ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Johnson​ ມີ​ກຳນົດ ຈະໄປ​ສຳ​ຫຼວດເບິ່ງ ການ​ຟື້ຶ້ນຕົວ​ຄືນ ​​ຢູ່​ລັດ Louisiana


ພວກຜູ້ຄົນທີ່ອາໄສຢູ່ໃນຖະໜົນໃຫຍ່ Old Jefferson ໃນ ເຂດ Bayou Manchac ທີ່ເມືອງ Prairieville, La., 16 ສິງຫາ, 2016.
ພວກຜູ້ຄົນທີ່ອາໄສຢູ່ໃນຖະໜົນໃຫຍ່ Old Jefferson ໃນ ເຂດ Bayou Manchac ທີ່ເມືອງ Prairieville, La., 16 ສິງຫາ, 2016.

ທ່ານ Jeh Johnson ລັດຖະມົນຕີ​ກະຊວງ​ຮັກສາ​ຄວາມ​ປອດ​ໄພ​ພາຍ​ໃນສະຫະລັດ ​ແມ່ນ​ມີ​ກຳນົດຈະ​ໄດ້​ທຳ​ການສຳ​ຫຼວດ​ເບິ່ງ​ຄວາມ​ພະຍາຍາມ​ໃນ​ການ​ຟື້ຶ້ນຕົວ​ຄືນຢູ່​ລັດ Louisiana ທາງ​ພາກ​ໃຕ້​ຂອງ​ສະຫະລັດ ​ໃນ​ວັນ​ພະຫັດ​ມື້​ນີ້ ບ່ອນ​ທີ່ໄພ​ນ້ຳ​ຖ້ວມ​ຮ້າຍ​ແຮງ​ແບບ​ບໍ່​ເຄີຍ​ມີ​ມາ​ກ່ອນ ທີ່ເຮັດໃຫ້ມີ 13 ຄົນ ເສຍ​ຊີວິດ​ນັ້ນ.

ນ້ຳ​ຖ້ວມ​ໃນບໍລິ​ເວນ​ອ້ອມແອ້ມເມືອງ Baton Rouge ​ແມ່ນ​ເນື່ອງມາ​ຈາກ​ຝົນຕົກ​ເປັນ​ປະ ຫວັດ​ການ ​ຫຼາຍ​ກວ່າ 75 ຊັງ​ຕິ​ແມັດ ຊຶ່ງ​ໄດ້​ເລີ້​ມຂຶ້ນ​ໃນ​ສັບປະດາ​ແລ້ວ​ນີ້. ມີເຮືອນປະມານ 40 ພັນ ຫຼັງແມ່ນ​ໄດ້​ຮັບ​ຄວາມ​ເສຍ​ຫາຍ.

ທ້າວ Mossie Benoit ຜູ້​ຢູ່​ອາ​ໄສ ​ໃນ​ເຂດ​ນັ້ນ ​ໄດ້​ກ່າວ​ວ່າ “ຂ້ອຍບໍ່​ໄດ້ໜີ​ໄປ​ໃສ ​ເວລາ​ເກີດ ລົມ​ພາຍຸ hurricanes. ຂ້ອຍ​ບໍ່​ໄດ້​ໄປ​ໃສ​ເວລາ​ເກີດ​ຫຼາຍ​ສິ່ງ​ຫຼາຍຢ່າງ​. ​ແຕ່ຄັ້ງ​ນີ້ ຂ້ອຍ​ວ່າ​ແມ່ນ​ເປັນ​ເຫດ​ການທີ່​ຮ້າຍ​ແຮງ​ສຸດ.”

ສ່ວນຜູ້​ຢູ່​ອາ​ໄສ ​ອີກ​ຄົນ​ນຶ່ງ ທ້າວ James Lane ​ໄດ້ກ່າວ​ວ່າ ​ໄພນ້ຳ​ຖ້ວມ​ຄັ້ງ​ນີ້ ​ໄດ້​ທຳລາຍ​ ບ້ານ​ເຮືອນ​ຂອງ​ລາວ ​ໃນເມືອງ Baton Rouge ບ່ອນ​ທີ່​ລາວ​ໄດ້​ຍ້າຍ​ໄປ​ຢູ່ ຫຼັງ​ຈາກ​ທີ່​ລາວ​ໄດ້​ສູນ​ເສຍ​ທຸກ​ສິ່ງ​ຢ່​າງ ຍ້ອນ​ລົມ hurricanes Katrina ​ໃນ​ປີ 2005.

ທ້າວ Lane ກ່າວ​ວ່າ “ຂ້າ​ບໍ່​ສາມາດ​ແມ່ນ​ແຕ່​ຈະ​ຄິດວ່າ​ຈະ​ເຮັດ​ຫຍັງ​ໄດ້ ພຽງ​ແຕ່ເຮັດໄປ​ໃນ​ແຕ່​ລະ​ມື້ ​ແລະ​ຖ້າ​ມັນ​ເຊົາ​ແລ້ວ​ເມື່ອ​ໃດ ຂ້ອຍ​ກໍ​ຈະ​ເລີ້ມ​ປັດກວາດແລະ​ເລີ້​ມຕົ້ນ​ຄືນ​ໃໝ່ອີກ.”

​ເຈົ້າໜ້າ​ທີ່​ຂອງອົງການຄຸ້ມ​ຄອງ​ເຫດການ​ສຸກ​ເສີນຂອງ​ລັດຖະບານກາງ​ສະຫະລັດຫຼື FEMA ​ແລະ​ພວກ​ອາສາ​ສະໝັກ ​ໄດ້​ລົງ​ໄປ​ໃນ​ພື້ນທີ່ດັງກ່າວມາ​ໄດ້​ຫຼາຍໆ​ມື້​ແລ້ວ ​ໃນ​ຂະນະ​ນີ້ ​ແລະ​ພວກ​ອາສາ​ໝັກ​ຂອງ​ອົງການ​ສະພາກາ​ແດງ ກໍ​ເຊັ່ນ​ກັນ.

“ຈະ​ວ່າ​ໄປ ກໍ​ແມ່ນ​ວ່າ ລັດ​ດັ່ງກ່າວ​ນີ້ ​ໂດຍ​ລວມ​ແລ້ວ ​ແມ່​ນວ່າ ຄຸ້ນ​ເຄີຍ​ກັບ​ໄພ​ທຳ​ມະ​ຊາດ ​ເຊັ່ນ ພາຍຸ hurricanes ມາ​ແລ້ວ,” ຊຶ່ງ​ນັ້ນ​ແມ່ນ​ຄຳ​ເວົ້າ​ຂອງ​ທ່ານ Craig Cooper ຈາກ ອົງການ​ສະພາກາ​ແດງ ​ໄດ້​ບອກ​ກັບ VOA “​ແຕ່​ວ່າ​ ຄັ້ງນີ້ຝົນຕົກ​ໜັກ​ຫຼາຍ ​ແລະ​ສິ່ງ​ທີ່​ພວກ​ເຮົາ​ຮຽນ​ຮູ້​ນັ້ນ​ແມ່ນ​ວ່າ ​ໃນຫຼາຍໆ​ເຂດ ບັນດາ​ປະຊາ​ຄົມ​ພວກ​ນີ້ ​ແມ່ນ​ບໍ່​ເຄີຍ​ໄດ້​ປະສົບ​ກັບ​ໄພ​ນ້ຳ​ຖ້ວມ​ມາ​ກ່ອນ ຫຼື​ແມ່ນ​ແຕ່​ຈະ​ຈົດ​ຈຳ​ໄດ້ວ່າ​ເມື່ອ​ໃດ ຊຶ່ງ​ນັ້ນ​ແມ່ນ​ໃນ​ຮອບ 30 ປີ ຄືນ​ຫຼັງ.”

​ເຈົ້າໜ້າ​ທີ່​ໄດ້​ໃຫ້ການ​ຊ່ອຍ​ເຫລືອ​ແກ່​ຜູ້​ຄົນຫຼາຍ​ກວ່າ 30 ພັນ​ຄົນ ນັບ​ຕັ້ງ​ແຕ່​ວັນ​ສຸກ​ຜ່ານ​ມານີ້. ສ່ວນ​ໃຫຍ່​ຂອງ​ພວກ​ທີ່​ຊ່ອຍ​ມາ​ໄດ້​ນັ້ນ ​ແມ່ນໂດຍ​ກຳລັງ​ພິທັກແຫ່ງຊາດ ​ແລະ​ເຈົ້າ​ໜ້າທີ່ລະ​ດັບລັດ ​ແຕ່​ວ່າ​ພວກ​ປະຊາ​ຊົນ​ທີ່​ອາ​ໄສ​ຢູ່​ໃນເມືອງດັ່ງກ່າວ ທີ່​ມີ​ເຮືອ ລົດ​ບັນທຸກ ​ ແລ​ະ ​ເຮືອ Kayak ​ກໍໄດ້​ໄປ​ຊ່ອຍຜູ້​ຄົນ​ເຊັ່ນ​ດຽວ​ກັນ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

Southern Louisiana Facing Long Road to Recovery
please wait

No media source currently available

0:00 0:01:59 0:00
XS
SM
MD
LG