ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງ​ການ​ການ​ບິນ​ພົນ​ລະ​ເຮືອນ ຣັດ​ເຊຍ ເວົ້າ​ວ່າ ຫົວ​ໜ້າ​ກຸ່ມ ແວກ​ເນີ ທ່ານ ປ​ຣີ​ໂກ​ຊິນ ໄດ້​ຢູ່​ເທິງ​ເຮືອ​ບິນ​ທີ່​​ຕົກ


ພາບນີ້​ທີ່​ຖືກ​ເປີດ​ເຜີ​ຍ​ ແລະ ມີ​ໂລ​ໂກ ໂດຍ​ທ່ານ ອອ​ສ​ໂຕ​ຣອ​ສ​ໂນ ໂນວອ​ສ​ຕີ​ ໃນ​ວັນ​ທີ 23 ສິງ​ຫາ 2023 ສະ​ແດງ​ໃຫ້​ເຫັນ​ສະ​ຖານ​ທີ່​ເກີດ​ເຫດ​ເຮື​ບິນ​ສ່ວນ​ຕົວ​ຕົກ ໃກ້​ກັບ​ເມືອງ ຄູ​ເຊັນ​ກິ​ໂນ, ຣັດ​ເຊຍ.
ພາບນີ້​ທີ່​ຖືກ​ເປີດ​ເຜີ​ຍ​ ແລະ ມີ​ໂລ​ໂກ ໂດຍ​ທ່ານ ອອ​ສ​ໂຕ​ຣອ​ສ​ໂນ ໂນວອ​ສ​ຕີ​ ໃນ​ວັນ​ທີ 23 ສິງ​ຫາ 2023 ສະ​ແດງ​ໃຫ້​ເຫັນ​ສະ​ຖານ​ທີ່​ເກີດ​ເຫດ​ເຮື​ບິນ​ສ່ວນ​ຕົວ​ຕົກ ໃກ້​ກັບ​ເມືອງ ຄູ​ເຊັນ​ກິ​ໂນ, ຣັດ​ເຊຍ.

ຫົວ​ໜ້າ​ທະ​ຫານ​ຮັບ​ຈ້າງ ທ່ານ ເຢ​ຟ​ເກ​ນີ ປ​ຣີ​ໂກ​ຊິນ, ຜູ້​ທີ່​ໄດ້​ນຳ​ພາ​ການ​ກໍ່​ກະ​ບົດ​ຕິດ​ອາ​ວຸດ​ໄລ​ຍະ​ສັ້ນ​ຕໍ່​ກອງ​ທັບ ຣັດ​ເຊຍ ໃນ​ຕົ້ນ​ປີນີ້, ແມ່ນ​ຢູ່​ເທິງ​ເຮືອ​ບິນ​ທີ່​ໄດ້​ຕົກ​ໃນ​ພາກ​ເໜືອ​ຂອງ ມົ​ສ​ກູ ເມື່ອ​ວັນ​ພຸດ​ວານນີ້, ເຮັດ​ໃຫ້​ທັງ​ໝົດ 10 ຄົນຢູ່​ເທິງ​ເຮືອ​ບິນ​ເສຍ​ຊີ​ວິດ, ອີງ​ຕາມ​ອົງ​ການ​ການ​ບິນ​ພົນ​ລະ​ເຮືອນ​ຂອງ ຣັດ​ເຊຍ.

ອຸ​ບັດ​ຕິ​ເຫດ​ດັ່ງ​ກ່າວ​ໄດ້​ກໍ່ໃຫ້​ເກີດ​ຄວາມ​ສົງ​ໄສ​ໃນ​ທັນ​ທີ ໃນ​ເມື່ອ​ຊະ​ຕາ​ກຳ​ຂອງ​ຜູ້​ກໍ່​ຕັ້ງ​ບໍ​ລິ​ສັດ​ທະ​ຫານ​ເອ​ກະ​ຊົນ ແວກ​ເນີ ໄດ້​ເປັນ​ປະ​ເດັນ​ຂອງ​ການ​ຄາດ​ເດົາ​ຢ່າງ​ໜັກ​ນັບ​ຕັ້ງ​ແຕ່​ລາວ​ໄດ້​ກໍ່​ກະ​ບົດ.

ໃນ​ເວ​ລາ​ນັ້ນ, ປະ​ທາ​ນາ​ທິ​ບໍ​ດີ ວ​ລາ​ດິ​ເມຍ ປູ​ຕິນ ໄດ້​ປະ​ນາມ​ການ​ກໍ່​ກະ​ບົດ​ດັ່ງ​ກ່າວ ແລະ ໄດ້​ປະ​ຕິ​ຍານ​ທີ່​ຈະ​ແກ້​ແຄ້ນ. ແຕ່​ຂໍ້​ກ່າວ​ຫາ​ຕໍ່​ທ່ານ ປ​ຣີ​ໂກ​ຊິນ ໄດ້​ຖືກ​ຍົກ​ເລີກບໍ່​ດົນ​ຕໍ່​ມາ. ຫົວ​ໜ້າ​ກຸ່ມ​ແວກ​ເນີ, ທີ່ກອງ​ທະ​ຫານ​ຂອງ​ລາວ​ແມ່ນກອງ​ກຳ​ລັງ​ຕໍ່​ສູ້​ທີ່​ດີ​ທີ່​ສຸດ​ກຸ່ມ​ນຶ່ງ​ສຳ​ລັບ​ ຣັດ​ເຊຍ ໃນ ຢູ​ເຄ​ຣນ ນັ້ນ, ໄດ້​ຮັບ​ອະ​ນຸ​ຍາດ​ໃຫ້​ຖອຍ​ໄປ​ຢູ່​ໃນ ເບ​ລາ​ຣຸ​ສ, ໃນ​ຂະ​ນະ​ດຽວ​ກັນ​ທ່ານ​ໄດ້​ໄປ​ປາ​ກົດ​ຕົວ​ຢູ່​ໃນ ຣັດ​ເຊຍ ບາງ​ຄັ້ງ​ບາງ​ຄາວ.
ອຸ​ບັດ​ຕິ​ເຫດ​ນັ້​ນ​ຍັງ​ໄດ້​ເກີດ​ຂຶ້ນຫຼັງ​ຈາກ​ສື່ມວ​ນ​ຊົນ ຣັດ​ເຊຍ ໄດ້​ລາຍ​ງານ​ວ່າ ນາຍ​ພົນ​ລະ​ດັບ​ສູງ​ທີ່​ເຊື່ອມ​ໂຍງ​ກັບ​ທ່ານ ປ​ຣີ​ໂກ​ຊິນ ຖືກ​ປົດ​ອອກ​ຈາກ​ຕຳ​ແໜ່ງ​ຜູ້​ບັນ​ຊາ​ການກອງ​ທັບ​ອາ​ກາດ​ຂອງ​ລາ​ວ.

ເຮືອ​ບິນ​ທີ່​ນຳ​ພາ​ຄົນ​ຂັບ​ສາມຄົນ ແລະ ຜູ້​ໂດຍ​ສານເຈັດ​ຄົນ​ທີ່​ໄດ້​ເດີນ​ທາງ​ຈາກ ມົ​ສ​ກູ ໄປ ເຊັນ​ປີ​ເຕີ​ສ​ເບີກ ​ໄດ້​ຕົກ​ລົງ​ເກືອບ 300 ກິ​ໂລ​ແມັດ​ທາງ​ພາກ​ເໜືອ​ຂອງ​ນະ​ຄອນຫຼວງ, ອີງ​ຕາມ​ບັນ​ດາ​ເຈົ້າ​ໜ້າ​ທີ່ໆ​ອ້າງ​ອີງ​ອົງ​ການ​ຂ່າວ​ Tass ຂອງ​ລັດ​ຖະ​ບານ ຣັດ​ເຊຍ.

ອົງ​ການ​ການ​ບິນ​ພົນ​ລະ​ເຮືອນ ຣັດ​ເຊຍ, ໂຣ​ຊາ​ວຽດ​ເຊຍ (Rosaviatsia), ໄດ້​ລາຍ​ງານ​ຢ່າງວ່ອງ​ໄວ​ວ່າ ລາວ​ມີ​ລາຍ​ຊື່ຜູ້​ເດີນ​ທາງ​ຢູ່​ໃນ​ເຮືອ​ບິ​ນ​ດັ່ງ​ກ່າວ ແລະ ຕໍ່​ມາ​ໄດ້​ກ່າວ​ວ່າ​ລາວ​ຢູ່​ເທິງ​ເຮືອ​ບິນ​ລຳ​ນັ້ນ​ຢ່າງ​ແນ່ນອນ, ອີງ​ຕາມ​ສາຍ​ການ​ບິນ​.

ກ່ອນ​ໜ້າ​ນັ້ນ, ທ່ານ ວ​ລາ​ດິ​ເມຍ ໂຣກອ​ຟ, ເຈົ້າ​ໜ້າ​ທີ່ໆ​ຖືກ​ແຕ່ງ​ຕັ້ງ​ໂດຍ ຣັດ​ເຊຍ ໃນ​ພາກ​ພື້ນ ຊາ​ໂປ​ຣິ​ສ​ເຊຍ ທີ່​ຖືກ​ຄວບ​ຄຸມ​ສ່ວນ​ນຶ່ງ​ໃນ​ ຢູ​ເຄ​ຣນ, ໄດ້​ກ່າວ​ວ່າ ​ລາວ​ໄດ້​ລົມ​ກັບ​ພວກ​ຜູ້​ບັນ​ຊາ​ການ​ຂອງ​ກຸ່ມ ແວກ​ເນີ ຜູ້​ທີ່​ໄດ້​ຢືນ​ຢັນ​ເຊັ່ນ​ກັນວ່າ​ທ່ານ ປ​ຣີ​ໂກ​ຊິນ ແມ່ນ​ຢູ່​ເທິງ​ເຮືອ​ບິນ​, ພ້ອມ​ກັບ​ທ່ານ ດິ​ມິ​ທ​ຣີ ອັດ​ກິນ, ຜູ້​ທີ່​ໄດ້​ເອີ້ນ​ຊື່ ແວກ​ເນີ ໃຫ້​ກາຍ​ເປັນ​ຊື່​ຂອ​ງ​ບໍ​ລິ​ສັດ.

ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ໂຈ ໄບ​ເດັນ ໄດ້​ກ່າວ​ວ່າ “ຂ້າ​ພະ​ເຈົ້າ​ບໍ່​ຮູ້​ຂໍ້​ເທັດ​ຈິງວ່າ​ເກີດ​ຫຍັງ​ຂຶ້ນ, ແຕ່​ຂ້າ​ພະ​ເຈົ້າ​ບໍ່​ປະ​ຫຼາດ​ໃຈ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG