ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຍີ່ປຸ່ນ ຕຽມພ້ອມ ທາງທະຫານ ເພື່ອຮັບມື ກັບການທ້າທາຍ ຂອງຈີນ (ວີດິໂອ)


ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Shinzo Abe ກໍາລັງ
ເດີນກວດກອງທະຫານ
ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Shinzo Abe ກໍາລັງ ເດີນກວດກອງທະຫານ
ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Shinzo Abe ກ່າວ​ວ່າ ປະເທດ
ຂອງທ່ານ ຈະເພີ່ມການຕຽມພ້ອມທາງການທະຫານ ຍ້ອນອັນທີ່
ທ່ານເອີ້ນວ່າ ການທ້າ​ທາຍ​ເກາະ​ຜິດຊໍ້າ​ແລ້ວ​ຊໍ້າ​ອີກ ຕໍ່ກຸງໂຕ
ກ​ຽວ.

ທ່ານ Abe ຍັງກ່າວ​ອ້າງ ​ເຖິງ​ສະພາບ​ຄວາມ​ໝັ້ນຄົງ​ທີ່​ຊຸດ​ໂຊມ​
ລົງ​ຂອງ​ຂົງ​ເຂດ ​ໃນ​ການ​ໃຫ້​ຄວາມ​ເຫັນ ໃນວັນພະຫັດມື້ນີ້
ຕໍ່​ພວກ​ເຈົ້າໜ້າ​ທີ່ຂັ້ນສູງຂອງ​ກະຊວງ​ປ້ອງ​ກັນ​ປະ​ເທດ ຫລັງຈາກ
ທີ່ໄດ້ກວດກາ ກອງ​ກຳລັງ​ປ້ອງກັນຕົວ ຂອງຍີ່ປຸ່ນ.

ຍີ່ປຸ່ນແລະຈີນ ກຳລັງ​ຜິດຂ້ອງຕ້ອງຖຽງ​ກັນ ກ່ຽວ​ກັບ​ໝູ່​ເກາະ​
ໃນ​ເຂດ​ທະ​ເລ​ຈີນ​ຕາ​ເວັນ​ອອກ ທີ່​ປະ​ເທດ​ທັງ​ສອງ​ຕ່າງ​ກໍ​ອ້າງ​ກຳມະສິດ. ການ​ລາດຕະ​ເວນ
​ເພີ່ມຂຶ້ນຂອງ​ຈີນ​ແລະ​ຍີ່ປຸ່ນ ທັງ​ທາງທະ​ເລ​ແລະ​ທາງ​ອາກາດ​ຢູ່​ໃນ​ເຂດ​ດັ່ງກ່າວ ​ໄດ້​ພາ​ໃຫ້​
ເກີດ​ຄວາມ​ວິຕົກ​ກັງວົນ​ຢ້ານ​ວ່າ ອາດ​ຈະ ​ເກີດ​ການ​ປະ​ທະ​ກັນ​ທາງ​ທະຫານ​ຂຶ້ນ.

ກຸງ​ປັກ​ກິ່ງໄດ້ໂກດແຄ້ນ ຕໍ່ການ​ເອົາ​ທ່າ​ທີ​ຢ່າງ​ໜັກ​ແໜ້ນກ່ຽວ​ກັບ​ໝູ່​ເກາະ​ທີ່​ວ່າ​ນີ້. ນອກ​ນນັ້ນ
ກຸງ​ປັກ​ກິ່ງ​ຍັງເປັນຫ່ວງ ກ່ຽວ​ກັບ​ການ​ໃຫ້ຄວາມເຫັນຜ່ານ​ມາ ຂອງທ່ານ Abe ທີ່​ຈະປ່ຽນ​ລັດ
ຖະທຳ ມະນູນ​ແບບ​ຮັກ​ສັນຕິ​ຂອງ​ຍີ່ປຸ່ນ ທີ່​ຮ່າງໂດຍ​ສະຫະລັດ ຫລັງ​ຈາກ​ສົງຄາມ​ໂລກ​ຄັ້ງ
ທີ​ສອງ​ນັ້ນ.

ໃນຄຳ​ປາ​ໄສຂອງທ່ານ ໃນວັນພະຫັດມື້ນີ້ ທ່ານ Abe ​ເວົ້າວ່າ ການ​ເປັນ​ພັນທະ​ມິດ​ໃນ​
ເວລາ​ນີ້ ຂອງ​ຍີ່ປຸ່ນ​ກັບ​ວໍ​ຊິງ​ຕັນ ​ແມ່ນ​ໃຫ້​ຜົນ​ປະ​ໂຫຍ​ດ ​ແຕ່​ກໍ​ຈຳ​ເປັນ​ຕ້ອງ​ໄດ້​ມີ​ການ​ເອົາ​
ບາດກ້າວ​ເພີ້ມ ຕື່ມ ​ເພື່ອ​ໃຫ້​ເປັນ​ທີ່​ແນ່​ໃຈ​ວ່າ​ຍີ່ປຸ່ນ​ສາມາດ​ປ້ອງ​ກັນ​ຕົນ​ເອງ​ໄດ້ໃນ​ອະນາຄົດ.

JAPAN ABE MILITARY SOTVO.mov
please wait

No media source currently available

0:00 0:00:58 0:00
XS
SM
MD
LG