ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ດິນເຈື່ອນ ຢູ່ອິນໂດເນເຊຍ ເຮັດໃຫ້ ຢ່າງໜ້ອຍ 5 ຄົນ ເສຍຊີວິດ


Jogos Olímpicos 2020 - atleta são-tomense Djamila Tavares depois da primeira ronda dos 800m femininos - Tóquio, 30 de Julho 2021
Jogos Olímpicos 2020 - atleta são-tomense Djamila Tavares depois da primeira ronda dos 800m femininos - Tóquio, 30 de Julho 2021

ພວກ​ກູ້​ໄພ​ຍັງສືບຕໍ່​ຊອກຄົ້ນ​ຫາ​ໃນ​ວັນ​ສຸກ​ມື້​ນີ້ ບັນດາ​ຜູ້​ເຄາະ​ຮ້າຍ ​ທີ່​ຖືກ​ຖົມ​ຢູ່​ກ້ອງ​ຂີ້
ຕົມ ທີ່ເກີດ​ຈາກ​ດິນ​ເຈື່ອນ​ຢູ່​ເກາະຈາວາ ຂອງ​ອິນ​ໂດ​ເນ​ເຊຍ ທີ່ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ
ວິດຢ່າງໜ້ອຍ​ຫ້າ​ຄົນ.

ພວກ​ທະຫານ​ແລະເຈົ້າ​ໜ້າ​ທີ່​ຕຳຫລວດ​ທ້ອງ​ຖິ່ນ ​ໄດ້ເຂົ້າ​ຮ່ວມ​ກັບ​ພວກ​ຊາວບ້ານ​ໃນ​
ການ​ຊອກ​ຫາ​ຜູ້​ລອດ​ຊີວິດມາໄດ້ໂດຍ​ໃຊ້​ເຄື່ອງມື​ໃນການເຮັດ​ນາແລະ​ມື​ເປົ່າ​ເພື່ອ​ຂຸດ​
ຄົ້ນຕາມ​ກອງຂີ້ຕົມ ທີ່​ເຮັດ​ໃຫ້​ເປັນ​ໄປ​ບໍ່​ໄດ້ສຳລັບພວກ​ກູ້​ໄພ​ຈະໃຊ້​ອຸບ​ປະກອນ​ໜັກ.

ຫລັງຈາກໄດ້ເກີດຝົນຕົກໜັກມາ​ຫລາຍມື້​ ດິນ​ກໍໄດ້​ເຈື່ອນໃ​ນວັນ​ພະຫັດ​ວານ​ນີ້​ຢູ່​ໃນ
ເຂດ​ເບຣບິສ ​ໃນ​ພາກ​ກາງ​ຂອງເກາະຈາ​ວາ ​ໃນ​ຂະ​ນະ​ທີ່​ພວກ​ຊາວນາ ​ພາກັນ​ເຮັດ​
ວຽກ ​ຢູ່ໃນທົ່ງ​ນາ​ຂອງເຂົາ​ເຈົ້າ.

ອົງການຄຸ້ມຄອງໄພພິບັດແຫ່ງຊາດ ກ່າວວ່າ ມີ 18 ຄົນຍັງຫາຍສາບສູນ ອີງຕາມລາຍ
ງານຈາກປະຊາຊົນໃນເຂດທ້ອງຖິ່ນ.

ປະມານ 14 ຄົນ​ ກຳລັງ​ໄດ້ຮັບການ​ປິ່ນປົວ​ຢູ່​ທີ່​ໂຮງໝໍ. ພວກ​ເຈົ້າ​ໜ້າທີ່ຄຸ້ມຄອງ ໄພພິ
ບັດກຳລັງ​ຮຽກຮ້ອງ​ໃຫ້ຜູ້​ຄົນ​ຍົກຍ້າຍອອກໄປໄກໆຈາກ​ຂົງ​ເຂດ​ເພ​າະວ່າ​ມີ​ຄວາມ​ສ່ຽງ​
ຕໍ່ການເກີດ​ດິນ​ເຈື່ອນ​ອີກ​.

ດິນ​ເຈື່ອນ​ ມັກ​ເກີດ​ຂຶ້ນຢູ່ໃນ​ອິນ​ໂດ​ເນ​ເຊຍ ​ໂດຍ​ສະ​ເພາະໃນຍາມລະດູຝົນລະຫວ່າງ​
ເດືອນ​ຕຸລາ ​ຫາເດືອນ​ເມສາ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

ddd
please wait
Embed
ddd

No media source currently available

0:00 0:00:42 0:00

XS
SM
MD
LG