ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

​ທ່ານ Aso ຖອນ​ ການ​ໃຫ້​ຄວາມ​ເຫັນ ກ່ຽວກັບ Nazi ​ເຢຍຣະມັນ (ວີດີໂອ)


ຮອງ​ນາຍົກລັດຖະມົນຕີຂອງ​ຍີ່ປຸ່ນ ທ່ານ Taro Aso, 19 ເມສາ 2013.
ຮອງ​ນາຍົກລັດຖະມົນຕີຂອງ​ຍີ່ປຸ່ນ ທ່ານ Taro Aso, 19 ເມສາ 2013.
ຮອງ​ນາຍົກລັດຖະມົນຕີຂອງ​ຍີ່ປຸ່ນ ​ໄດ້​ຖອນ​ການ​ໃຫ້​ຄວາມ​ເຫັນ
ທີ່​ເປັນ​ບັນຫາ​ໂຕ້​ແຍ້​ງ ທີ່​ທ່ານ​ໄດ້ແນະ​ນໍາ​ວ່າ ກຸງ​ໂຕ​ກຽວສາມາດ
​ຖອດ​ຖອນ​ບົດຮຽນຈາກພວກ Nazi ​ເຢຍຣະ​ມັນໃນ​ການດັດແກ້
ລັດຖະທໍາ​ມະນູນທີ່​ຮັກ​ສັນຕິ​ຂອງ​ຍີ່ປຸ່ນ​ນັ້ນ.

ທ່ານ Tara Aso ​ໄດ້​ກ່າວ​ໃນ​ວັນ​ພະຫັດ​ມື້​ນີ້ວ່າ ທ່ານ​ຮູ້ສຶກ​ເສຍໃຈ
ຕໍ່​ຄໍາເວົ້າ​ຂອງ​ທ່ານທີ່​ພາ​ໃຫ້​ເກີດ​ຄວາມເຂົ້າ​ໃຈຜິດໂດຍ​ໃຫ້ການ​
ຄໍ້າປະກັນ​ຕໍ່​ພວກ​ນັກ​ຂ່າວວ່າ ທ່ານ​ມີ​ມຸມມອງ​ໃນ​ທາງ​ລົບ​ທີ່​ແຂງ
​ຂັນຕໍ່ລັດ​ຖະບານ Nazi ​ເຢຍຣະມັນນັ້ນ.

ທ່ານ Aso ຜູ້​ທີ່​ຍັງ​ດໍາລົງ​ຕໍາ​ແໜ່​ງ​ເປັນ​ລັດຖະມົນຕີ​ກະຊວງ​ການ​
ເງິນນຳ​ນັ້ນ ​ໄດ້ໃຫ້​ຄວາມ​ເຫັນໃນຂະນະທີ່ກ່າວຄໍາ​ປາ​ໄສ​ ​ໃນ​ມື້ວັນ​ຈັນ​ຜ່ານ​ມາ​ນີ້ວ່າ ຍີ່​ປຸ່ນ
ສາມາດ​ຮຽນ​ຮູ້​ຈາກ​ຍຸດ​ທະ​ວິທີ​ຂອງ​ພວກ Nazi ທີ່ທ່ານ​ເວົ້າວ່າ ​ສາມາດ​ປ່ຽນ​ກົດ​ລັດຖະ
ທໍາ​ມະນູນຂອງ​ເຢຍຣະມັນ ກ່ອນ​ທີ່​ທຸກ​ຄົນ​ຮູ້​ກັນ.

ການ​ໃຫ້​ຄວາມ​ເຫັນ​ດັ່ງກ່າວ​ ​ໄດ້​ຖືກ​ຕຳ​ໜິຕິຕຽນ​ຢ່າງ​ກວ້າ​ງຂວາງ ຈາກ​ບັນດາປະ​ເທດ​
ເພື່ອນ​ບ້ານຂອງ​ຍີ່ປຸ່ນ ​ແລະ​ບັນດາ​ກຸ່​ມ​ປົກ​ປ້ອງ​ສິດ​ທິມະນຸດຈຳນວນ​ນຶ່ງ​.

ສູນ​ກາງ Simon Wiesenthal ຊຶ່ງ​ເປັນກຸ່​ມ​ປົກ​ປ້ອງ​ສິດ​ທິມະນຸດຂອງຊາວ Jew ໄດ້​ອອກ
​ຖະ​ແຫຼງຂ່າວ​ສະບັບ​ນຶ່ງ ກ່າວ​ວ່າ ບໍ່​ມີບົດຮຽນ​ໃນ​ທາງ​ບວກ​ໃດໆ ທີ່​ຈະ​ໄດ້​ຮຽນ​ຮູ້ຈາກ​
ລັດຖະບານ​ຂອງພວກ Nazi ດອກ ທີ່ອົງການ​ດັ່ງກ່າວ​ເວົ້າວ່າໄດ້​ເປັນ​ເຫດ​ໃຫ້ທັງ​ໂລກ​
ຕົກລົງ​ສູ່​ອະ​ເວ​ຈີໃນ​ປາງ​ສົງຄາ​ມ​ໂລກຄັ້ງ​ທີ 2 ນັ້ນ. ​

​ເກົາຫຼີ​ໃຕ້​ແລະ​ຈີນ ຊຶ່ງ​ໄດ້​ຮັບ​ເຄາະ​ຢ່າງ​ຮ້າຍ​ແຮງ​ຈາກ​ການ​ຮຸກ​ຮານ​ລ່າ​ຫົວ​ເມືອງ​ຂຶ້ນຂອງ​
ຍີ່ປຸ່ນ ​ໃນ​ຊ່ວງ​ກ່ອນ​ສົງຄາມ​ນັ້ນ ຕ່າງ​ກໍ​ໄດ້ປະນາມ​ຢ່າງ​ແຂງ​ຂັນ​ຕໍ່​ການ​ໃຫ້​ຄວາມ​ເຫັນ​ດັ່ງກ່າວ. ​

ກະຊວງ​ການ​ຕ່າງປະ​ເທດ​ຂອງຈີນ ​ເອີ້ນ​ຄໍາ​ເວົ້າດັ່ງກ່າວ​ນີ້​ວ່າ “ເປັນ​ທີ່​ໜ້າ​ຕົກ​ໃຈແລະ​ຮຽກ
ຮ້ອງ​ໃຫ້​ຍີ່ປຸ່ນສະທ້ອນ​ເຖິງ​ປະວັດ​ສາດ​ຂອງ​ຕົນ​ໃນ​ອະດີດ.”
ສ່ວນ​ກະຊວງ​ການ​ຕ່າງ
ປະ​ເທດ​ຂອງ ​ເກົາຫລີ​ໃຕ້​ກ່າວ​ວ່າ ​ຄຳ​ເວົ້າທີ່​ວ່າ​ນີ້ “​ແນ່​ນອນເປັນ​ທີ່​ຈະ​ແຈ້ງ​ວ່າ ​ມັນ​ເຮັດ​
ໃຫ້​ທຸກ​ຄົນ​ເຈັບ​ປວດ.”


​ໃນ​ຂະນະ​ດຽວ​ກັນ ລັດຖະບານ​ທີ່​ນິຍົມ​ແນວທາງ​ເດີມ​ຂອງ​ນາຍົກລັດຖະມົນຕີ ທ່ານ Zhinzo
Abe ​ໄດ້​ເອົາ​ຕົວ​ອອກຫ່າງຈາກ​ກາ​ນ​ໃຫ້​ຄວາມ​ເຫັນຂອງ​ທ່ານ Aso. ຫົວໜ້າ​ກອງ​ເລຂາ​
ປະ​ຈໍາລັດຖະບານ ທ່ານ Yoshihide Suga ​ໄດ້​ກ່າວ​ໃນ​ວັນ​ພະຫັດ​ມື້​ນີ້ວ່າ ລັດຖະບານ​ຂອງ
​ທ່ານAbe ນັ້ນ ​ແມ່ນ​ວ່າ “ບໍ່​ເຄີຍ​ມີ​ມຸມ​ມອງ ​ກ່ຽວກັບ​ອຳນາດປົກຄອງ Nazi ໃນ​ທາງ​
ບວກ​ເລີຍ.”


JAPAN POLITICS SOTVO.mov
please wait

No media source currently available

0:00 0:01:01 0:00
XS
SM
MD
LG