ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ທ່ານແມັດຕິສ ກ່າວວ່າ ປ. ທຣຳ ສັ່ງໃຫ້ເລັ່ງລັດ ການໂຈມຕີ ກຸ່ມລັດອິສລາມ


ລມຕ ກະຊວງປ້ອງກັນປະເທດ ສະຫະລັດ ທ່ານ ຈິມ ແມັດຕິສ ຖະແຫຼງຕໍ່ສື່ມວນຊົນ ທີ່ທຳນຽບຫ້າແຈ. (19 ພຶດສະພາ 2017)
ລມຕ ກະຊວງປ້ອງກັນປະເທດ ສະຫະລັດ ທ່ານ ຈິມ ແມັດຕິສ ຖະແຫຼງຕໍ່ສື່ມວນຊົນ ທີ່ທຳນຽບຫ້າແຈ. (19 ພຶດສະພາ 2017)

ປະທານາທິບໍດີ​ສະຫະລັດ ທ່ານ​ດໍ​ໂນ​ລ ທຣຳ ​ໄດ້ສັ່ງ​ໃຫ້ “​ເລັ່ງລັດການ​ປະຕິບັດງານ”
ຕໍ່​ຕ້ານພວກ​ນັກ​ລົບ​ກຸ່ມ​ລັດ​ອິສລາມ​ຢູ່​ໃນ​ຊີ​ເຣຍ ອີງ​ຕາມ​ຄຳ​ເວົ້າຂອງລັດຖະມົນຕີ​ກະ
ຊວງ​ປ້ອງ​ກັນ​ປະ​ເທດສະຫະລັດ ທ່ານ Jim Mattis ​ໃນ​ວັນ​ສຸກ​ວານ​ນີ້.

ທ່ານ Mattis ​ເອີ້ນການເລັ່ງລັດ​ນີ້ວ່າ ​“​ເປັນ​ການ​ປ່ຽນ​ແປງ​ໃນ​ຍຸດທະວິທີ” ​ໂດຍ​ກ່າວ​
ວ່າ ທາງ​ກອງທັບ​ຈະ​ປ່ຽນ​ຈາກ​ການ​ປະຕິບັດ​ງານ ​ທີ່​ແນ​ໃສ່ ​ເພື່ອ​ຂັບ​ໄລ່​ພວກນັກ​ລົບ
​ກຸ່ມ​ລັດ​ອິສລາມອອກ​ໄປ​ຈາກ​ທີ່​ໝັ້ນ​ແຫ່ງ​ຕ່າງໆ ​ແລະ​ຈະ​ຫັນ​ໄປ​ໃຊ້​ການປິດ​ລ້ອມ​ສັດ
ຕູ​ຢູ່ໃນ​ທີ່​ໝັ້ນຂອງ​ພວກ​ເຂົາ​ແທນ.”

ທ່ານ Mattis ກ່າວວ່າ “ຄວາມ​ຕັ້ງ​ໃຈ​ກໍ​ແມ່ນ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ພວກ​ນັກ​ລົບ​ຕ່າງດ້າວ
​ທີ່​ຫລົບໜີ​ໄປ​ນັ້ນກັບ​ຄືນ​ປະ​ເທດ” ​ແລະ​ທ່ານໃຫ້​ຂໍ້​ສັງ​ເກດ​ຕື່ມ​ວ່າ ​ເປົ້າໝາຍ ​ໃນ​ເວລາ
​ນີ້ກໍ​ແມ່ນ​ເພື່ອ “ທຳລາຍ​” ພວກ​ນັກ​ລົບ ​ຂອງ​ກຸ່ມ​ລັດ​ອິສລາມ ບໍ່​ພຽງ​ແຕ່ຄວບ​ຄຸມ​ພວກ
​ເຂົາ​ໄວ້​ເທົ່າ​ນັ້ນ.

ລົດຮຳວີ ຂອງຕຳຫຼວດ ລັດຖະບານກາງອີຣັກ ຂັບໄປຕາມຫົນທາງ ທີ່ຫວ່າງເປົ່າ ຂອງເມືອງໂມຊູລ. (2 ພຶດສະພາ 2017)
ລົດຮຳວີ ຂອງຕຳຫຼວດ ລັດຖະບານກາງອີຣັກ ຂັບໄປຕາມຫົນທາງ ທີ່ຫວ່າງເປົ່າ ຂອງເມືອງໂມຊູລ. (2 ພຶດສະພາ 2017)

ທ່ານ​ກ່າວ​ວ່າ “ບໍ່​ມີ​ທາງ​ຫຼົບໜີ” ສຳລັບ​ສະມາຊິກ​ຂອງ​ກຸ່ມ​ລັດ​ອິສລາມ​ຢູ່​ທີ່​ເມືອງ​ໂມ​ຊູ​ລ
ບ່ອນ​ທີ່​ກອງທັບ​ອີຣັກກ່າວໃນຕົ້ນອາທິດ​ນີ້ວ່າ ຕົນ​ໄດ້​ປິດ​ລ້ອມ​ເມືອງ​ດັ່ງກ່າວ​ແລ້ວ ​ແຕ່
​ກໍ​ໃຫ້​ຂໍ້​ສັງ​ເກດ​ວ່າ ຍັງ​ບໍ່​ມີ​ການ​ປ່ຽນ​ແປງ​ຫຍັງກ່ຽວ​ກັບລະບຽບ​ໃນ​ການ​ບຸກ​ໂຈມຕີ​ຂອງ
​ກຳລັງ​ແນວ​ໂຮມ.

ທ່ານ Mattis ກ່າວ​ວ່າ “ພວກ​ເຮົາ​ແມ່ນ​ສືບ​ຕໍ່​ທຸກ​ການ​ດຳ​ເນີນ​ຄວາມ​ພະຍາຍາມ ທີ່​ຈະ
​ໃຫ້ການ​ປົກ​ປ້ອງ​ແກ່​ປະຊາຊົນ​ທີ່​ບໍ່​ມີ​ຄວາມ​ຜິດ.”

ທ່ານ Mattis ​ເວົ້າວ່າ ມີ​ປະຊາຊົນ​ຫຼາຍ​ກວ່າ 4 ລ້ານ​ຄົນ​ໄດ້​ຖືກ​ປົດ​ປ່ອຍ​ໃນລະຫວ່າງ​
ການ​ບຸກ​ໂຈມ​ຕີ​ ແລະ “ດິນ​ແດນ​ແມ່ນ​ແຕ່​ຄືບ​ດຽວ​ກໍ​ບໍ່​ໄດ້​ຖືກ​ຍຶດຄືນໄປ.”

ທ່ານ​ກ່າວ​ວ່າ “ພວກ​ເຮົາ​ພວມ​ນຳພາ​ການ​ບຸກ​ໂຈມ​ຕີ​ໃນ​ຂອບ​ເຂດທີ່​ກວ້າງຂວາງຂອງ​
ນາໆຊາດ ​ເພື່ອ​ທັບ​ມ້າງ​ໃນ​ການ​ກ່າວ​ອ້າງ ຂອງ​ກຸ່ມ​ລັດ​ອິສລາມ​ທີ່​ວ່າບໍ່​ມີ​ໃຜສາມາດ​ຕີ​
ພວກ​ເຂົາ​ແຕກ​ໄດ້​ນັ້ນ ​ເພື່ອ​ປະຕິ​ເສດ​ບໍ່​ໃຫ້​ບ່ອນ​ຫລົບ​ລີ້ ທາງ​ດ້ານ​ພູມ​ສາດ​ແກ່​ກຸ່ມ​ລັດ​
ອິສລາມ ທີ່​ພວກ​ເຂົາ​ໃຊ້​ເປັນ​ທຳ​ການ​ຄາດ​ຕະກຳ ພ້ອມ​ທັງ​ກຳຈັດຄວາມ​ສາມາດຂອງ​
ກຸ່ມ​ລັດ​ອິສລາມ ​ໃນ​ການ​ປະຕິບັດ​ງານ​ຢູ່​ຕ່າງປະ​ເທດ ​ແລະ ຖອນ​ຮາກ​ຖອນ​ເຫງົ້າ ​ໃນ
​ຄວາມ​ສາມາດ​ຂອງ​ພວກ​ເຂົາເພື່ອ​ເກັບ​ເກນ​ແລະ​ຊອກຫາ​ເງິນມາສະ​ໜັບສະ​ໜຸນ​ການ​
ປະຕິບັດ​ງານ​ຂອງ​ພວກ​ກໍ່​ການ​ຮ້າຍ.”

ກຳລັງ​ຂອງ​ອີຣັກ ຊຶ່ງ​ໄດ້​ຮັບ​ການ​ໜຸນ​ຫລັງ ໂດຍ​ແນວ​ໂຮມ ທີ່ຢູ່​ພາຍ​ໃຕ້​ການ​ນຳພາ​
ຂອງ​ສະຫະລັດ​ໄດ້​ຂັບ​ໄລ່​ກຸ່ມ​ລັດ​ອິສລາມ​ອອກ​ຈາກ​ເມືອງ​ໂມ​ຊູ​ລ​ເກືອບ​ທັງໝົດຍົກ​
ເວັ້ນ​ແຕ່ ​ຢູ່ໃນ​ບໍລິ​ເວນ 12 ກິ​ໂລ​ແມັດ​ມົນທົນ​ ຂອງ​ເມືອງ​ດັ່ງກ່າວ ​ໂດຍ​ໄດ້ປິດ​ລ້ອມ​
ພວກ​ນັກ​ລົບ ​ທີ່​ຍັງ​ເຫລືອຢູ່​ນັ້ນ ​ໄວ້​ໃນເຂດ​ເມືອງ​ເກົ່າ ບ່ອນ​ທີ່​ຄາດ​ກັນ​ວ່າພວກ​ເຂົາ​
ຈະ​ທຳ​ການ​ຕ້ານ​ຢັນ​ເປັນຄັ້ງສຸດ​ທ້າຍ ​ໃນ​ສອງ​ສາມ​ອາທິດ​ຂ້າງ​ໜ້ານີ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG