ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານນາງຈີລ ໄບເດັນ ເດີນທາງອອກຈາກອາຟຣິກາ ໂດຍ​ປະຂໍ້ຄວາມ ທີ່ອົບອຸ່ນ ແລະຄວາມຫວັງ ​ສຳ​ລັບ ​ທຸກ​ຄົນ ຫຼັງ​ການ​ຢ້ຽມ​ຢາມ


ສະຕີໝາຍເລກນຶ່ງຂອງສະຫະລັດ ທ່ານນາງຈີລ ໄບເດັນ (ຊ້າຍ), ທັກທາຍບັນດາແມ່ຍິງຂອງຊຸມຊົນມາຊາຍ ໃນຂະນະທີ່ພວກເຂົາເຈົ້າອະທິບາຍກ່ຽວກັບສະຖານະການແຫ້ງແລ້ງ ຢູ່ໃນເມືອງ Ngatataek, ໃຈກາງຂົງເຂດ Kajiado, ປະເທດເຄັນຢາ, ວັນທີ 26 ກຸມພາ 2023.
ສະຕີໝາຍເລກນຶ່ງຂອງສະຫະລັດ ທ່ານນາງຈີລ ໄບເດັນ (ຊ້າຍ), ທັກທາຍບັນດາແມ່ຍິງຂອງຊຸມຊົນມາຊາຍ ໃນຂະນະທີ່ພວກເຂົາເຈົ້າອະທິບາຍກ່ຽວກັບສະຖານະການແຫ້ງແລ້ງ ຢູ່ໃນເມືອງ Ngatataek, ໃຈກາງຂົງເຂດ Kajiado, ປະເທດເຄັນຢາ, ວັນທີ 26 ກຸມພາ 2023.

ບໍ່ມີວິທີການທີ່ເນັ້ນໜັກຂອງປະທານາທິບໍດີສະຫະລັດ ການສະແດງອອກທາງດ້ານຄວາມໝັ້ນຄົງແຫ່ງຊາດ-ການສະແດງອອກທີ່ມຸ້ງເນັ້ນ ສໍາລັບທ່ານນາງຈີລ ໄບເດັນ ທີ່ມາໃນຊຸດລາຍດອກໄມ້ ແລະເກີບສົ້ນສູງ, ການກອດແລະການຍິ້ມ ແຍ້ມຂອງທ່ານນາງ ໃນລະຫວ່າງທາງຕັ້ງແຕ່ປະເທດນາມມີເບຍ ໄປເຖິງເຄັນຢາ ສໍາລັບການປາກົດໂຕຄັ້ງທໍາອິດ ໃນການເດີນທາງໄປທະວີບແຫ່ງນີ້ ໃນຖານະສະຕີໝາຍເລກນຶ່ງ, ເຊິ່ງໄດ້ສິ້ນສຸດລົງໃນວັນອາທິດທີ່ຜ່ານມາ.

ທ່ານນາງ ໄບເດັນ ໄດ້ໃຊ້ຄໍາເວົ້າທີ່ມີຄວາມຫວັງສູງ ເພື່ອເນັ້ນໜັກກ່ຽວກັບບັນຫາຕ່າງໆທາງສັງຄົມ.

Jill Biden Spreads Warmth, Hope on Her Way Across Africa
please wait

No media source currently available

0:00 0:03:01 0:00

“ພວກເຮົາປະເຊີນກັບຄວາມທ້າທາຍຫຼາຍໆຢ່າງທີ່ຄືກັນ, ຈາກການປ່ຽນແປງທາງສະພາບອາກາດ, ຄວາມບໍ່ເທົ່າທຽມທາງດ້ານເສດຖະກິດ ຈົນເຖິງການເສີມຂະຫຍາຍປະຊາທິປະໄຕ, ແລະດ້ວຍສາເຫດດັ່ງກ່າວນີ້ ຈຶ່ງມີການຈັດກອງປະ ຊຸມສຸດຍອດບັນດາຜູ້ນໍາສະຫະລັດ ແລະອາຟຣິກາຢູ່ໃນນະຄອນຫຼວງວໍຊິງຕັນ ໃນເດືອນທັນວາທີ່ຜ່ານມາ ເນື່ອງຈາກວ່າ ມັນມີຄວາມສໍາຄັນສໍາລັບທ່ານຫຼາຍ,” ທ່ານນາງໝາຍເຖິງສາມີຂອງທ່ານນາງ ປະທານາທິບໍດີໂຈ ໄບເດັນ, ຢູ່ທີ່ການປາໄສໃນຫ້ອງປະຊຸມ ທີ່ເຕັມໄປດ້ວຍບຸກຄົນສໍາຄັນ ແລະບັນດາພະນັກງານການທູດ ທີ່ໄດ້ມາລວມກັນເພື່ອຮັບຟັງການກ່າວຖະແຫຼງຂອງທ່ານນາງ ຢູ່ທີ່ທໍານຽບລັດຖະບານ ຂອງປະເທດນາມມີເບຍ ໃນວັນພະຫັດທີ່ຜ່ານມາ.

“ແລະນີ້ຄືເຫດຜົນທີ່ວ່າ ຂ້າພະເຈົ້າມີຄວາມພູມໃຈທີ່ໄດ້ມາຢືນຢູ່ທີ່ນີ້, ຢືນຢູ່ກັບປະຊາທິປະໄຕທີ່ເຂັ້ມແຂງ...ດັ່ງທີ່ ທ່ານໂຈ ກ່າວຢູ່ໃນກອງປະຊຸມສຸດຍອດທີ່ຜ່ານມາວ່າ ສຽງຂອງຊາວອາຟຣິກາ ການເປັນຜູ້ນໍາຂອງຊາວອາຟຣິກາ ແລະການປັບປຸງໃໝ່ຂອງຊາວອາຟຣິກາ ທັງໝົດນັ້ນ ແມ່ນມີຄວາມສໍາຄັນ ສໍາລັບການຈັດການກ່ຽວກັບຄວາມທ້າທາຍຕ່າງໆ​ໃນ​ໂລກ ແລະການບັນ​ລຸ​ວິ​ໄສ​ທັດ. ພວກເຮົາທັງໝົດ ຢູ່ໃນໂລກທີ່ເປັນອິດສະຫຼະຮ່ວມກັນ.”

ທ່ານນາງ ໄດ້ພາຫຼານນຶ່ງໃນເຈັດຄົນຂອງທ່ານນາງໄປພ້ອມ ເພື່ອເນັ້ນໜັກກ່ຽວກັບຄວາມສໍາຄັນຂອງບັນດາເດັກນ້ອຍຍິງ ແລະແມ່ຍິງວ່າ ສາມາດເປັນພະລັງເພື່ອຜັກດັນ​ໃຫ້​ມີການປ່ຽນແປງ.

Jill Biden Draws Attention to Unprecedented Hunger Crisis
please wait

No media source currently available

0:00 0:03:18 0:00

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG