ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ເຮືອບ​ິນ​ອາຍ​ພົ່ນ ຕົ​ກ​ຢູ່​ຣັດ​ເຊຍ ເຮັດ​ໃຫ້ 10 ຄົນ​ເສຍ​ຊີ​ວິດ ​ຫົ​ວ​ໜ້າ​ກຸ່ມ​ທະ​ຫານ​ຮັບ​ຈ້າງ​ແວັກ​ເນີ້ ມີ​ຊື່​ຢູ່​ໃນ​ບັນ​ຊີ​ຜູ້​ໂດຍ​ສານ


ຫົວ​ໜ້າ​ກຸ່ມ​ທະ​ຫານ​ຮັບ​ຈ້າງ​ແວັກ​ເນີ້ ເຢັຍ​ເກ​ນີ ປ​ຣີ​ໂກ​ຊິນ ອອກ​ຈາກກອງ​ບັນ​ຊາ​ການ ເຂດ​ທະ​ຫານ​ພາກ​ໃຕ້ ທ່າມ​ກາງ​ທີ່​ກຸ່ມ​ດັ່ງ​ກ່າວ​ຖອນ​ໂຕ​ຈາກ​ເມືອງ Rostov-on-Don ປະ​ເທດ​ຣັດ​ເຊຍ ເມື່ອ​ວັນ​ທີ 24 ມິ​ຖຸ​ນາ 2023.
ຫົວ​ໜ້າ​ກຸ່ມ​ທະ​ຫານ​ຮັບ​ຈ້າງ​ແວັກ​ເນີ້ ເຢັຍ​ເກ​ນີ ປ​ຣີ​ໂກ​ຊິນ ອອກ​ຈາກກອງ​ບັນ​ຊາ​ການ ເຂດ​ທະ​ຫານ​ພາກ​ໃຕ້ ທ່າມ​ກາງ​ທີ່​ກຸ່ມ​ດັ່ງ​ກ່າວ​ຖອນ​ໂຕ​ຈາກ​ເມືອງ Rostov-on-Don ປະ​ເທດ​ຣັດ​ເຊຍ ເມື່ອ​ວັນ​ທີ 24 ມິ​ຖຸ​ນາ 2023.

ເຮືອ​ບິນ​ອາຍ​ພົ່ນ​ທຸ​ລະ​ກິດ​ລຳ​ນຶ່ງ ທີ່​ເດີນ​ທາງ​ແຕ່​ມົ​ສ​ກູ​ໄປ​ເຊ​ນ​ປີ​ເຕີ​ສ໌​ເບີກ ໄດ້​ປະ​ສົບ​ອຸ​ບັດ​ຕິ​ເຫດ​ຕົກ ໃນ​ວັນ​ພຸດມື້ນີ້ ເຮັດ​ໃຫ້ 10 ຄົນ​ທີ່​ຢູ່​ເທິງ​ເຮືອ​ບິນ ເສຍ​ຊີ​ວິດ ເຈົ້າ​ໜ້າ​ທີ່​ຮັບ​ມື​ກັບ​ເຫດ​ການ​ສຸກ​ເສີນ​ຂອງ​ຣັດ​ເຊຍ​ກ່າວ. ຫົວ​ໜ້າກຸ່ມ​ທະ​ຫານ​ຮັບ​ຈ້າງ​ແ​ວັກ​ເນີ້ ເຢັບ​ເກ​ນີ ປ​ຣີ​ໂກ​ຊີນ ກໍ​ມີ​ຊື່​ຢູ່​ໃນ​ບັນ​ຊີ​ຜູ້​ໂດຍ​ສານ ເຈົ້າ​ໜ້າ​ທີ່​ກ່າວ ແຕ່​ຍັງ​ບໍ່​ທັນ​ເປັນ​ທີ່​ຈະ​ແຈ້ງ​ໃນ​ທັນ​ທີ​ເທື່ອ​ວ່າ ​ຜູ້​ກ່ຽວ​ຢູ່​ເທິງ​ເຮືອ​ບິນ​ຫຼື​ບໍ່ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ເອ​ພີ.

ລາຍ​ງານ​ຂ່າວ​ທີ່​ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ຢືນ​ຢັນ​ແຈ້ງວ່າ ເຮືອ​ບິນ​ອາຍ​ພົ່ນ​ລຳ​ນີ້​ເປັນ​ ຂອງ​ທ່ານ​ປ​ຣີ​ໂກ​ຊິນ ຜູ້​ກໍ່​ຕັ້ງ​ກຸ່ມ​ທະ​ຫານ​ຮັບ​ຈ້າງ​ເອກ​ກະ​ຊົນ​ແວັກ​ເນີ້.

ຫົວ​ໜ້າ​ຄຸ້ມ​ຄອງ​ການ​ບິນ​ພົນ​ລະ​ເຮືອນ​ຂອງ​ຣັດ​ເຊຍ ທ່ານໂຣ​ຊາ​ວີ​ອັດ​ເຊຍ ກ່າວ​ວ່າ ທ່ານ​ ປ​ຣີ​ໂກ​ຊິນມີ​ຊື່​ຢູ່​ໃນ​ບັນ​ຊີ​ຜູ້​ໂດຍ​ສານ. ແຕ່​ແນວ​ໃດ​ກໍ​ຕາມ ຍັງ​ບໍ່​ທັນ​ເປັນ​ທີ່​ຈະ​ແຈ້ງ​ໃນ​ທັນ​ທີ​ເທື່ອ​ວ່າ ຜູ້​ກ່ຽວ​ຢູ່​ເທິງ​ຖ້ຽວ​ບິນນີ້​ຫຼື​ບໍ່.

​ອົງ​ການ​ຂ່າວ Tass ສື່ມວນ​ຊົນ​ຂອງ​ທາງ​ການ​ຣັດ​ເຊຍ ໄດ້​ອ້າງ​ຄຳ​ເວົ້າ​ເຈົ້າ​ໜ້າ​ທີ່​ສຸກ​ເສີນ​ທີ່​ກ່າວ​ວ່າ ເຮືອ​ບິນ​ລຳ​ນີ້ ມີ​ນັກ​ບິນ 3 ຄົນ ແລະ​ຜູ້​ໂດຍ​ສານ 7 ຄົນ. ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ຕົນ​ພວມ​ທຳ​ການ​ສືບ​ສວນ​ກ່ຽວ​ກັບ​ອຸ​ບັດ​ຕິ​ເຫດ ຊຶ່ງ​ເກີດ​ຂຶ້ນ​ໃນ​ເຂດ Tver 100 ກວ່າ​ກິ​ໂລ​ແມັດ ​ຢູ່​ທາງ​ເໜືອ​ ຂອງ​ມົ​ສ​ກູ.

ອ່ານ​ຂ່າວນ​ີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG