ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວ​ຢິວ ໃນ​ທົ່ວ​ໂລກ ພາ​ກັນ​ສະ​ຫຼອງ ເທດ​ສະ​ການບຸນ Hanukkah


ແຂກ​ຜູ້​ມີ​ກຽດ​ພາ​ກັນ​ຈູດ​ທູບ​ທຽນໃສ່​ເຊີງ​ທຽນມີ​ໂນ​ຣາ ​ໃນ​ພິ​ທີ​​ຈູດ​ທຽນ ແຫ່ງ​ຊາດ ເພື່ອ​ເປັນ​ສັນ​ຍາ​ລັກ​ຂອງ​ເທດ​ສະ​ການບຸນ Hanukkah ທີ່​ທຳ​ນຽບ​ຂາວ ໃນ​ວໍ​ຊີງ​ຕັນ, 2 ທັນ​ວາ 2018.
ແຂກ​ຜູ້​ມີ​ກຽດ​ພາ​ກັນ​ຈູດ​ທູບ​ທຽນໃສ່​ເຊີງ​ທຽນມີ​ໂນ​ຣາ ​ໃນ​ພິ​ທີ​​ຈູດ​ທຽນ ແຫ່ງ​ຊາດ ເພື່ອ​ເປັນ​ສັນ​ຍາ​ລັກ​ຂອງ​ເທດ​ສະ​ການບຸນ Hanukkah ທີ່​ທຳ​ນຽບ​ຂາວ ໃນ​ວໍ​ຊີງ​ຕັນ, 2 ທັນ​ວາ 2018.

ຊາວ​ຢິວ ພາ​ກັນ​ຈູດ​ທູບ​ທຽນ ແລະ​ກິນ​ຂະ​ໜົມ​ແພນ​ເຄັກແບບ​ດັ້ງ​ເດີມ ທີ່​ເຮັດ​ດ້ວຍ​ມັນ
ໃນ​ຂະ​ນະ​ທີ່​ພວກ​ເຂົາ​ເຈົ້າ​ພາ​ກັນ​ສະ​ຫຼອງ​ບຸນ Hanukkah ຢູ່ນັ້ນ.

ເທດ​ສະ​ການ​ບຸນໄຟ ທີ່​ທຳ​ການ​ສະ​ຫຼອງ​ກັນ​ເປັນ​ເວ​ລາ 8 ມື້​ນັ້ນ ​ເປັນ​ຂີດ​ໝາຍ​ຂອງ
​ການ​ໄປ​ສັກ​ກາ​ລະ​ບູ​ຊາ​ໂບດໃນ​ນະ​ຄອນ​ເຈ​ຣູ​ສ​ເລັມ ເມື່ອ​ສັດ​ຕະ​ວັດ​ທີ 2 ກ່ອນ​ສາ​ສະ​ໜາ
​ຄ​ຣິດ ຫຼື BC ຫຼັງ​ຈາກ​ທີ່​ທະ​ຫານຊາວ​ຢິວ ໄດ້​ຊະ​ນະ​ສັດ​ຕູ ຂອງ​ຊາວ​ຊີ​ເຣຍ ແລະ​ຊາວກ​ຣິກ
ທີ່ປົກ​ຄອງເຂົາເຈົ້າ​ນັ້ນ.

​ໃນ​ທຸກ​ໆຄ່ຳ​ຄືນ ໃນ​ຮອບ 8 ມື້​ຂ້າງ​ໜ້າ ທຽນ​ໄຂ ອີກ​ຊຸດ​ນຶ່ງ ກໍ​ຈະ​ໄດ້​ຖືກ​ຈູດ​ຂຶ້ນ​ ​ເປັນ​ສັນ​ຍາ​
ລັກ ຂອງ​ສິ່ງ​ມະ​ຫັດ​ສະ​ຈັນ ຂອງນໍ້າ​ມັນ​ທີ່​ໜ້ອຍໆ ທີ່​ຈະ​ເຮັດ​ໃຫ້​ມັນ​ເຜົາ​ໄໝ້ ໃນ​ໂບດ
ສຳ​ລັບ 8 ມື້ ຂ້າງ​ໜ້າ​.

​ປະ​ທາ​ນາ​ທິບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ໄດ້​ສົ່ງ​ຂໍ້​ຄວາມອອ​ກ​ໄປວ່າ ທ່ານ​ແລະ
ສະ​ຕີ​ໝາຍ​ເລກ​ນຶ່ງ​ທ່ານ​ນາງ ມີ​ລາ​ເນຍ ໄດ້​ສົ່ງ “ຄວາມ​ຮູ້​ສຶກ​ທີ່​ອົບ​ອຸ່ນໄປ​ຍັງ​ພໍ່​ແມ່
ອ້າຍ​ເອື້ອຍ​ນ້ອງ​ຊາວ​ຢິວ​ທັງ​ຫຼາຍ.”

“ໃນ​ອີກ​ຫຼາຍໆ​ມື້​ຕໍ່​ໜ້າ ອາດ​ເປັນ​ຄວາມ​ອົບ​ອຸ່ນ ຂອງ​ທຽນ​ແຕ່​ລະ​ເຫຼັ້ມ ໃນເຊີງ​ທຽນ
ມີ​ໂນ​ຣາ ເພື່ອ​ຊ່ອຍ​ເຕີມ​ເຕັມ​ບ້ານ​ແລະ​ຫົວ​ໃຈ ດ້ວຍ​ຄວາມຮັກ​ແລະ​ຄວາມສຸ​ກ,”

ຊຶ່ງ​ທ່ານ​ໄດ້​ກ່າວ​ໄປ.

ທ່ານປະ​ທາ​ນາ​ທິບໍ​ດີ​ ໄດ້​ກ່າວ​ເຖິງ ເຫດ​ຮ້າຍ​ທີ່​ເກີດ​ຂຶ້ນ​ໃນ​ໂບດ ທີ່​ນະ​ຄອນ​ພິ​ສ​ເບີກ
ໃນ​ເດືອນ​ຕຸ​ລາ​ຜ່ານ​ມາ​ນີ້ ວ່າແມ່ນ​ຕົວ​ຢ່າງ​ຂອງ​ຄວາມ​ຮຸນ​ແຮງ ແລະ​ຄວາມ​ກຽດ​ຊັງ
ທີ່​ຊາວ​ຢິວ ຍັງ​ປະ​ເຊີນ​ຢູ່.

ການ​ຈູດ​ທຽນມີ​ໂນ​ຣາ ຍັງ​ຈະ​ມີ​ຂຶ້ນ ໃນຕົ້ນ​ໄມ້​ຊີ​ວິດ​ໃ​ນ​ໂບດ ໃນຄືນວັນ​ອາ​ທິດ
ຊຶ່ງ​ເປັນ​ການ​ລະ​ນຶກ​ເຖິງ​ແລະ​ໄວ້​ອາ​ໄລ ໃຫ້ແກ່​ພວກ​ເຄາະ​ຮ້າຍ 11 ຄົນ.

ປະ​ທາ​ນາ​ທິ​ບໍ​ດີ ເຢຍ​ຣະ​ມັນ ທ່ານ ແຝ​ຣງ​ຄ໌ ສ​ໄຕ​ມີ​ເອ ໄດ້​ຈຈູດ​ທຽນ 10 ແມັດ ໃນ​ເຊີງ
​ທຽນ​ອັນ​ສູງ ຂ້າງ​ໜ້າ ຂອງ ກຳ​ແພງ ບ​ຣັງ​ແດງ​ເບີ​ຣ໌ກ ຂອງ​ເບີ​ລິນ ຊຶ່ງ​ແມ່ນ​ເຊີງ​ທຽນ​
ຢູ​ໂຣບ ທີ່​ໃຫຍ່​ທີ່​ສຸດ.

ເປັນ​ຄັ້ງ​ທຳ​ອິດ​ໃນ​ຮອບ​ຫຼາຍໆ​ປີ, ຊາວຢິວ ໃນ​ຄາ​ຊັກ​ສ​ຖານ ໄດ້​ອະ​ນຸ​ຍາດໃຫ້​ຈູດ​ທຽນ
ໃນ​ເຊີງ​ທຽນມີ​ໂນ​ຣາ ຂ້າງນອກປິ​ຣາ​ມິຕ ຂອງ​ສັນ​ຕິພາບ ແລະ​ການໂຮມ​ຕົວ ໃນ​ເມືອງ​
ຫຼວງ ອາ​ຊ​ຕາ​ນາ.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG