ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ໄພພິບັດສົ່ງຜົນກະທົບ ຢ່າງໃຫຍ່ ຕໍ່ເສດຖະກິດ ຂອງຍີ່ປຸ່ນ (ເບິ່ງວີດິໂອ)


ດັດຊະນີ Nikkei ຕົກລາຄາຫຼາຍກວ່າ 10% ໃນຕອນປິດຕະຫຼາດ ຂອງອັງຄານມື້ນີ້.
ດັດຊະນີ Nikkei ຕົກລາຄາຫຼາຍກວ່າ 10% ໃນຕອນປິດຕະຫຼາດ ຂອງອັງຄານມື້ນີ້.

ຕະຫຼາດຮຸ້ນຂອງຍີ່ປຸ່ນໄດ້ຕົກລາຄາເປັນມື້ທີ່ 2 ໃນວັນອັງ
ຄານມື້ນີ້ ຫຼັງຈາກເຈົ້າໜ້າທີ່ໄດ້ ປະກາດເຕືອນກ່ຽວກັບລະ
ດັບກໍາມັນຕະພາບລັງສີຢູ່ອ້ອມແອ້ມໂຮງໄຟຟ້ານິວເຄລຍ
ທີ່ໄດ້ ຮັບຄວາມເສຍຫາຍຈາກແຜ່ນດິນໄຫວນັ້ນ.

ພວກນັກລົງທຶນມີຄວາມວິຕົກກັງວົນກ່ຽວກັບຄວາມເສັຍ
ຫາຍທາງດ້ານເສດຖະກິດຈາກໄພແຜ່ນດິນໄຫວແລະສຸນາມິ
ທີ່ເກີດຂຶ້ນໃນວັນສຸກແລ້ວ ຊຶ່ງໄດ້ສົ່ງຜົນກະທົບເຮັດໃຫ້ດັດ
ຊະນີ Nikkei ຕົກລາຄາຫຼາຍກວ່າ 10% ໃນຕອນປິດ
ຕະຫຼາດຂອງອັງຄານມື້ນີ້ ຊຶ່ງເປັນການຕົກລາຄາຫຼາຍທີ່
ສຸດເປັນປະວັດການພາຍໃນໄລຍະນຶ່ງມື້. ການຕົກລາຄາ
ອງຮຸ້ນ ມີຂຶ້ນລຸນຫຼັງການຂາຍຮຸ້ນອອກຫຼາຍກວ່າ 6% ໃນວັນຈັນວານນີ້.

ຕະຫຼາດຮຸ້ນອື່ນໆໃນເອເຊຍກໍຕົກລາຄາຢ່າງຫຼວງຫຼາຍເຊັ່ນກັນ.

ລັດຖະບານຍີ່ປຸ່ນໄດ້ພະຍາຍາມທີ່ຈະໃຫ້ການຄໍ້າປະກັນຕໍ່ຕະຫຼາດຮຸ້ນແລະທຸລະກິດຕ່າງໆ
ຫຼັງຈາກໄດ້ເກີດໄພພິບັດຂຶ້ນ ໂດຍໄດ້ທຸ້ມເງິນຫຼາຍເປັນປະວັດການ ໃນມູນຄ່າ 183 ພັນ
ລ້ານເຂົ້າໃສ່ຕະຫຼາດການເງິນ ໃນວັນຈັນວານນີ້ ແລະໄດ້ເພີ່ມເງິນອີກໃນຈໍານວນ 61 ພັນ
ລ້ານໂດລາເຂົ້າໃສ່ລະບົບການເງິນໃນວັນອັງຄານມື້ນີ້.

ທາງລັດຖະບານຍັງຮັກສາອັດຕາດອກເບັ້ຍຂອງການກູ້ຢືມໃຫ້ຄົງຕົວ ຢູ່ໃນລະດັບທີ່ຕໍ່າຫຼາຍ ແລະກໍດຳເນີນອີກບາດກ້າວນຶ່ງ ເພື່ອໃຫ້ເປັນທີ່ແນ່ນອນວ່າ ທາງທະນາຄານຕ່າງໆມີເງິນ
ໝູນວຽນເພີ່ມຕື່ມ ສຳລັບກິດຈະການຕ່າງໆແລະການບູລະນະສ້າງສາປະເທດຄືນໃໝ່.

XS
SM
MD
LG