ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ທ່ານນາງຈີລ ໄບເດັນ ເດີນທາງໄປຢ້ຽມ​ຢາມ ທະ​ວີບ​ອາ​ຟ​ຣິ​ກາ ເປັນ​ຄັ້ງ​ທຳ​ອິດ​ ໃນ​ນາມ​ສະ​ຕີ​ໝາຍ​ເລກ​ນຶ່ງ 

(ພາບ​ໃນ​ແຟ​ມ) ທ່ານນາງຈີລ ໄບເດັນ ກ່າວ​ຄຳ​ປາ​ໄສ ໃນ​ຂະ​ນະ​ທີ່​ທ່ານ​ນາງ​ເປັນ​ເຈົ້າ​ພາບ​ຕ້ອນ​ຮັບ ພັນ​ລະ​ຍາ​ຂອງ​ພວກ​ຜູ້​ນຳປະ​ເທດ​ໃນ​ເຂດ​ອາ​ຟ​ຣິ​ກາ ໂດຍ​ເປັນ​ສ່ວນ​ນຶ່ງ​ຂອງກອງ​ປະ​ຊຸມ​ສຸດຍອດລະ​ຫວ່າງ ສະ​ຫະ​ລັດ​ກັບ ອາ​ຟ​ຣິ​ກາ ໃນ​ນະ​ຄອນ​ຫລວງວໍ​ຊິງ​ຕັນ, ວັ​ນ​ທີ 14 ທັນ​ວາ, 2022.

ທ່ານ​ນາງຈີ​ລ ໄບ​ເດັນ ເດີນທາງ​ໄປ​ເຖິງ​ປະ​ເທດ​ນາມ​ມິີເບຍ ​ໃນ​ວັນ​ພຸດມື້​ນີ້ ​ເພື່ອ​ຢ້ຽມ ຢາມ​ອາ​ຟຣິກາເປັນ​ຄັ້ງ​ທຳ​ອິດ ​ໃນ​ນາມ​ທີ່​ເປັນ​ສະຕີ​ໝາຍ​ເລກ​ນຶ່ງ​ຂອງ​ສະຫະລັດ.

ທ່ານ​ນາງໄບ​ເດັນ ຈະເພັ່ງ​ເລັງໃສ່ການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ, ບັນຫາຂອງ ເດັກນ້ອຍ ແລະຄວາມບໍ່ຫມັ້ນຄົງດ້ານສະບຽງອາຫານທີ່ໄດ້ທໍາລາຍບາງສ່ວນຂອງ ທະວີບນັ້ນ.

Jill Biden to Visit Namibia, Kenya for First Time as First Lady
please wait

No media source currently available

0:00 0:02:47 0:00

“ການເດີນທາງຂອງ ດ​ຣ. ໄບ​ເດັນ ມີຂຶ້ນບົນ​ພື້ນ​ຖານ​ຂອງກອງປະຊຸມສຸດຍອດຜູ້ນຳ ສະຫະລັດ-ອາຟຣິກາ ທີ່​ຈັດຂຶ້ນໃນປີກາຍນີ້ ແລະເປັນການສະແດງອີກແບບນຶ່ງໃຫ້​ເຫັນ​ເຖິງຄຳໝັ້ນສັນຍາຂອງປະທານາທິບໍດີໄບ​ເດັນທີ່ບອກວ່າ ສະຫະລັດແມ່ນມີ​ຄວາມມຸ້ງໝັ້ນໃນ​ການ​ພົວ​ພັນ​ກັບ​ອາຟຣິກກາ ແລະຢູ່ກັບອາຟຣິກາຢ່າງ​ເຕັມ​ສ່ວນ,” ນັ້ນ​ຄື ຄຳ​ເວົ້າ​ຂອງທ່ານຈູດ ດິ​ເວີ​ມອນ​ທ໌ (Judd Devermont), ຜູ້ອໍານວຍການອະວຸໂສຝ່າຍອາຟຣິກາຢູ່ທີ່ສະພາຄວາມໝັ້ນຄົງແຫ່ງຊາດ ກ່າວ​ຕໍ່​ພວກ​ນັກ​ຂ່າວ​ໃນ​ຕອນ​ເຊົ້າ​ວັນ​ອັງຄານວານ​ນີ້.

(ພາບ​ໃນ​ແຟ​ມ) ສະ​ຕີ​ໝາຍ​ເລກ​ນຶ່ງເມ​ລາ​ເນຍ ທ​ຣຳ ຫລຽວ​ເບິ່ງ​ສວນ​ສາ​ທາ​ລະ​ນະແຫ່ງ​ຊາດ Nairobi ໃນ​ນະ​ຄອນ​ຫລວງ​ໄນ​ໂຣ​ບີຂອງ​ເຄັນ​ຢາ, ວັນ​ທີ 5 ຕຸ​ລາ, 2018.
(ພາບ​ໃນ​ແຟ​ມ) ສະ​ຕີ​ໝາຍ​ເລກ​ນຶ່ງເມ​ລາ​ເນຍ ທ​ຣຳ ຫລຽວ​ເບິ່ງ​ສວນ​ສາ​ທາ​ລະ​ນະແຫ່ງ​ຊາດ Nairobi ໃນ​ນະ​ຄອນ​ຫລວງ​ໄນ​ໂຣ​ບີຂອງ​ເຄັນ​ຢາ, ວັນ​ທີ 5 ຕຸ​ລາ, 2018.

ທ່ານ ດິ​ເວີ​ມອນ​ທ໌ (Devermont) ກ່າວຕື່ມວ່າ "ຍຸດທະສາດຂອງສະຫະລັດ ຕໍ່ເຂດ ໃຕ້ທະ​ເລ​ຊາຍຊາຮາຣາ ໃນອາຟຣິກາ ທີ່ພວກເຮົາເປີດ​ເຜີຍອອກມາເມື່ອເດືອນສິງຫາແລ້ວນີ້ ແມ່ນເລີ້ມຕົ້ນດ້ວຍຄວາມເຊື່ອຫມັ້ນວ່າ ອາຟຣິກາມີຄວາມສໍາຄັນຫລ​າຍ ຕໍ່ການ​ເຮັດ​ໃຫ້ບູ​ລິ​ມະ​ສິດລະ​ດັບໂລກຂອງພວກເຮົາກ້າວຫນ້າ." ທ່ານເວົ້າ​ອີກວ່າ "ພວກເຮົາເຊື່ອວ່າ ພວກເຮົາຢູ່ໃນຊຸມປີຕົ້ນໆ ຂອງທົດສະວັດແຫ່ງ​ການຕັດສິນໃຈເດັດ​ດ່ຽວ ທີ່ຈະກໍານົດກົດເກນຂອງເສັ້ນທາງຂອງບັນຫາທີ່ສໍາຄັນຫລາຍ​ຢ່າງ ນັບ​ແຕ່ດ້ານ ການຄ້າ ແລະເສດຖະກິດ, ໄປຈົນ​ເຖິງຄວາມປອດໄພທາງອິນເຕີແນັດ ແລະເທັກ ໂນໂລຈີ.”

(ພາບ​ໃນ​ແຟ​ມ) ທ່າ​ນາງ​ຈີ​ລ ໄບ​ເດັນຖາມ​ສະ​ບາຍ​ດີ​ພະ​ນັກ​ງານຢູ່​ສູນກວດ​ກາ​ຂອງ​ອົງ​ການ UNHCR ຢູ່​ຂ້າງ​ສູນ​ອົບ​ພະ​ຍົບ Ifo, ນອກ​ເມືອງ Dadaab, ໃນ​ເຂດ​ຕາ​ເວັນ​ອອກ​ຂອງ​ເຄັນ​ຢາ ຊຶ່ງ​ຕັ້ງ​ຢູ່​ຫ່າງ​ຈາກຊາຍ​ແດນ​ໂຊ​ມາ​ເລຍ 100 km, ວັນ​ທີ 8 ສິງ​ຫາ, 2011.

ໂດຍ​ທຳການ​ຢ້ຽມຢາມ​ໃນຄັ້ງ​ນີ້, ທ່ານ​ນາງຈີ​ລ ໄບ​ເດັນ ຍັງ​ໄດ້​ກາຍ​ເປັນ​ສະຕີ​ໝາຍ​ເລກ​ນຶ່ງ​ຂອງ​ສະ​ຫະ​ລັດຜູ້​ທຳ​ອິດ​ທີ່​ໄປ​ຢ້ຽມຢາມ​ນາມ​ມີ​ເບຍ ນັບ​ແຕ່​ປະ​ເທດ​ທີ່​ຢູ່ໃນ​ເຂດອາ​ຟຣິກາ​ຕາ​ເວັນ​ຕົກ​ສຽງ​ໃຕ້ແຫ່ງນັ້ນ ​ໄດ້​ຮັບ​ເອກະລາດ​ໃນ​ປີ 1990 ເປັນ​ຕົ້ນ​ມາ.

ນອກ​ເໜືອ​ໄປ​ຈາກ​ການ​ເອົາ​ໃຈ​ໃສ່​ຕໍ່​ແມ່ຍິງ​ແລະ​ເດັກ​ນ້ອຍ​ແລ້ວ, ສະຕີ​ໝາຍ​ເລກ​ນຶ່ງ​ຍັງ​ມີຄວາມ​ສົນ​ໃຈ​ຕໍ່​ຄວາມ​ບໍ່​ໝັ້ນຄົງ​ດ້ານສະ​ບຽງ​ອາຫານ​ທີ່​ຮ້າຍ​ແຮງ ​ທີ່​ພວມ​ເພີ້ມ​ຂຶ້ນ​ຢູ່​ໃນ​ເຂດອາ​ຟຣິກາ​ຕາ​ເວັນ​ອອກ​ອີກ​ດ້ວຍ ໃນ​ຂະນະ​ທີ່​ທ່ານນາງ​ໄປຢ້ຽມຢາມ​ເຄັນ​ຢາຢູ່ນັ້ນ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG