ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານນາງ ໄບເດັນ ດຶງດູດຄວາມສົນໃຈໃສ່ວິກິດການດ້ານຄວາມອຶດຫິວ ແບບບໍ່ເຄີຍມີມາກ່ອນ

ສະຕີໝາຍເລກນຶ່ງຂອງສະຫະລັດ ທ່ານນາງຈິລ ໄບເດັນ ພົບກັບແມ່ຍິງພື້ນເມືອງຄົນນຶ່ງ ທີ່ບ້ານມາຊາຍ ແລະລູກນ້ອຍຂອງລາວ ຢູ່ທີ່ດ່ານໂພຊະນາການ ໃນພື້ນທີ່ທີ່ຮັບມືກັບໄພແຫ້ງແລ້ງ, ເພື່ອເນັ້ນໜັກການຊ່ວຍເຫຼືອກ່ຽວກັບຜົນກະທົບຂອງໄພແຫ້ງແລ້ງ ຢູ່ທີ່ບ້ານ Lositeti, ໃນເມືອງ Matapato ເໜືອ, ແຂວງ Kajiado, ເຄັນຢາ.

ສະຕີໝາຍເລກນຶ່ງຂອງສະຫະລັດ ໄດ້ທຳການຢ້ຽມຢາມ​ລະ​ດັບສູງ ໃນຊຸມຊົນ ນ້ອຍໆຂອງປະເທດເຄັນຢາ ເພື່ອດຶງດູດຄວາມສົນໃຈໃສ່ໄພແຫ້ງແລ້ງຮຸນແຮງ ທີ່ໄດ້ເກີດຂຶ້ນມາດົນນານ ຢູ່ໃນຂົງເຂດອາຟຣິກາຕາເວັນອອກ ແລະໄດ້ພາ​ໃຫ້​ເກີດວິກິດການຄວາມໝັ້ນຄົງທາງດ້ານສະບຽງອາຫານທີ່ບໍ່ເຄີຍມີມາກ່ອນ.

ສະຫະລັດ ໄດ້ມອບຄວາມຊ່ວຍເຫຼືອທາງດ້ານມະນຸດສະທໍາໃຫ້ແກ່ ອາຟຣິກາ ຕາເວັນອອກ ລຸນຫຼັງທີ່ບໍ່ມີຝົນຕົກມາເປັນເວລາຍາວນານສາມປີຕິດຕໍ່ກັນ, ສົ່ງຜົນເຮັດໃຫ້ເກີດຄວາມອຶດຢາກແບບບໍ່ເຄີຍມີມາກ່ອນແຜ່ລາມແຕ່ປະເທດໂຊມາເລຍ ໄປຈົນເຖິງໝູ່ບ້ານມາຊາຍ (Maasai) ທີ່ແຫ້ງແລ້ງທີ່ສຸດ ແຫ່ງນີ້, ເຊິ່ງຕັ້ງຢູ່ຫ່າງຈາກນະຄອນຫຼວງໄນໂຣບີ ຂອງປະເທດເຄັນຢາພຽງແຕ່ສາມຊົ່ວໂມງເທົ່ານັ້ນ.

Jill Biden Draws Attention to Unprecedented Hunger Crisis
please wait

No media source currently available

0:00 0:03:18 0:00

ຫົວໜ້າອົງການສະຫະປະຊາຊາດ ທີ່ປະຈໍາຢູ່ເຄັນຢາ ບອກກັບ VOA ວ່າ ປະຊາຊົນ 6 ລ້ານຄົນກໍາລັງຕົກຢູ່ໃນສະພາບທີ່ອຶດຫິວ ແລະສະຖານະການດັ່ງກ່າວຍິ່ງເພີ້ມທະວີຄວາມຮຸນແຮງຂຶ້ນ ເນື່ອງຈາກວິກິດການການສະໜອງອາຫານ ພົບກັບຄວາມຂັດແຍ້ງໂດຍສົງຄາມຢູ່ໃນ ຢູເຄຣນ.

ສະຕີໝາຍເລກນຶ່ງຂອງສະຫະລັດ ທ່ານນາງຈີລ ໄບເດັນ ຍ່າງພ້ອມດ້ວຍຜູ້ອາວຸໂສພື້ນເມືອງມາຊາຍ ໃນລະຫວ່າງການຢ້ຽມຢາມຢູ່ບໍລິເວນພື້ນທີ່ຮັບມືກັບໄພແຫ້ງແລ້ງ ເພື່ອເນັ້ນໜັກເຖິງຄວາມບັນເທົາທຸກ ຕໍ່ຜົນກະທົບຂອງໄພແຫ້ງແລ້ງ ຢູ່ທີ່ໝູ່ບ້ານ Lositeti ໃນເມືອງ Matapato ເໜືອ, ແຂວງ Kajiado , ປະເທດເຄັນຢາ, ວັນທີ 26 ກຸມພາ 2023.

ແຕ່, ປະເທດທີ່ຮັ່ງມີທີ່ສຸດໃນໂລກ ບໍ່ສາມາດຍ່າງຢູ່ເທິງຖະໜົນແຫ່ງນີ້ພຽງຜູ້ດຽວໄດ້, ທ່ານນາງໄບເດັນ ກ່າວລຸນຫຼັງການຢ້ຽມຢາມໝູ່ບ້ານມາຊາຍຂອງທ່ານນາງ ເຊິ່ງເປັນຂົງເຂດທີ່ກໍາລັງປະສົບກັບຄວາມແຫ້ງແລ້ງຮຸນແຮງທີ່ສຸດ ໃນຮອບເຈັດລຸ້ນອາຍຸຄົນ. ການເດີນທາງດັ່ງກ່າວນີ້ ມີຂຶ້ນ​ໃນ​ຕອນ​ທ້າຍ​ຂອງການຢ້ຽມຢາມປະເທດເຄັນຢາແລະປະເທດນາມມີເບຍໃນພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງອາຟຣິກາ ເປັນເວລາ 5 ມື້ ຂອງທ່ານນາງ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG