ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ມູນເຊື້ອ ຂອງມື້ລາງ ປ. Kennedy 50 ປີ ຫຼັງຈາກທ່ານ ເຖິງແກ່ ອະສັນຍະກຳ (ວີດີໂອ)


JFK Foreign Policy Saluted 50 Years After His Death
please wait

No media source currently available

0:00 0:04:10 0:00
ລິງໂດຍກົງ
ວັນສຸກ ວັນທີ 22 ພະຈິກຈະມານີ້ ແມ່ນຂີດໝາຍວັນຄົບຮອບ 50
ປີ ໃນນຶ່ງຂອງເຫດການ ທີ່ສ້າງຄວາມເຈັບປວດ ທາງດ້ານຈິດໃຈ
ຮ້າຍແຮງສຸດ ໃນປະຫວັດສາດ ສະຫະລັດ ຄືການລອບສັງຫານ
ມື້ລາງປະທານາທິບໍດີ John Kennedy ຢູ່ທີ່ເມືອງ Dallas ລັດ
Texas ໃນປີ 1963. ການຢັ່ງຫາງສຽງປະຊາຊົນສະແດງໃຫ້ເຫັນ
ວ່າ ທ່ານຍັງໄດ້ຮັບ ຄວາມນິຍົມຊົມຊອບ ຈາກປະຊາຊົນ ຢູ່ຕໍ່ມາ
ແລະຊາວອາເມຣິກັນຈຳນວນຫຼວງຫຼາຍກໍຍັງສືບຕໍ່ໄດ້ຮັບແຮງດົນ
ໃຈທີ່ກະຕຸ້ນໂດຍແນວຄິດແລະຄວາມຫວັງ ທີ່ເປັນສັນຍາລັກຂອງ
ມູນເຊື້ອທ່ານນັ້ນ. ຜູ້ສື່ຂ່າວວີໂອເອ Jim Malone ມີລາຍລະອຽດ
ເພີ້ມຕື່ມກ່ຽວກັບມູນເຊື້ອ ໃນການເປັນປະທານາທິບໍດີ ຂອງທ່ານ
JohnKennedy ດັ່ງໄພສານ ມີລາຍລະອຽດກ່ຽວກັບເລື່ອງນີ້ ມາ
ສະເໜີທ່ານ ໃນອັນດັບຕໍ່ໄປ.


ການສຳຫຼວດອະວະກາດ ແມ່ນພາກສ່ວນສຳຄັນ ກ່ຽວກັບຊາຍແດນໃໝ່ ຂອງມື້ລາງປະທາ ນາທິບໍດີ John Kennedy.

ຄວາມສຳເລັດໃນຕອນຕົ້ນໆ ຂອງໂຄງການສົ່ງມະນຸດ ຂຶ້ນໄປປະຕິບັດງານເທິງອະວະກາດ Mercury ພາຍໃຕ້ປະທານາທິບໍດີນັ້ນແມ່ນກະກຽມເພື່ອການລົງຍ່າງເທິງດວງຈັນໃນເວລາ ຕໍ່ມາ ໃນທົດສະວັດດັ່ງກ່າວ ແລະຍັງສືບຕໍ່ເປັນນຶ່ງໃນການບັນລຸຜົນສຳເລັດທີ່ໂດດເດັ່ນຂອງ ທ່ານ.

ທ່ານນາງ Kathleen Kennedy Townsend ເປັນລູກສາວກົກຂອງມື້ລາງ ທ່ານ Robert Kennedy ແລະເປັນຫຼານສາວຂອງປະທານາທິບໍດີ Kenne-dy.

ທ່ານນາງ Kennedy Townsend ເວົ້າວ່າ “ມັນບໍ່ແມ່ນກ່ຽວກັບວ່າ ແມ່ນຫຍັງທີ່ຂ້າພະ ເຈົ້າສາມາດເຮັດເພື່ອທ່ານໄດ້ ມັນແມ່ນທ່ານຄວນເຮັດສິ່ງນີ້ຍ້ອນວ່າມັນເປັນເລື່ອງ ຫຍຸ້ງ ມັນເປັນເລື່ອງທີ່ຍາກ. ພວກເຮົາຈະໄປດວງຈັນ ຍ້ອນວ່າ ມັນເປັນເລື່ອງຍາກ ແລະມັນຈະໃຊ້ພະລັງງານທີ່ດີທີ່ສຸດຂອງພວກເຮົາທັງໝົດ ແຕ່ນັ້ນຈະເຮັດໃຫ້ພວກ ເຮົາກາຍເປັນຄົນທີ່ດີຂຶ້ນ ເວລາພວກເຮົາເຮັດສິ່ງນັ້ນ.”

ນຶ່ງໃນບັນຫາທີ່ສ້າງຄວາມວິຕົກກັງວົນໃຫ້ແກ່ທ່ານ John Kennedy ໃນລະຫວ່າງທີ່ທ່ານ ດຳລົງຕຳແໜ່ງຢູ່ນັ້ນ ກໍຄືເລື່ອງສິດທິພົນລະເມືອງ. ບໍ່ເທົ່າໃດເດືອນກ່ອນທີ່ທ່ານຈະເຖິງແກ່ ອະສັນຍະກຳທ່ານ Kennedy ໄດ້ທຳການຮ້ອງຮຽນຄັ້ງໃໝ່ ເພື່ອໃຫ້ມີການເອົາບາດກ້າວ ຕໍ່ລັດຖະສະພາສະຫະລັດ.

ປະທານາທິບໍດີ Kennedy ເວົ້າວ່າ "ຕົ້ນຕໍແລ້ວ ພວກເຮົາໄດ້ປະເຊີນໜ້າກັບບັນຫາ ທາງດ້ານສິນທຳ ມັນມີອາຍຸເກົ່າແກ່ເທົ່າໆກັນກັບຄຳພີໄບເບີ້ລ ແລະຈະແຈ້ງເທົ່າ ກັນກັບລັດຖະທຳມະນູນອາເມຣິກັນ. ໝາກຫົວໃຈຂອງຄຳຖາມນີ້ກໍຄືວ່າ ຊາວອາ ເມຣິກັນທັງມວນ ສາມາດໃຫ້ສິດທິແລະໂອກາດເທົ່າທຽມກັນໄດ້ຫລືບໍ່”.

ທ່ານ Harris Wofford ເປັນທີ່ປຶກສາຂອງປະທານາທິບໍດີກ່ຽວກັບເລື່ອງສິດທິພົນລະເມືອງ.

ທ່ານ Wofford ເວົ້າວ່າ “ພວກເຮົາບໍ່ຮູ້ຈັກວ່າແມ່ນຄວາມຍິ່ງໃຫຍ່ອັນໃດທີ່ທ່ານອາດ ສາມາດເຮັດໄດ້. ພວກເຮົາໄດ້ສູນເສຍບຸກຄົນທີ່ພວມຢູ່ໃນເສັ້ນທາງໄປສູ່ຄວາມຍິ່ງ ໃຫຍ່ ຊຶ່ງໃນຄວາມຄິດຂອງຂ້າພະເຈົ້າແລ້ວ ໃນເວລານັ້ນພວກເຮົາແມ່ນຕ້ອງການ ສິ່ງດັ່ງກ່າວຫຼາຍທີ່ສຸດ.”

ຫລາຍໆຄົນຍັງມີຄວາມສົງໄສຢູ່ວ່າ ໂລກຂອງເຮົາຈະແຕກຕ່າງໄປແບບໃດຖ້າທ່ານ John Kennedy ຍັງມີຊີວິດຢູ່.

ທ່ານນາງ Kennedy Townsend ເວົ້າວ່າ “ມັນເປັນເລື່ອງ ທີ່ໜ້າເສົ້າເສຍໃຈ ທີ່ສຸດ. ປະເທດຂອງພວກເຮົາໄດ້ສູນເສຍຢ່າງໃຫຍ່ຫຼວງ ໃນເດືອນພະຈິກປີ 1963 ແລະ ເວລາບິດາຂອງຂ້າພະເຈົ້າຖືກສັງຫານ ມັນເປັນເລື່ອງທີ່ໃຫຍ່ຫຼາຍແລະຂ້າພະເຈົ້າ ຄິດວ່າ ພວກເຮົາຈະມີປະເທດ ທີ່ດີຂຶ້ນຢ່າງຫຼວງຫຼາຍ ຖ້າພວກທ່ານທັງສອງຫາກ ຍັງມີຊີວິດຢູ່. ຂ້າພະເຈົ້າບໍ່ແມ່ນບຸກຄົນທີ່ເຊື່ອງ່າຍໆຄືດັ່ງທ່ານຮູ້ຈາກໂສກນາດຕະ ກຳ ສິ່ງດີໆສາມາດເກີດຂຶ້ນໄດ້ ຂ້າພະເຈົ້າຄິດວ່າມັນໄດ້ເກີດຄວາມເຈັບປວດຢ່າງ ໃຫຍ່ຫຼວງ ແລະມີສິ່ງທີ່ບໍ່ດີຫຼາຍຢ່າງ ໄດ້ເກີດຂຶ້ນກັບປະເທດຂອງເຮົາ.”

ບໍ່ເທົ່າໃດເດືອນ ກ່ອນທີ່ທ່ານ ຈະເຖິງແກ່ອະສັນຍະກຳນັ້ນ ປະທານາທິບໍດີ Kennedy ໄດ້
ໃຊ້ເວລາສອງສາມມື້ ຢູ່ທີ່ປະເທດໄອຣ໌ແຣນ ຊຶ່ງເປັນບ້ານເກີດເມືອງນອນຂອງບັນພະບຸຣຸດ ທ່ານ.

ທ່ານນາງ Kennedy Townsend ເວົ້າວ່າ “ຫຼັງຈາກປະທານາທິບໍດີ Kennedy ຢ້ຽມ ຢາມເບີລິນແລ້ວ ທ່ານກໍເດີນທາງໄປໄອຣ໌ແລນ ແລະທ່ານເວົ້າວ່າ ນັ້ນແມ່ນໄລຍະ ສີ່ມື້ທີ່ທ່ານດີອົກດີໃຈທີ່ສຸດໃນຊີວິດຂອງທ່ານ ແລະເວລາທ່ານຖືກລອບສັງຫານນັ້ນ ທ່ານກໍມີລູກປະຄຳ ຢູ່ໃນຖົງຂອງທ່ານ ແລະຍານາງ Jackie ກໍໄດ້ສົ່ງ ລູກປະຄຳ ສາຍນັ້ນໄປໃຫ້ປະຊາຊົນຊາວໄອຣ໌ແລນ ໄປຍັງເມືອງ ບ່ອນທີ່ພໍ່ເຖົ້າຂອງທ່ານມາ ຍ້ອນຍານາງຮູ້ວ່າ ທ່ານມີຄວາມເຊື່ອໝັ້ນຫຼາຍປານໃດທີ່ວ່າ ຄຸນຄ່າຂອງທ່ານໄດ້ ມາຈາກປະສົບພະການຂອງຄົນເຂົ້າເມືອງຊາວໄອຣ໌ແລນ."

ທ່ານ Kennedy ເວົ້າວ່າ “ກຳລັງວັງຊາ ຄວາມສັດທາແລະການອຸທິດໂຕທີ່ພວກເຮົາ ໄດ້ບາກບັ່ນພະຍາຍາມ ຈະໃຫ້ແສງສະຫວ່າງ ແກ່ປະເທດຂອງພວກເຮົາ ແລະແກ່ ທຸກໆຄົນທີ່ຮັບໃຊ້ປະເທດຊາດ ແລະແສງຂອງໄຟດັ່ງກ່າວນີ້ ສາມາດເຮັດໃຫ້ໂລກ ສະຫວ່າງສະໄຫວໄດ້ຢ່າງແທ້ຈິງ.”

ຄຳເວົ້າຂອງທ່ານ John Kennedy ຍັງດັງກ້ອງມາຈາກອະດີດ ແລະແປວໄຟ ຢູ່ເທິງຂຸມຝັງ ສົບຂອງທ່ານຍັງສືບຕໍ່ລຸກໄໝ້ ຊຶ່ງເປັນແສງໄຟໃນການນຳທາງສຳລັບພວກທີ່ພະຍາຍາມມຸ່ງ ໝັ້ນ ເພື່ອເຮັດໃຫ້ໂລກຂອງເຮົາ ເປັນບ່ອນທີ່ດີຂຶ້ນນັ້ນ.

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 26 ເມສາ 2024

XS
SM
MD
LG