ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າໜ້າທີ່ ກ່າວວ່າ ແຜນການ ລອບສັງຫານ ນາຍົກອັງກິດ ຖືກທັບມ້າງ


ນາຍົກລັດຖະມົນຕີອັງກິດ ທ່ານນາງ ເທີຣີສາ ເມ ແມ່ນເຫັນໄດ້ຢູ່ທີ່ ບ້ານເລກທີ 10 ຖະໜົນ ດາວນິ້ງ, ນະຄອນຫຼວງ ລອນດອນ, ວັນທີ 5 ທັນວາ 2017.
ນາຍົກລັດຖະມົນຕີອັງກິດ ທ່ານນາງ ເທີຣີສາ ເມ ແມ່ນເຫັນໄດ້ຢູ່ທີ່ ບ້ານເລກທີ 10 ຖະໜົນ ດາວນິ້ງ, ນະຄອນຫຼວງ ລອນດອນ, ວັນທີ 5 ທັນວາ 2017.

ຊາຍໜຸ່ມສອງຄົນ ໄດ້ຖືກຟ້ອງ ໃນວັນອັງຄານວານນີ້ ຢູ່ໃນນະຄອນຫຼວງລອນດອນ
ໃນຂໍ້ຫາ ກໍ່ການຮ້າຍ ທີ່ກ່ຽວຂ້ອງກັບການວາງແຜນທີ່ຈະສັງຫານນາຍົກ ລັດຖະມົນຕີ
ອັງກິດ ທ່ານນາງ ເທີຣີສາ ເມ ອີງຕາມບັນດາເຈົ້າໜ້າທີ່ລັດຖະ ບານອັງກິດ.

ພວກເຂົາທັງສອງ ຈະໄປປາກົດໂຕ ຕໍ່ໜ້າສານໃນວັນພຸດມື້ນີ້ ໃນນະຄອນຫຼວງຂອງ
ອັງກິດ ໃນຂໍ້ຫາມີສ່ວນກ່ຽວຂ້ອງ ກັບອັນທີ່ບັນດາເຈົ້າໜ້າທີ່ ກ່າວວ່າ ເປັນການສົມຮູ້
ຮ່ວມຄິດ ເພື່ອເລີ່ມຕົ້ນການໂຈມຕີສະຫລະຊີບ ດ້ວຍມີດ ຢູ່ທີ່ຖະໜົນ ດາວນິ້ງ ເຊິ່ງ
ເປັນບ້ານພັກທາງການຂອງນາຍົກລັດຖະມົນຕີ.

ຂ່າວກ່ຽວກັບການທັບມ້າງ ແຜນການລອບສັງຫານ ໄດ້ຖືກເປີດເຜີຍອອກມາ ບໍ່ດົນ
ຫຼັງຈາກ ຫົວໜ້າໜ່ວຍສືບລັບພາຍໃນ MI5 ຂອງອັງກິດ ທ່ານ ແອນດຣູ ພາກເກີຣ
ໄດ້ແຈ້ງຕໍ່ຄະນະລັດຖະບານໃຫ້ຊາບ ກ່ຽວກັບໄພຂົ່ມຂູ່ຂອງກໍ່ການຮ້າຍ ແລະ ໄດ້
ແຈ້ງໃຫ້ບັນດາລັດຖະມົນຕີ ຊາບວ່າ ໜ່ວຍງານຂອງທ່ານ ໄດ້ຂັດຂວາງ ການໂຈມຕີ
ກໍ່ການຮ້າຍ 9 ເທື່ອ ໃນປີນີ້.

ຍິງສາວຄົນນຶ່ງ ເບິ່ງປ້າຍໄວ້ອາໄລ ສຳລັບ ພວກຜູ້ເຄາະຮ້າຍ ຈາກການໂຈມຕີດ້ວຍລະເບີດ ຢູ່ທີ່ຈະຕຸລັດຂອງ ເຊັ້ງ ແອນ ໃນໃຈກາງ ນະຄອນ ແມນແຈັສເຕີ, ອັງກິດ, ວັນທີ 25 ພຶດສະພາ 2017.
ຍິງສາວຄົນນຶ່ງ ເບິ່ງປ້າຍໄວ້ອາໄລ ສຳລັບ ພວກຜູ້ເຄາະຮ້າຍ ຈາກການໂຈມຕີດ້ວຍລະເບີດ ຢູ່ທີ່ຈະຕຸລັດຂອງ ເຊັ້ງ ແອນ ໃນໃຈກາງ ນະຄອນ ແມນແຈັສເຕີ, ອັງກິດ, ວັນທີ 25 ພຶດສະພາ 2017.

ທ່ານໄດ້ແຈ້ງໃຫ້ບັນດາລັດຖະມົນຕີ ຊາບເຖິງແຜນການດັ່ງກ່າວ ໃນລະຫວ່າງ
ກອງປະຊຸມ ແຈ້ງໃຫ້ຊາບ ເຖິງແມ່ນວ່າ ໄດ້ປິດບັງຂໍ້ມູນເອົາໄວ້ ຈາກສື່ມວນຊົນ
ເປັນເວລາຫຼາຍຊົ່ວໂມງ ກໍຕາມ.

ພວກຜູ້ວາງແຜນທັງສອງ ໄດ້ຖືກຈັບກຸມ ເມື່ອສັບປະດາແລ້ວນີ້ ໃນການບຸກກວດຄົ້ນ
ໂດຍ ບັນດາເຈົ້າໜ້າທີ່ຕໍ່ຕ້ານການກໍ່ການຮ້າຍ ຢູ່ໃນນະຄອນລອນດອນ ແລະ
ເບີມິງແຮມ ດັ່ງທີ່ບັນດາເຈົ້າໜ້າທີ່ຕຳຫຼວດໄດ້ກ່າວໄປນັ້ນ. ຊາຍຄົນນຶ່ງ ຊື່ວ່າ ນາອາ
ອີມູຣ ຊາກາລາຍຢາ ຣາມານ ອາຍຸ 20 ປີ ແມ່ນຖືກກ່າວຫາວ່າ ກ່ຽມທຳການ
ກໍ່ການຮ້າຍ.

ໃນເວລາຖືກຈັບກຸມ ຢູ່ໃນນະຄອນລອນດອນ ເມື່ອວັນທີ 28 ພະຈິກ ລາວປາກົດວ່າ
ກຳລັງຫອບ ອຸປະກອນລະເບີດສອງເຄື່ອງ ທີ່ຜະລິດຂຶ້ນມາເອງ ເຊິ່ງເຄື່ອນຍ້າຍບໍ່ໄດ້.
ສ່ວນຜູ້ຕ້ອງສົງໄສ ຄູ່ຊົມຮູ້ຮ່ວມຄິດ ຂອງລາວ ໄດ້ຖືກລະບຸຊື່ວ່າ ໂມຮາມເມັດ ອາຄິບ
ອິມຣານ ອາຍຸ 21 ປີ. ຜູ້ກ່ຽວຖືກຈັບກຸມ 90 ນາທີຕໍ່ມາ ໃນການບຸກກວດຄົ້ນເຮືອນ
ຫຼັງນຶ່ງ ໃນນະຄອນ ເບີມມິງແຮມ ຕັ້ງຢູ່ໃນເຂດ ມິດແລນຂອງອັງກິດ.

ບັນດາເຈົ້າໜ້າທີ່ຕຳຫຼວດ ຕິດອາວຸດ ຍ່າງຂ້າມທາງ ຢູ່ດ້ານນອກ ປະຕູຮັກສາຄວາມປອດໄພ ທາງເຂົ້າໄປຖະໜົນ ດາວນິ້ງ ໃນນະຄອນຫຼວງ ລອນດອນ, Aວັນທີ 16 ສິງຫາ 2006.
ບັນດາເຈົ້າໜ້າທີ່ຕຳຫຼວດ ຕິດອາວຸດ ຍ່າງຂ້າມທາງ ຢູ່ດ້ານນອກ ປະຕູຮັກສາຄວາມປອດໄພ ທາງເຂົ້າໄປຖະໜົນ ດາວນິ້ງ ໃນນະຄອນຫຼວງ ລອນດອນ, Aວັນທີ 16 ສິງຫາ 2006.

ທ້າວ ອິມຣານ ຍັງໄດ້ຖືກກ່າວຫາວ່າ ໄດ້ພະຍາຍາມກ່ອນໜ້ານີ້ ທີ່ຈະເຮັດໜັງສືເດີນ
ທາງປອມ ເພື່ອທີ່ຈະເດີນທາງໄປ ປະເທດລີເບຍ ເພື່ອເຂົ້າຮ່ວມກັບເຄືອຂ່າຍ ຂອງ
ກຸ່ມລັດອິສລາມ ຢູ່ໃນປະເທດທີ່ຕັ້ງຢູ່ໃນອາຟຣິກາເໜືອດັ່ງກ່າວ.

ອີງຕາມ ບັນດາເຈົ້າໜ້າທີ່ແລ້ວ ພວກຜູ້ຊາຍທັງສອງ ໄດ້ວາງແຜນ ໂຈມຕີດ້ວຍ
ລະເບີດ ຢູ່ທີ່ປະຕູຮັກສາຄວາມປອດໄພ ທີ່ປົກປ້ອງທາງເຂົ້າໄປຍັງຖະໜົນ ດາວນິ້ງ.
ທ້າວ ຣາມານ ໃນເວລານັ້ນ ປາກົດວ່າ ໄດ້ວາງແຜນ ທີ່ຈະບຸກເຂົ້າໄປໃນ ບ້ານ
ເລກທີສິບ ດ້ວຍການໃສ່ເສື້ອລະເບີດສະຫລະຊີບ ແລະ ດ້ວຍການໃຊສະເປໝາກ
ພິກໄທ ພ້ອມດ້ວຍມີດ ເພື່ອທີ່ຈະສັງຫານ ທ່ານນາງ ເທີຣີສາ ເມ.

Britain May Bomb Plot
please wait
Embed

No media source currently available

0:00 0:00:38 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG