕ່ໄດ້ຕັ້ງຄຳຖາມວ່າ ການເຈລະຈາດັ່ງ
ກ່າວຈະມີນ້ຳໜັກຫລາຍປານໃດ.