ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກຫົວຮຸນແຮງ ຈີຮາດ ປ່ອຍຕົວປະກັນ ອາວຸໂສ ໃນປະເທດ Burkina Faso


ແຜນທີ່ປະເທດ Burkina Faso
ແຜນທີ່ປະເທດ Burkina Faso

ປະເທດ Niger ໄດ້ຮັບການປ່ອຍຕົວຂອງແມ່ຍິງອາວຸໂສ ຊາວ Australia ຄົນໜຶ່ງທີ່ໄດ້ຖືກລັກພາຕົວໃນເດືອນທີ່ຜ່ານມາພ້ອມ ກັບສາມີຂອງລາວ ໂດຍພວກຫົວຮຸນແຮງ ຈີຮາດ ໃນປະເທດ Burkina Faso ທີ່ຢູ່ໃກ້ຄຽງນັ້ນ.

ປະທານາທິບໍດີ Niger ທ່ານ Mahammadou Issoufou ໄດ້ ແນະນຳໂຕນາງ Jocelyn Elliot ໃຫ້ກອງປະຊຸມຖະແຫຼງຂ່າວ ໃນວັນເສົາວານນີ້ ທີ່ເມືອງ Dosso ທາງພາກຕາເວັນຕົກສຽງໃຕ້ ຂອງປະເທດ Niger ຊາບ. ທ່ານບໍ່ໄດ້ເປີດເຜີຍເຖິງເຫດການທີ່ ນຳໄປສູ່ການປ່ອຍຕົວນັ້ນ, ແຕ່ໄດ້ກ່າວວ່າ ບັນດາເຈົ້າໜ້າທີ່ໄດ້ ເພີ່ມຄວາມກົດດັນໃສ່ພວກຫົວຮຸນແຮງດັ່ງກ່າວ ໃຫ້ປ່ອຍຕົວສາ ມີຂອງລາວທີ່ເປັນນັກຟີຊິກ ຊື່ວ່າ Ken Elliot.

ຄູ່ສາມີພັນລະຍາ ທັງສອງມີອາຍຸ 80 ກວ່າປີແລ້ວ, ໄດ້ຖືກລັກພາຕົວໄປໃນວັນທີ 15 ມັງກອນ ທີ່ຜ່ານມາໃນເມືອງ Djibo ທາງພາກເໜືອຂອງປະເທດ Burkina Faso, ເຊິ່ງເປັນບ່ອນທີ່ ພວກເຂົາເຈົ້າໄດ້ເປີດຄລີນິກການແພດ 120 ຕຽງຕັ້ງແຕ່ຕົ້ນຊຸມປີ 1970 ມາ.

ພວກກຸ່ມຫົວຮຸນແຮງ Al-Qaida ໄດ້ກ່າວໃນວັນສຸກຜ່ານມາວ່າ ພວກເຂົາໄດ້ລັກພາຕົວທັງ ສອງຄົນ ແລະ ປ່ອຍຕົວພວກເຂົາເຈົ້າໂດຍບໍ່ມີເງື່ອນໄຂໃດໆ, ຫຼັງຈາກພວກປະທ້ວງເຊິ່ງເປັນ ປະຊາຊົນໃນທ້ອງຖິ່ນໄດ້ສະແດງຄວາມບໍ່ພໍໃຈຕໍ່ການລັກພາຕົວໄດ້ເປີດການຊຸມນຸມໃນສາທາ ລະນະຫຼາຍຄັ້ງເຊິ່ງແນໃສ່ການປ່ອຍຕົວຂອງສອງຄົນດັ່ງກ່າວ.

ຄູ່ສາມີພັນລະຍາ Elliotts ໄດ້ຖືກຄວບຄຸມຕົວໃນມື້ດຽວທີ່ພວກຫົວຮຸນແຮງ al-Qaida ໄດ້ ເປີດການໂຈມຕີມໍລະນະໃສ່ຮ້ານອາຫານ ແລະ ໂຮງແຮງໃນນະຄອນຫຼວງ Ouagadougou ຂອງ Burkina Faso ເຮັດໃຫ້ມີຄົນເສຍຊີວິດ 30 ຄົນ, ເຊິ່ງສ່ວນໃຫຍ່ແມ່ນຄົນຕ່າງປະເທດ.

XS
SM
MD
LG