ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ນາຍົກ ຍີ່ປຸ່ນ ກ່າວວ່າ ກິລາໂອລິມປິກ ໂຕກຽວ 2020 ອາດຕ້ອງເລື່ອນເວລາອອກໄປ


ປະທານຄະນະກຳມະການ ກິລາໂອລິມປິກສາກົນ ທ່ານ ທອມມັສ ແບັຈ໌ ຍ່າງກັບນາຍົກລັດຖະມົນຕີ ຍີ່ປຸ່ນ ທ່ານ ຊິນໂຊ ອາເບະ ໃນລະຫວ່າງ ການສະເຫຼີມສະຫຼອງພິທີ 'One Year to Go' ສຳລັບການເລີ່ມຕົ້ນກິລາໂອລິມປິກລະດູຮ້ານທີ່ກອງປະຊຸມສາກົນ ໂຕກຽວ..
ປະທານຄະນະກຳມະການ ກິລາໂອລິມປິກສາກົນ ທ່ານ ທອມມັສ ແບັຈ໌ ຍ່າງກັບນາຍົກລັດຖະມົນຕີ ຍີ່ປຸ່ນ ທ່ານ ຊິນໂຊ ອາເບະ ໃນລະຫວ່າງ ການສະເຫຼີມສະຫຼອງພິທີ 'One Year to Go' ສຳລັບການເລີ່ມຕົ້ນກິລາໂອລິມປິກລະດູຮ້ານທີ່ກອງປະຊຸມສາກົນ ໂຕກຽວ..

ນາຍົກລັດຖະມົນຕີ ຍີ່ປຸ່ນ ທ່ານ ຊິນໂຊ ອາເບະ ເວົ້າວ່າ ກິລາໂອລິມປິກລະດູຮ້ອນ ໂຕກຽວ 2020 ອາດຕ້ອງໄດ້ຖືກເລື່ອນເວລາອອກໄປ ຖ້າງານດັ່ງກ່າວ ນັ້ນບໍ່ສາມາດຈັດຂຶ້ນ “ໃນທາງທີ່ສົມບູນແບບ” ຍ້ອນການລະບາດຂອງໄວຣັສໂຄ ໂຣນາສາຍພັນໃໝ່.

ນາຍົກລັດຖະມົນຕີ ອາເບະ ໄດ້ກ່າວຍອມຮັບໃນລະຫວ່າງກອງປະຊຸມສະພາໃນ ວັນຈັນມື້ນີ້, ແຕ່ໄດ້ປະຕິເສດຄວາມເປັນໄປໄດ້ ຂອງການແຂ່ງຂັນກິລາດັ່ງກ່າວ, ເຊິ່ງມີກຳນົດຈັດຂຶ້ນໃນວັນທີ 24 ກໍລະກົດຈົນຮອດວັນທີ 9 ສິງຫາ, ວ່າຈະຖືກ ຍົກເລີກຢ່າງແນ່ນອນ.

ຄຳເຫັນຂອງທ່ານ ອາເບະ ໄດ້ມີຂຶ້ນນຶ່ງວັນຫຼັງຈາກຄະນະກຳມະການກິລາ ໂອລິມປິກສາກົນ ໄດ້ປະກາດວ່າເຂົາເຈົ້າຈະພິຈາລະນາສະຖານະການ ໃນສອງ ສາມອາທິດຂ້າງໜ້າ ແລະ ປຶກສາຫາລືກ່ຽວກັບ ການເອົາບາດກ້າວຕໍ່ໄປ, ລວມ ທັງເລື່ອນກິລາໂອລິມປິກອອກໄປສອງສາມອາທິດ ຫຼືແມ່ນກະທັ້ງປີນຶ່ງ. ແຕ່ຄະ ນະກຳມະການກິລາໂອລິມປິກ ກໍໄດ້ປະຕິເສດທີ່ຈະພິຈາລະນາຄວາມເປັນໄປໄດ້ ກ່ຽວກັບ ການຍົກເລີກກິລາດັ່ງກ່າວ ຢ່າງແນ່ນອນເຊັ່ນກັນ.

ຄະນະກຳມະການກິລາໂອລິມປິກ ໄດ້ຖືກຕຳໜິວິຈານຫຼາຍຂຶ້ນຈາກບັນດານັກກິ ລາໂອລິມປິກຄົນສຳຄັນບາງຄົນສຳລັບການສືບຕໍ່ເຊື່ອໝັ້ນກັບຄວາມມຸ່ງໝັ້ນຂອງ ເຂົາເຈົ້າ ທີ່ຈະຈັດກິລາໂອລິມປິກ ໂຕກຽວ ດັ່ງທີ່ໄດ້ວາງແຜນໄວ້. ການກົດດັນ ໄດ້ເພີ່ມຂຶ້ນໃນວັນອາທິດວານນີ້ ເມື່ອຄະນະກຳ ມະການກິລາໂອລິມປິກ ການາດາ ໄດ້ປະກາດໃນວັນອາທິດວານນີ້ວ່າ ເຂົາເຈົ້າຈະບໍ່ສົ່ງນັກກິລາໄປ ໂຕກຽວ.

ໃນວັນອາທິດວານນີ້, ຍີ່ປຸ່ນ ໄດ້ຢືນຢັນການຕິດ COVID-19 ຕື່ມອີກ 1,700 ກໍລະນີ, ລວມທັງ ຫຼາຍກວ່າ 700 ຄົນຢູ່ເທິງກຳປັ່ນສຳລານ ທີ່ຖືກກັກກວດໂຣກ ໃກ້ກັບນະຄອນຫຼວງ ໂຕກຽວ ເມື່ອເດືອນທີ່ຜ່ານມາ, ແລະ ການເສຍຊີວິດຫຼາຍ ກວ່າ 30​ ຄົນ.

ການແຜ່ລະບາດຢ່າງວ່ອງໄວຂອງ COVID-19 ໄດ້ບັງຄັບໃຫ້ສະມາຄົມກິລາ ໂອລິມປິກ ໃນທົ່ວ ໂລກຕ້ອງເລື່ອນ ຫຼື ຍົກເລີກການແຂ່ງຂັນຄັດເລືອກນັກກິລາ ຂອງເຂົາເຈົ້າສຳລັບການແຂ່ງຂັນຢູ່ ໂຕກຽວ ແລະ ໄດ້ສົ່ງຜົນກະທົບຕໍ່ຕາຕະ ລາງການຝຶກຊ້ອມ ແລະ ກະກຽມຂອງນັກກິລາ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG