ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ້າວແຈຣີ ສິດທິພອນ ນັກສຶກສາປະລິນຍາເອກ ກຳລັງຄົ້ນຄວ້າ ກ່ຽວກັບ ພວກນັກສຶກສາອາເມຣິກັນ ເຊື້ອສາຍລາວ ທີ່ຮຽນຈົບໄປແລ້ວນັ້ນ


ທ້າວແຈຣີ ສິດທິພອນ ນັກສຶກສາປະລິຍາເອກ ຝ່ານການສຶກສາ ແລະຜູ້ນຳພາການຈັດຕັ້ງ.
ທ້າວແຈຣີ ສິດທິພອນ ນັກສຶກສາປະລິຍາເອກ ຝ່ານການສຶກສາ ແລະຜູ້ນຳພາການຈັດຕັ້ງ.

ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວຂອງ ວີໂອເອ ໃນແລງວັນພະຫັດມື້ນີ້ ເຮົາຈະພາທ່ານໄປພົບກັບທ້າວແຈຣີ ສິດທິພອນ ອາຍຸ 34 ປີ ນັກສຶກາສາປະລິນຍາເອກ ຝ່າຍການສຶກສາ ແລະຜູ້ນຳການຈັດຕັ້ງ ທີ່ ຈະສຳເລັດການສຶກສາ ໃນລະດູຮ້ອນຈະມາເຖິງນີ້. ທ້າວແຈຣີ ເປັນນັກສຶກສາ ໂຕຢ່າງທີ່ຮຽນເກັ່ງ ມີຄວາມອົດທົນ ກຳລັງທຳການຄົ້ນຄວ້າ ກ່ຽວກັບພວກນັກ ສຶກສາລາວອາເມຣິກັນ ທີ່ຮຽນຈົບຈາກມະຫາວິທະຍາໄລ ຢູ່ໃນສະຫະລັດ ອາ ເມຣິກາ. ຄວາມບາກບັ່ນຂອງທ້າວແຈຣີ ຄົນອາເມຣິກັນເຊື້ອສາຍລາວ ທີ່ເກີດ ຢູ່ໃນສະຫະລັດ ເປັນຢ່າງໃດນັ້ນ ກິ່ງສະຫວັນຈະນຳມາສະເໜີທ່ານໃນອັນດັບ ຕໍ່ໄປ.

ການສຶກສາຄົ້ນຄວ້າ ກ່ຽກັບນັກສຶກສາລາວອາເມຣິກັນ
ການສຶກສາຄົ້ນຄວ້າ ກ່ຽກັບນັກສຶກສາລາວອາເມຣິກັນ

ຫຼາຍໆຄົນມີຄວາມໄຝ່ຝັນຢາກເປັນດັອກເຕີຝ່າຍໝໍ ນັກວິຊະວະກອນ ແລະ ອາຊີບຊັ້ນສູງອື່ນໆ ແຕ່ວ່າຫົນທາງໄປສູ່ຜົນສຳເລັດນັ້ນ ຕ້ອງໄດ້ໃຊ້ຄວາມອົດທົນ ແລະສະຫຼາດສ່ອງໃສ. ບັດນີ້ເຮົາມາເບິ່ງໂຕຢ່າງນັກສຶກສາອາຊີບຊຶ່ງພາສາສາອັງ ກິດເວົ້າວ່າ “professional student” ໝາຍເຖິງຜູ້ມັກຮຽນ ອ່ານຄົ້ນຄວ້າ ຢູ່ຕະ ຫຼອດເວລາ ແລະບໍ່ທໍ້ຖອຍເຖິງແມ່ນຈະປະເຊີນກັບອຸບປະສັກໃດໆກໍຕາມຈົນກວ່າ ຈະປະສົບຜົນສຳເລັດ. ບຸກຄົນດັ່ງກ່າວນີ້ຄື ທ້າວແຈຣີ ສິດທິພອນ ນັກສຶກສາໂຕ ຢ່າງຂອງປະຊາຄົມລາວອາເມຣິກັນ ທີ່ກຳລັງຄົ້ນຄົ້ວຂຽນວິທະຍານິພົນ ກ່ຽວກັບ ປະສົບການຂອງພວກນັກສຶກສາລາວອາເມຣິກັນ ທີ່ຮຽນຈົບຂັ້ນປະລິນຍາຕີຈາກ ມະຫາວິທະຍາໄລຕ່າງໆຢູ່ໃນສະຫະລັດ. ຊຶ່ງເປັນຫົວຂໍ້ການຄົ້ນຄວ້າທີ່ທ້າວແຈຣີ ຈະຕ້ອງເຮັດໃຫ້ເສັດສິ້ນ ກ່ອນຈະສຳເລັດການຮຽນແລະຮັບເອົາໃບປະກາດສະນິ ຍະບັດ ປະລິນຍາເອກຝ່າຍການສຶກສາ ແລະຜູ້ນຳການຈັດຕັ້ງຈາກມະຫາວິທະ ຍາໄລ University of the Pacific in Education and Organizational leadership) ໃນລະດູຮ້ອນຈະມາເຖິງນີ້.

ທ້າວແຈຣີ ໄດ້ປະກາດຜ່ານທາງເຟສບຸກ ໃນການຊອກຫາບັນດານັກສຶກສາລາວ ອາເມຣີກັນ ທີ່ຮຽນຈົບໄປແລ້ວນັ້ນ ເພື່ອຂໍສຳພາດເຖິງປະສົບການວ່າ ເຂົາເຈົ້າມີ ຄວາມຍາກງ່າຍປານໃດ ກ່ຽວກັບຜົນສຳເລັດການສືກສາ ຊຶ່ງທ້າວແຈຣີ ໄດ້ອະທິ ບາຍຈຸດປະສົງສູ່ ວີໂອເອ ຟັງດັ່ງນີ້:

ລິງໂດຍກົງ

ການເປັນນັກສຶກສາຂັ້ນມະຫາວິທະຍາໄລຢູ່ໃນສະຫະລັດ ຕ້ອງໄດ້ຮັກສາຄະແນນ ການຮຽນສູງໄວ້ສະເໝີ ຕາມຄວາມຕ້ອງການຂອງມະຫາວິທະຍາໄລ. ສະເລ່ຍຄ່າ ການຮຽນຢູ່ມະຫາວິທະຍາໄລຂອງລັດປະມານ 35,000 ໂດລາ ຕໍ່ປີແລະມະຫາວິ ທະຍາໄລເອກກະຊົນຄ່າຮຽນຢ່າງໜ້ອຍປະມານ 50,000 ໂດລາຂຶ້ນໄປ. ທັງໝົດ ນີ້ຍັງບໍ່ຮວມຄ່າຢູ່ກິນ ແລະຄ່າອຸບປະກອນການຮຽນຕ່່າງໆ. ເພາະສະນັ້ນພວກນັກ ສຶກສາທີ່ຄອບຄົວມີລາບໄດ້ຕໍ່າສາມາດຂໍເງິນຊ່ວຍເຫຼືອຍການສຶກສາຫຼືບໍ່ກໍ່ຕ້ອງໄດ້ ຂໍຢືມເງິນຈາກທະນາຄານ ແລະເຮັດວຽກການແບບບໍ່ເຕັມໄປນຳ ເປັນພາກສ່ວນ ຫຼືບໍ່ຖ້າເປັນນັກຮຽນເກັ່ງອາດໄດ້ຮັບທຶນການຮຽນເຕັມ ຊຶ່ງທ້າວແຈຣີກ່າວຕໍ່ໄປອີກ ວ່າ:

ລິງໂດຍກົງ

ໃນຄວາມໄຝ່ຝັນຂອງທ້າວແຈຣີ ລາວຈະຕ້ອງຮັກສາຄະແນນໃຫ້ສູງ ອັນເປັນຂໍ້ ບັງຄັບຂອງມະຫາວິທະຍາໄລ. ການສຶກສາບັ້ນສຸດທ້າຍ ເພື່ອໃຫ້ໄປສູ່ເຖິງເປົ້າ ໝາຍນັ້ນ ທ້າວແຈຣີ ຕ້ອງໄດ້ຢືມເງິນການສຶກສາ ທີ່ຮ້ອງວ່າ student loan ລະຫວ່າງ 60,000 ໂດລາ ຫາ 100,000 ໂດລາ ເພາະວ່າໂຄງການທີ່ທ້າວ ແຈຣີ ຮຽນຢູ່ນີ້ ແມ່ນມະຫາວິທະຍາໄລເອກກະຊົນ ຊຶ່ງທ້າວແຈຣີ ກ່າວວ່າ:

ລິງໂດຍກົງ

ທ້າວແຈຣີ ຈະສຳເລັດປະລິນຍາເອກຝ່າຍການສຶກສາ (EdD) ແລະຜູ້ນຳການຈັດ ຕັ້ງ. ຕາມປົກກະຕິແລ້ວຫລັກສູດການຮຽນດັ່ງກ່າວນີ້ ເວລາຮຽນຈົບມັກຈະເປັນອາ ຈານສອນຢູ່ມະຫາວິທະຍາໄລ ຫຼືບໍ່ດັ່ງນັ້ນກໍເປັນນັກວິຊາການຄົ້ນຄວ້າທີ່ພົວພັນກັບ ການສຶກສາຂອງພວກນັກຮຽນເອເຊຍອາເມຣິກັນ

ໂດຍສະເພາະນັກສືກສາລາວອາ ເມຣິກັນ. ແຕ່ທ້າວແຈຣີ ກ່າວວ່າ ຫຼັງຈາກລາວຮຽນຈົບແລ້ວ ຖ້າມີວຽກການໃດ ມາກ່ອນ ລາວກໍຈະເຮັດວຽກນັ້ນໂລດ ດັ່ງທີ່ ທ້າວແຈຣີ ກ່າວດັ້ງນີ້:

ການໂຄສະນາຊອກຫານັກສຶກສາທີ່ຮຽນຈົບ ປະງິນຍາຕີ
ການໂຄສະນາຊອກຫານັກສຶກສາທີ່ຮຽນຈົບ ປະງິນຍາຕີ

ລິງໂດຍກົງ

ທ້າວແຈຣີ ເປັນລູກຫລ້າຂອງອ້າຍເອື້ອນ້ອງສາມຄົນ ພໍ່ແມ່ມາຈາກແຂວງສະວັນ ນະເຂດ. ທ້າວແຈຣີ ສາມາດປາກພາສາລາວໄດ້ດີ ແລະເວົ້າດ້ວຍສຳນຽງສະ ຫວັນນະເຂດ. ທ້າວແຈຣີ ກ່າວວ່າພໍ່ແມ່ຂອງລາວຊຸກຍູ້ລາວໃຫ້ຕັ້ງໃຈຮຽນຢ່າງ ເຕັມທີ່ ແລະລາວກໍໄດ້ປະຕິບັດຕາມຄວາມບອກສອນທຸກຢ່າງ. ປັດຈຸບັນນີ້ ທ້າວ ແຈຣີ ມີອາຍຸໄດ້ 34 ປີ ນັກສຶກສາໂຄງການໆຮຽນປະລິນຍາເອກປີທີສາມ ແລະ ເປັນປີສຸດທ້າຍ ຊຶ່ງລາວໄດ້ກ່າວສູ່ຟັງດັ່ງນີ້:

ລິງໂດຍກົງ

ຊີວິດການເປັນນັກຮຽນ ນັກສຶກສາຂອງ ທ້າວແຈຣີ ໄດ້ເລີ້ມມາຕັ້ງແຕ່ປີ 1991 ຈາກຊັ້ນອະນຸບານສອງປີ ຮຽນປະຖົມຕົ້ນຫົກປີ ຮຽນປະຖົມກາງສອງປີ ແລະ ມັດທະຍົມປາຍສີ່ປີ. ເວລາທ້າວແຈຣີ ມີອາຍຸເຕັມ 18 ປີ ລາວເຖິງກະສຽນ ຂອງຄວາມເປັນຜູ້ໃຫຍ່ ແລະສາມາດຊ່ວຍຕົນເອງໄດ້ແລ້ວ. ທ້າວແຈຣີຕ້ອງໄດ້ ຍ້າຍອອກຈາກຄອບຄົວເພື່ອໄປຮຽນຕໍ່ຢູ່ມະຫາວິທະຍາໄລອີກສີ່ປີ ອັນເປັນຄວາມ ຝັນຂອງພວກຊາວໜຸ່ມທັງຫຼາຍ ທີ່ໄດ້ພາກັນໃຊ້ຊີວິດເປັນເອກກະລາດຂອງຕົນ ເອງ ຊຶ່ງທ້າວແຈຣີ ກ່າວເຖິງຂັ້ນຕອນຊີວິດການເປັນນັກສຶກສາ ມ້ວນທ້າຍສູ່ ຟັງດັ່ງນີ້:

ທ້າວແຈຣີ ສຳເລັດປະລິນຍາຕີຝ່າຍການສຶກສາຊາວເອເຊຍອາເມຣີກັນ ແລະລັດ ຖະສາດການເມືອງ (Asian Studies and Political Sciences) ຈາກມະຫາ ວິິທະຍາໄລ University of California Berkeley. ປະລິນຍາໂທຝ່າຍການ ຮຽນສອງພາສາ (Bilingual studies) ແລະການສຶກສາສອງຊົນຊາດ (MultilingualStudies) ຈາກມະຫາວິທະຍາໄລ Sacramento University. ປັດຈຸບັນນີ້ ກຳລັງຕຽມເອົາປະລິນຍາເອກຝ່າຍການສຶກສາ (EdD) ແລະຜູ້ນຳ ການຈັດຕັ້ງ ຝ່າຍ (Education and Organizatonal Leadership.) ຈາກມະຫາວິທະຍາໄລ University of Pacific. ຖ້າຫາກທ້າວແຈຣີ ໄດ້ມີໂອ ກາດຮຽນແຕ່ຢ່າງດຽວ ແລະບໍ່ໄດ້ຖຶກລົບກວນຈາກການເຮັດວຽກໄປນຳນັ້ນ ທ້າວ ແຈຣີ ສາມາດຮຽນຈົບປະລິນຍາເອກ ລະຫວ່າງອາຍຸ 28 ປີ ແລະດຽວນີ້ມີອາຍຸ ໄດ້ 34 ປີແລ້ວ.

ວີໂອເອ ຂໍສະແດງຄວາມດີໃຈ ແລະສັນລະເສີນຄວາມດຸໝັ່ນຕໍ່ຜົນງານການສຶກ ສາຂອງທ້າວແຈຣີ ສິດທິພອນ ໃນລະດູຮ້ອນທີ່ຈະມາເຖິງນີ້.

XS
SM
MD
LG