ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ສືບ​ສວນ ກ່ຽວ​ກັບ ​ເຮືອ​ບິນ​ຕຳ​ກັນ​ຮ້າຍ​ແຮງ​ ຢູ່​ສະ​ໜາມ​ບິນຮາ​ເນ​ດະ ໃນ​ໂຕ​ກຽວ ເລີ້ມ​ຂຶ້ນ​ແລ້ວ


​ເຮືອ​ບິນ​ A350 ຂອງສາຍ​ການ​ບິນ​ຍີ່​ປຸ່ນ ​ພວມ​ລຸກ​ໄໝ້​ທີ່​ສະ​ໜາມ​ສາ​ກົນ​ບິນ​ຮາ​ເນ​ດະ ຢູ່​ໂຕ​ກຽວ ເມື່ອ​ວັນ​ທ​ີ 2 ມັງ​ກອນ 2024.
​ເຮືອ​ບິນ​ A350 ຂອງສາຍ​ການ​ບິນ​ຍີ່​ປຸ່ນ ​ພວມ​ລຸກ​ໄໝ້​ທີ່​ສະ​ໜາມ​ສາ​ກົນ​ບິນ​ຮາ​ເນ​ດະ ຢູ່​ໂຕ​ກຽວ ເມື່ອ​ວັນ​ທ​ີ 2 ມັງ​ກອນ 2024.

ເຈົ້າ​ໜ້າ​ທີ່​ເລີ້ມ​ທຳ​ການ​ສືບ​ສວນ​ຢ່າງ​ເປັນ​ທາງ​ການ​ເພື່ອ​ຢາກ​ຮູ້​ສາ​ເຫດ​ໃນ​ການ​ຕຳ​ກັນ​ລະ​ຫວາງເຮືອ​ບິນ​ໂດຍ​ສານ​ອາຍ​ພົ່ນ ​ກັບ​ເຮືອ​ບິນ​ໜ່ວຍ​ຍາມ​ຝັ່ງ ຢູ່ທາງ​ແລ່ນຂອງ​ສະ​ໜາມບິນ​ຮາ​ເນ​ດະ ໃນ​ນະ​ຄອນ​ຫຼວງ​ໂຕ​ກຽວ ຊຶ່ງ​ໄດ້​ເຮັດ​ໃຫ້​ພະ​ນັກ​ງານຫ້າ​ຄົນຂອງ​ເຮືອ​ບິນໜ່ວຍ​ຍາມ​ຝັ່ງ​ໄດ້​ເສຍ​ຊີ​ວິດ.

ເຮືອ​ບິນ A-350 ຂອງ​ສາຍ​ການ​ບິນ​ Japan Airlines ຫາ​ກໍ​ເດີນ​ທາງ​ໄປ​ເຖິງ ຫຼັງ​ຈາກ​ໄດ້​ເດີນ​ທາງ​ມາ​ແຕ່​ເກາະ​ຮອກ​ໄກ​ໂດ ໃນ​ພາກ​ເໜືອ​ຂອງ​ປະ​ເທດ ພ້ອມ​ດ້ວຍ​ຜູ້​ໂດຍ​ສານແລະ​ພະ​ນັກ​ງານ​ປະ​ຈຳ​ເຮືອ​ບິນ 379 ຄົນ.

ວີ​ດີ​ໂອ​ສະ​ແດງ​ໃຫ້​ເຫັນ​ວ່າ ແປວ​ໄຟ​ໄດ້​ລຸກ​ໄໝ້​ຢູ່​ທາງ​ຂ້າງ​ຂອງ​ເຮືອ​ບິນ​ຂະ​ນະ​ທີ່​ພວມ​ລົງ​ຈອດ​ຢູ່​ທາງ​ແລ່ນ. ເຮືອ​ບິນ ​ຊຶ່ງ​ໃນ​ທີ່​ສຸດ​ແມ່ນ​ເຕັມ​ໄປ​ດ້ວຍ​ແປວ​ໄຟ​ຂະ​ນະ​ທີ່ໄດ້​ຢຸດ​ຈອດ ແລະ​ມີ​ແປວ​ໄຟ ​ພຸ່ງ​ອອກ​ມາ​ຈາກ​ປ່ອງ​ຢ້ຽມ ​ແລະ​ລຳ​ໂຕ​ຂອງ​ເຮືອ​ບິນໃນ​ຂະ​ນະ​ທີ່​ພວກ​ດັບ​ເພີງ​ພວກ​ຕໍ່​ສູ້​ກັບ​ແປວ​ໄຟ​ທີ່​ລຸກ​ໄໝ້.

ຜູ້​ໂດຍ​ສານ​ ແລະ​ພະ​ນັກ​ງານ​ທັງ​ໝົດ​ຂອງ​ເຮືອ​ບິນ​ ສາ​ມາດ​ຫຼົບ​ໜີ​ອອກ​ມາ​ຈາກ​ເຮືອ​ບິນໄດ້ກ່ອນ​ທີ່​ເຮືອ​ບິນ​ລຳ​ດັ່ງ​ກ່າວ​ຈະ​ຖືກ​ທຳ​ລາຍ. ວີ​ດີ​ໂອ​ທີ່​ຖ່າຍ​ຈາກ​ໂທ​ລະ​ສັບ​ມື​ຖື​ຂອງ​ຜູ້​ໂດຍ​ສານ​ ສະ​ແດງ​ໃຫ້​ເຫັນ​ວ່າ ໄຟ​ໄດ້​ລຸກ​ໄໝ້​ຢູ່​ກ້ອງ​ປີກ​ຂອງ​ເຮືອ​ບິນ ​ຂະ​ນະ​ທີ່​ຜູ້​ໂດຍ​ສານ ​ພະ​ຍາ​ຍາມ​ຫຼົບ​ໜີ​ອອກ​ມາ ​ຊຶ່ງ​ໃນ​ເວ​ລານັ້ນ ​ບ່ອນ​ນັ່ງ​ເຕັມ​ໄປ​ດ້ວຍ​ຄວັນ.

ນັກ​ບິນ​ຂອງ​ເຮືອ​ບິນ​ສອງ​ເຄື່ອງ​ຈັກ​ຂອງ​ໜ່ວຍ​ຍາມ​ຝັ່ງ ທີ່​ສ້າງ​ໂດຍ​ບໍ​ລິ​ສັດ​ເຮັດ​ເຮືອ​ບິນ ຮາ​ວີ​ແລນ ກາ​ນາ​ດາ (Haviland Canada) ແມ່ນ​ພະ​ນັກ​ງານ​ພຽງ​ຄົນ​ດຽວ​ທີ່​ສາ​ມາດ​ລອດ​ຊີ​ວິດ​ມາ​ໄດ້. ເຮືອ​ບິນ​ລຳ​ນີ້ ພວມ​ຈະ​ອອກ​ເດີນ​ທາງ​ໄປ​ຍັງເຂດ​ແຄມ​ຝັ່ງ​ຕາ​ເວັນ​ຕົກ ເພື່ອ​ນຳ​ເຄື່ອງ​ບັນ​ເທົາ​ສຸກ​ເສີນ​ໄປ​ຊ່ວຍ​ພວກ​ປະ​ສົບ​ໄພ​ແຜ່ນ​ດິນ​ໄຫວ​ຮ້າຍ​ແຮງ ທີ່​ເກີດ​ຂຶ້ນ​ໃນ​ມື້​ວັນ​ຈັນ​ແລ້ວ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG