ຜົນສະທ້ອນດ້ານວັດຖຸຈາກຄື້ນຟອງສຸນາມິ ຍັງມີປາກົດໃຫ້ເຫັນຢ່າງແຈ້ງຂາວຢູ່.
ແຕ່ວ່າ ໃນຂະນະທີ່ຄວາມພະຍາຍາມສ້າງສາຄືນໃໝ່ດໍາເນີນໄປຢູ່ນັ້ນ ກໍປາກົດມີຄວາມ
ເປັນຫ່ວງເພີ່ມຂຶ້ນນັບມື້ ກ່ຽວກັບບາດແຜຫລືຄວາມບອບຊໍ້າທາງດ້ານຈິດໃຈ ທີ່ຄື້ນຟອງ
ສຸນາມິໄດ້ປະໄວ້ເບື້ອງຫລັງ.
ໄພພິບັດຄັ້ງນັ້ນ ໄດ້ຍັງຜົນໃຫ້ປະຊາຊົນຫລາຍກວ່າ 430,000 ຕ້ອງໄດ້ໄປອາໃສຢູ່ບ່ອນ
ພັກສຸກເສີນຊົ່ວຄາວ.
ບ້ານເຮືອນຈໍານວນຫລວງຫລາຍຖືກທໍາລາຍ….ປະຊາຄົມຕ່າງໆຖືກຕັດຂາດຈາກກັນ …
ທ່ານນາງ ກາຊູໂກະ ເດມູຣະ(Kazuko Demura) ເປັນປະທານໜ່ວຍບໍລິການໃຫ້ຄໍາປຶກ
ສາທາງໂທລະສັບ Inochi no Denwa ທີ່ເມືອງ Sendai ຊຶ່ງເປັນນຶ່ງໃນບັນດາເມືອງທີ່
ຖືກກະທົບຢ່າງໜັກໜ່ວງທີ່ສຸດ. ທ່ານນາງ ກາຊູໂກະ ເດມູຣະ ເວົ້າວ່າ:
“ທັນທີຫລັງຈາກແຜ່ນດິນໄຫວແລະຄື້ນຟອງສຸນາມີນັ້ນ ໝົດທຸກຄົນແມ່ນມີຄວາມຢ້ານ
ກົວຫລາຍແທ້ໆ. ເວລາຄຸຍກັນທາງໂທລະສັບ ທຸກໆຄົນກ່າວວ່າ ພວກເຂົາເຈົ້າຢ້ານ
ຈົນສັ່ນເຊັນ ໂດຍສະເພາະພວກທີ່ມີບັນຫາສຸຂະພາບຈິດຢູ່ແລ້ວນັ້ນ. ຕົວຢ່າງ ຢູ່ໃນ
ສະຖານທີ່ພັກເຊົາຊົ່ວຄາວນັ້ນ ພວກເຂົາເຈົ້າຈະນອນບໍ່ຫລັບ ເຂົາເຈົ້າບໍ່ມີຢຸກຢາກິນ
ດັ່ງນັ້ນ ສຸຂະພາບຈິດຂອງພວກເຂົາເຈົ້າກໍເລີຍເຊື່ອມໂຊມ ຮ້າຍແຮງລົງໄປເລື້ອຍໆ.”
ກໍາມັນຕະພາບລັງສີ ທີ່ຮັ່ວໄຫລອອກມາຈາກໂຮງໄຟຟ້ານີວເຄລຍໃນເມືອງຟູກູຊີມະ
ໄປແປດເປື້ອນຜົນລະປູກນັ້ນ ເປັນເຫດໃຫ້ກະສິກອນຄົນນື່ງຜູກຄໍຕາຍ.
ສື່ມວນຊົນທ້ອງຖິ່ນກ່າວວ່າ ພະນັກງານລັດຖະບານຄົນນຶ່ງກໍຂ້າຕົວຕາຍ ໃນເດືອນເມສາ
ຄືກັນກັບພໍ່ຄົນນຶ່ງທີ່ສູນເສຍລູກສາວໄປ. ມີຄວາມຢ້ານກົວກັນວ່າ ເລຶ່ອງຂ້າຕົວຕາຍຈະໜັກ
ໜ່ວງລົງໄປກວ່ານີ້.
ຍີ່ປຸ່ນມີສະຖິຕິຄົນຂ້າຕົວຕາຍສູງທີ່ສຸດໃນໂລກຢູ່ແລ້ວ ຄືໃນອັດຕາຫລາຍກວ່າ 30,000 ຄົນ
ຕໍ່ປີ ໃນໄລຍະ 13 ປີຜ່ານມາ.
ຄລິກບ່ອນນີ້ ເພື່ອເບິ່ງວີດີໂອພາສາລາວ
ທ່ານນາງ ກາຊູໂກະ ເດມູຣະ ປະທານໜ່ວຍບໍລິການໃຫ້ການປຶກສາທາງໂທລະສັບ ກ່າວ
ຕື່ມວ່າ ເວລາຫລາຍເດືອນຜ່ານມາ ນັບຕັ້ງແຕ່ຄື້ນຟອງສຸນາມິກະທົບຍີ່ປຸ່ນ ຜົນສະທ້ອນ
ທາງດ້ານຈິດໃຈກໍຍັງມີຢູ່ຢ່າງໃຫຍ່ຫລວງ. ທ່ານນາງ ກາຊູໂກະ ເດມູຣະ ເວົ້າວ່າ:
“ປະຊາຊົນພວກນີ້ຕົກຢູ່ໃນສະພາບທີ່ເກີນຄວາມເສົ້າໂສກເສຍໃຈ ຄືພວກເຂົາເຈົ້າ
ຮູ້ສຶກຜິດ ທີ່ໂຕເອງຍັງມີຊີວິດຢູ່. ເຂົາເຈົ້າພາກັນສະຫງົບຈິດສະຫງົບໃຈລົງໄປເທື່ອ
ລະເລັກລະນ້ອຍ ແຕ່ເຫດການເຫລົ່ານັ້ນ ກໍມັກຈະກັບມາຫລອກຫລອນເຂົາເຈົ້າ
ຢູ່ເລື້ອຍໆ ແລະຄື້ນຟອງສຸນາມິນັ້ນກໍກາຍມາເປັນບາດແຜທີ່ກະທົບກະ ເທືອນຈິດ
ໃຈຂອງພວກເຂົາເຈົ້າ ແລະຕໍ່ມາ ເຂົາເຈົ້າກໍເລີ່ມພາກັນເປັນຫ່ວງກ່ຽວກັບອະນາຄົດ.”
ແຕ່ກໍຍັງມີຫລາຍໆຕົວຢ່າງທີ່ໜ້າສັງເກດຂອງຄວາມເຂ້ມແຂງຂອງຊາວຍີ່ປຸ່ນ ທີ່ໄດ້ຮັບການ ຍ້ອງຍໍສັນລະເສີນຫລາຍທີ່ສຸດ.
ຕົວຢ່າງນຶ່ງນັ້ນ ກໍຄື ນາຍ ຣຽວອີຈິ ຊູຊູກິ (Ryuichi Suzuki) ຊຶ່ງບ້ານຂອງລາວ ທີ່ປຸກ
ຢູ່ແຄມຝັ່ງທະເລ ໃກ້ເມືອງ Sendai ໄດ້ຖືກຟອງສຸນາມິພັດໄປ ໂດຍບໍ່ເຫລືອຮ່ອງຮອຍ
ຫຍັງເລີຍ. ຫລັງຈາກໄດ້ໄປອາໃສຢູ່ສະຖານພັກຊົ່ວຄາວເປັນເວລາສອງເດືອນ ບັດນີ້ ນາຍ
ຊູຊູກິກັບພັນລະຍາ ກໍໄດ້ມາອາໃສຢູ່ບ້ານສໍາເລັດຮູບຫລັງນຶ່ງ ແລະລາວເວົ້າວ່າ:
“ມັນບໍ່ມີເຫດຜົນຫຍັງທີ່ຂ້ອຍຕ້ອງຄິດເຖິງສິ່ງທີ່ຂ້ອຍໄດ້ສູນເສຍໄປ. ຂ້ອຍຄວນຈະ
ລືມມັນໄປດີກວ່າ ແລະຄິດເຖິງອະນາຄົດ. ຂ້ອຍກ໋ະວ່າຂ້ອຍຈະມີຊີວິດຢູ່ຕໍ່ໄປອີກ
ຈັກ 10 ຫາ 15 ປີ ດັ່ງນັ້ນຂ້ອຍຢາກລືມເລຶ່ອງໄພພິບັດນີ້ໃຫ້ໄດ້ ຂ້ອຍຈະໃຊ້ຊີວິດ
ຢູ່ດ້ວຍການມອງໂລກໃນແງ່ດີໆ ຄິດແຕ່ສິ່ງທີ່ດີໆ ແລະຂ້ອຍຈະເຮັດໃຫ້ດີທີ່ສຸດ.”
ນາຍຊູຊູກິກ່າວຕໍ່ໄປວ່າ ລາວພໍໃຈແລະມີຄວາມສຸກໃຈກັບບ້ານຊົ່ວຄາວຫລັງໃໝ່ຂອງລາວ
ຊຶ່ງລາວກ່າວວ່າ ຢ່າງນ້ອຍ ມັນກໍມີຫລັງຄາ ມີຝາ ແຖມຍັງມີສ້ວມຖ່າຍໄຟຟ້າໄຮ-ເທັກອີກ
ຕ່າງຫາກ ທີ່ພຽງແຕ່ກົດປຸ່ມ ກໍສາມາດຟັງດົນຕີໄດ້ຫລືຈະກົດປຸ່ມໃຫ້ນໍ້າສີດທໍາຄວາມສະ
ອາດໃຫ້ ກໍໄດ້. ສໍາລັບອະນາຄົດນັ້ນ ລາວກ່າວວ່າ:
“ຄວາມຫວັງອັນທໍາອິດຂອງຂ້ອຍນັ້ນ ກໍແມ່ນວ່າ ລັດຖະບານຍີ່ປຸ່ນຈະຊົດເຊີຍຄ່າ
ເສຍຫາຍຂອງຂ້ອຍ ແລະບ້ານຂອງຂ້ອຍຫລາຍພໍສົມຄວນ. ອັນທີສອງຫັ້ນວະ?
ເບິ່ງກ່ອນ...ເອີ... ຂ້ອຍຫວັງຢາກມີລົດຕູ້ແຄມເປີ ຈັກຄັນນຶ່ງ ເພື່ອວ່າ ຍາມອາກາດ
ໜາວ ຂ້ອຍກໍຈະໄປຢູ່ບ່ອນໃດທີ່ມັນອຸ່ນດີ ຍາມອາກາດຮ້ອນເກີນໄປ ຂ້ອຍກໍໄປຢູ່
ບ່ອນທີ່ມັນເຢັນກວ່າ ປຽບເໝືອນດອກຕາເວັນເນາະ ຂ້ອຍຈະໄປຕາມຕາເວັນ.”
ຢູ່ທົ່ວຂົງເຂດນີ້ ຈະເຫັນປ້າຍໂຄສະນາຕ່າງໆຕິດຢູ່ຕາມຕຶກອາຄານ ຕາມລົດເມ ແລະ
ຕາມລົດແທັກຊີ້ ຮ້ອງຂໍໃຫ້ຊາວຍີ່ປຸ່ນຈົ່ງພາກັນລຸກຂຶ້ນ ແລະປະເຊີນກັບສິ່ງທ້າທາຍແລະ
ຢ່າໄດ້ທໍ້ຖອຍ.
ແຕ່ພວກໃຫ້ຄໍາປຶກສາທັງຫລາຍ ຢູ່ໜ່ວຍໃຫ້ການປຶກສາ Inochi no Denwa ກ່າວວ່າ
ທາງດ້ານຈິດໃຈແລ້ວ ພວກທີ່ລອດຊີວິດຫລາຍໆຄົນ ຍັງດິ້ນຮົນຕໍ່ສູ້ກັບເຫດການ ຄັ້ງວັນ
ທີ 11 ເດືອນມີນາຜ່ານມາ ທີ່ໄດ້ປ່ຽນແປງວິຖີຊີວິດຂອງພວກເຂົາເຈົ້າຕະຫລອດໄປນັ້ນຢູ່.
ເບິ່ງວີດີໂອ ພາສາອັງກິດ: