ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ​ແມັຕຕິ​ສ ​ຈະຕັດ ​ຈຳ​ນວນທະ​ຫານ​ ສ​ຫລ ​ໃນ​ອາ​ຟ​ຣິ​ກາ​ ລົງ 10 ເປີ​ເຊັນ


ເຮືອ​ບິນ​ຂົນ​ສົ່ງ​ກອງ​ທັບ​ອາ​ກາດ​ສະ​ຫະ​ລັດ A C-130 ຈອດ​ຢູ່ເດິ່ນ ໃນ​ຂ​ະ​ນະ​ທີ່ ພວກ​ທະ​ຫານ​ໄນ​ເຈີ ພາ​ກັນ​ຢືນ​ຢູ່ ວັນ​ທີ 8 ມີ​ນາ 2014.
ເຮືອ​ບິນ​ຂົນ​ສົ່ງ​ກອງ​ທັບ​ອາ​ກາດ​ສະ​ຫະ​ລັດ A C-130 ຈອດ​ຢູ່ເດິ່ນ ໃນ​ຂ​ະ​ນະ​ທີ່ ພວກ​ທະ​ຫານ​ໄນ​ເຈີ ພາ​ກັນ​ຢືນ​ຢູ່ ວັນ​ທີ 8 ມີ​ນາ 2014.

ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ທ່ານ​ຈິມ ແມັຕ​ຕິ​ສ ຈະ​ຕັດ​ກໍ​າ​ລັງ​ທະ​ຫານ​ສະ​ຫະ​ລັດ​ ຫຼາຍ​
ຮ້ອຍ​ຄົນ ຈາກ​ອາ​ຟ​ຣິ​ກາ ເພື່ອ​ວ່າ​ທ່ານ​ຈະ​ໃຊ້​ຊັ​ບ​ພະ​ຍາ​ກອນ​ເຫລົ່າ​ນັ້ນ ໃນ​ບັນ​ຫາ​ຂັດ​
ແຍ້ງ ທີ່​ອາດ​ມີ​ຂຶ້ນ​ໃນ​ອະ​ນາ​ຄົດ ​ກັບ​ຣັດ​ເຊຍ ແລະ​ຈີນ.

ໂຄ​ສົກ​ຍິງ​ທຳ​ນຽບ​ຫ້າ​ແຈ ຜູ້​ບັນ​ຊາ​ການກອງ​ທັບ​ເຮືອ ທ່ານ​ນາງ​ແຄນ​ດິ​ສ ແທ​ຣ​ຕ​ຈ໌ ກ່າວ
​ຕໍ່ ວີ​ໂອ​ເອວ່າ ການ​ເຄື່ອນ​ໄຫວ​ທີ່​ວ່ານີ້ ​ຈະ​ຕັດ​ກອງ​ກຳ​ລັງ​ຕໍ່​ຕ້ານພວກ​ກໍ່​ການ​ຮ້າຍປະ​
ມານ 700 ​ຄົນ ແລະ​ຄວາມ​ສ​າ​ມາດ​ເຂົາ​ເຈົ້າ​ຈາກເຂດອາ​ຟ​ຣິ​ກາ​ຕາ​ເວັນ​ຕົກ. ນັ້ນແມ່ນ
ປະ​ມານ 10 ເປີ​ເຊັນ ​ຂອງ​ການ​ມີ​ໜ້າ​ຂອງ​ກຳ​ລັງ​ສະ​ຫະ​ລັດ ໃນ​ທະ​ວີບອາ​ຟ​ຣິ​ກາ.

ທ່ານ​ນາງ​ກ່າວ​ວ່າ “ການ​ປະ​ຕິ​ບັດ​ງານ​ຢູ່​ໃນ​ລີ​ເບຍ ໂຊ​ມາເລຍ ແລະຈີ​ບູ​ຕີ ຍັງ​ຈະ​ມີ​ການ
ຮັກ​ສາ​ໄວ້ ເປັນ​ສ່ວນ​ໃຫ​ຍ່​ ບໍ່​ປ່ຽນ​ແປງ.”

ຍຸດ​ທະ​ສາດປ້ອງ​ກັນແຫ່ງ​ຊາດໃໝ່​ຂອງ​ທຳ​ນຽບ​ຫ້າ​ແຈ ຫຼື NDS ເນັ້ນ​ຢ້ຳ​ເຖິງ​ການ
​ແຂ່ງ​ຂັນ​ໃນ​ການ​ຕໍ່​ຕ້ານພວກກໍ່​ການ​ຮ້າຍ.

ເວ​ລາ​ຖາມ​ວ່າ ​ການ​ຫລຸດ​ກຳ​ລັງ​ໄດ້​ເປັນ​ຜົນ​ມາ​ຈາກ​ການ​ໂຈມ​ຕີ​ ໃນ​ເດືອນ​ຕຸ​ລາ ປີ
2017 ​ຢູ່ປະ​ເທດ​ໄນ​ເຈີ ທີ່​ໄດ້​ສັງ​ຫານ​ທະ​ຫານ​ສະ​ຫະ​ລັດ​ສີ່​ຄົນ ເຈົ້າ​ໜ້າ​ທີ່​ທະ​ຫານ​ຄົນ
​ນຶ່ງ​ກ່າວ​ວ່າ ເຫດ​ຮ້າຍ​ດັ່ງ​ກ່າວ ບໍ່​ໄດ້ມີ​ບົດ​ບາດ​ຢູ່ໃນ​ການ​ຕັດ​ສິນ​ໃຈນີ້.

ເຈົ້າ​ໜ້າ​ທີ່​ກ່າວ​ວ່າ “ການ​ສົນ​ທະ​ນາ​ກ່ຽວ​ກັ​ບ​ການ​ເຄື່ອນ​ໄຫວນີ້ ແມ່ນ​ມີ​ມາ​ແລ້ວ​ກ່ອນ​
ເກີດເຫດ​ຮ້າຍ​ດັ່ງ​ກ່າວ.”

ທ່ານ​ນາງ​ແທຣຕ​ຈ໌ ກ່າວ​ວ່າ “ການ​ປັບການ​ຮັບ​ມື” ຂອງກອງທັບ ​ຕໍ່​ເຂດອາ​ຟ​ຣິ​ກາ​ຕາ
​ເວັນ​ຕົກ ຈະ​ເນັ້ນ​ໜັກໜ້ອຍ​ລົງ ໃສ່​ການ​ໃຫ້​ຄຳ​ແນະ​ນຳ ແລະ​ການ​ຊ່ວຍ​ເຫຼືອໃນ​ດ້ານ
​ກົນ​ລະ​ຍຸດ. ແທນ​ທີ່ ສະ​ຫະ​ລັດ​ຈະ​ກາງ​ຕໍ່ຫຼາຍ​ຂຶ້ນ​ນຳ​ຄຳ​ແນະ​ນຳ​ຢູ່ໃນຂົງ​ເຂດ ​ເພື່ອ
ໃຫ້​ການ​ຊ່ວ​ຍເຫຼືອ ແລະ​ແບ່ງ​ປັນ​ໃນ​ດ້ານສືບ​ລັບ.

ໃນ​ຂະ​ນະ​ທີ່​ທ່ານ​ແມັ​ຕ​ຕິ​ສ ໄດ້​ເປີດ​ເຜີຍແຜນ​ຍຸດ​ທະ​ສາດ​ດັ່ງ​ກ່າວ ໃນ​ເດືອນ​ມັງ​ກອນ​
ທີ່​ຜ່າ​ນ​ມາ ທ່າ​ນ​ກ່າວ​ວ່າ ສະ​ຫະ​ລັດ​ໄດ້​ສູນ​ເສຍ​ການ​ແຂ່ງ​ຂັນ ກ່ຽວ​ກັບ​ການສ້າງ​ຄວາມ
​ກ້າວ​ໜ້າທາງ​ທະ​ຫານ​ ໃຫ້​ແກ່​ຈີນ ແລະ​ຣັດ​ເຊຍ.

ທ່ານ​ແມັ​ຕ​ຕິ​ສ ກ່າວ​ວ່າ “ການ​ແຂ່ງ​ຂັນຂອງ​ມະ​ຫາ​ອຳ​ນາດ​ໃຫຍ່ ບໍ່​ແມ່ນ​ການ​ກໍ່​ການ
​ຮ້າຍ ບັດ​ນີ້​ແມ່ນ​ຈຸດ​ເພັ່ງ​ເລັງ​ຕົ້ນ​ຕໍ່ ໃນ​ການ​ຮັກ​ສາຄວາມ​ປອດ​ໄພ​ແຫ່ງ​ຊາດ​ສະ​ຫະ​ລັດ.”

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG