ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທ່ານ Sessions ທີ່ຖືກໂຈມຕີ ໂດຍທ່ານທຣຳ ພ້ອມທີ່ຈະກວດສອບ ການລັກປ່ອຍ ຂໍ້ມູນລັບ


ລັດຖະມົນຕີຍຸຕິທຳ ທ່ານ Jeff Sessions ຢຸດເວົ້າ ໃນລະຫວ່າງການກ່າວຄຳປາໄສ ໃນກອງປະຊຸມ ຖະແຫຼງຂ່າວ ທີ່ກະຊວງຍຸຕິທຳ, ນະຄອນຫຼວງ ວໍຊິງຕັນ. 2 ມີນາ, 2017.
ລັດຖະມົນຕີຍຸຕິທຳ ທ່ານ Jeff Sessions ຢຸດເວົ້າ ໃນລະຫວ່າງການກ່າວຄຳປາໄສ ໃນກອງປະຊຸມ ຖະແຫຼງຂ່າວ ທີ່ກະຊວງຍຸຕິທຳ, ນະຄອນຫຼວງ ວໍຊິງຕັນ. 2 ມີນາ, 2017.

ລັດຖະມົນຕີຍຸຕິທຳສະຫະລັດ ທ່ານ Jeff Session ໄດ້ກ່າວຢ່າງຈະ ແຈ້ງວ່າທ່ານບໍ່ມີ
ແຜນທີ່ຈະລາອອກຈາກຕຳແໜ່ງ ເຖິງແມ່ນຈະຖືກຕຳໜິຕິຕຽນຢ່າງຮຸນແຮງຈາກປະທາ
ນາທິບໍດີ ດໍໂນລ ທຣຳ ກໍຕາມ, ແຕ່ໄດ້ກ່າວວ່າ ທ່ານກຳລັງພິຈາລະນາ ການກະທຳ ທີ່
ສາມາດຫຼຸດຜ່ອນຄວາມບໍ່ພໍໃຈຂອງທ່ານປະທານາທິບໍດີໄດ້.

ທ່ານ ທຣຳ ຍັງສືບຕໍ່ກົດດັນທ່ານ Sessions ໃນວັນພຸດວານນີ້. ໃນຂໍ້ຄວາມທີ່ໄດ້ຂຽນ
ລົງ Twitter ສອງຕອນນັ້ນ, ທ່ານໄດ້ຖາມວ່າເປັນຫຍັງລັດຖະມົນຕີຍຸຕິທຳ ຈຶ່ງບໍ່ປົດຜູ້
ວ່າການອຳນວຍການອົງການ FBI ທ່ານ Andrew McCabe, ເຊິ່ງພັນລະຍາຂອງລາວ
ໄດ້ຮັບເງິນບໍລິ ຈາກເປັນຈຳນວນຫຼວງຫຼາຍ ໃນການໂຄສະນາຫາສຽງ ຈາກພັກເດໂມ
ແຄຣັດ ເມື່ອປີກາຍນີ້ ໃນເວລາທີ່ລາວໄດ້ລົງແຂ່ງຂັນເອົາຕຳແໜ່ງທາງການເມືອງທີ່ລັດ
ເວີຈິເນຍ.

ທ່ານ ທຣຳ ໄດ້ສະແດງຄວາມຜິດຫວັງ ໃນທ່ານ Sessions ໃນຕົ້ນສັບປະດານີ້, ເຖິງ
ແມ່ນວ່າ ໂຄສົກທຳນຽບຂາວ ທ່ານນາງ Sarah Huckabee Sanders ຈະກ່າວໃນ
ວັນພຸດວານນີ້ວ່າ ສິ່ງດັ່ງກ່າວນັ້ນບໍ່ຈຳເປັນທີ່ຈະໝາຍຄວາມວ່າ ທ່ານຢາກໃຫ້ລັດຖະ
ມົນຕີຍຸຕິທຳ ລາອອກຈາກຕຳແໜ່ງ. ທ່ານນາງໄດ້ກ່າວ ໃນຖະແຫຼງຂ່າວປະຈຳວັນ
ຂອງທຳ ນຽບຂາວວ່າ “ເຈົ້າສາມາດມີຄວາມຜິດຫວັງ ຕໍ່ຄົນບາງຄົນໄດ້ ແຕ່ວ່າເຈົ້າ
ຍັງຢາກໃຫ້ເຂົາເຈົ້າ ສືບຕໍ່ເຮັດວຽກຂອງເຂົາຢູ່ຄືເກົ່າ.”

ເມື່ອຖືກຖາມວ່າ ປະທານາທິບໍດີ ມີຄວາມໝັ້ນໃຈໃນທ່ານ Sessions ຫຼືບໍ່ນັ້ນ, ແນວ
ໃດກໍຕາມ, ທ່ານນາງ Sanders ກໍບໍ່ໄດ້ໃຫ້ຄວາມເຫັນທີ່ແນ່ນອນ. ທ່ານນາງໄດ້ກ່າວ
ວ່າ “ປະທານາທິບໍດີຢາກໃຫ້ລັດຖະມົນຕີຍຸຕິທຳ ເອົາໃຈໃສ່ຕໍ່ໜ້າທີ່ຂອງທ່ານ ໃນ
ຖານະລັດຖະມົນຕີຍຸຕິທຳ.”

ການຂຽນຂໍ້ຄວາມໂຈມຕີທ່ານ McCabe ຂອງທ່ານ ທຣຳ ໃນສັບປະ ດາທີ່ຜ່ານມາ
ໄດ້ຖືກພິຈາລະນາວ່າເປັນສ່ວນໜຶ່ງໃນຄວາມພະຍາຍາມຂອງທ່ານທີ່ຈະຂັດຂວາງ
ການສືບສວນກ່ຽວກັບເລື່ອງຣັດເຊຍ ຂອງໄອຍະການພິເສດ ທ່ານ Robert Mueller
ເຊິ່ງໄດ້ຂະຫຍາຍວົງກວ້າງອອກ ໄປລວມເອົາການພົວພັນລະຫວ່າງ ທຳນຽບຂາວ ກັບ
ຕົວແທນວັງເຄຣັມລິນ ໃນການພະຍາຍາມທີ່ຈະສ້າງອິດທິພົນໃນການເລືອກຕັ້ງປະທາ
ນາທິບໍດີເມື່ອປີກາຍນີ້. ວ່າການອຳນວຍການອົງການ FBI ທ່ານ McCabe ແມ່ນເປັນ
ຜູ້ກຳກັບນຳການສືບສວນສອບສວນຂອງທ່ານ Mueller ຢ່າງມີປະສິດທິຜົນ.

ຫົວໜ້າການສື່ສານຂອງທຳນຽບຂາວ ທ່ານ Anthony Scaramucci ໄດ້ກ່າວໃນວັນ
ພຸດວານນີ້ວ່າ, ແນວໃດກໍຕາມ, ໃນໄວໆນີ້ທ່ານ Sessions ຈະເປີດການສືບສວນ
ສອບສວນ ການຮົ່ວໄຫຼຂໍ້ມູນລັບຂອງລັດຖະບານ ທີ່ໄດ້ເຮັດໃຫ້ທ່ານ ທຣຳ ມີຄວາມລຳ
ຄານ ແລະ ບໍ່ມີສະມາທິ ຕະຫຼອດການດຳລົງຕຳແໜ່ງປະທານາທິບໍດີຂອງທ່ານ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Trump Sessions
please wait
Embed

No media source currently available

0:00 0:00:27 0:00

XS
SM
MD
LG