ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໘ ພຶດສະພາ ໒໐໒໔

ຍີ່ປຸ່ນປະກາດລົງໂທດອິຣ່ານອີກ


ຍີ່​ປຸນ​ປະກາດ​ລົງ​ໂທດ​ຕໍ່​ອິຣ່ານ​ໃນ​ວັນ​ອັງຄານ​ມື້​ນີ້ ຍ້ອນ
ໂຄງການ​ນີວ ເຄລຍຂອງ​ອິຣ່ານນັ້ນ ​ໃນ​ການ​ປະຕິບັດ​
ຕາມມ​ະຕິ​ຂອງ​ສະຫະ​ປະຊາ​ຊາດ ​ແລະ​ກ່າວ​ວ່າ ຍີ່ປຸ່ນ​
ວາງ​ແຜນ​ທີ່​ຈະ​ປະກາດ​ເອົາ​ມາດ​ຕະການ​ລົງ​ໂທດ​ຕື່ມ​ອີກ​
ໃນ​ທ້າຍ​ເດືອນ​ນີ້.

ຄະນະ​ລັດຖະບານ​ຂອງ​ນາຍົກລັດຖະມຸນຕີ Naoto Kan
ປະກາດເອົາ​ມາດ​ຕະການ​ເຫລົ່າ​ນີ້ ​ໃນ​ຂະນະທີ່​ທ່ານ Robert Einhorn ​ທີ່​ປຶກສາ​ພິ​ເສດ​ວ່າ​ດ້ວຍ​ການ​ຫ້າມ ແຜ່ຜາຍ​ອາວຸດ​ນີວ​ເຄລຍ​ ແລະ​ການຄວບຄຸມ​ອາວຸດ​ປະ​ຈໍາ​ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ ກໍາລັງ​ເດີນທາງມຸ້ງ​ໜ້າ​ໄປ​ສູ່​ກຸງ​ໂຕ​ກຽວ ​ໃນ​ການ​ຢ້ຽມຢາມ​ຂົງ​ເຂດ​ເອເຊຍ​ຕາ​ເວັນ​ອອກ​.

ການ​ລົງ​ໂທດ​ຂອງ​ຍີ່ປຸ່ນ ​ແມ່ນ​ຮວມທັງ​ການ​ຍຶດຊັບ​ສິນ​ຂອງ​ອົງການຕ່າງໆ 40 ອົງການ​ຂອງ​ ອິຣ່ານ ​ແລະຂອງ​ຊາວ​ອິຣ່ານຄົນ​ນຶ່ງ​ທີ່ສົງໄສ​ວ່າ ພົວພັນ​ໃນ​ການ​ພັດທະນາ ​ນີວ​ເຄລຍ​ແລະ​ລູກ​ສອນ​ໄຟ.

ທ່ານ Yoshito Sengoku ຫົວໜ້າ​ໂຄສົກ​ລັດຖະບານ​ຍີ່ປຸ່ນກ່າວ​ວ່າ ບັນດາ​ເຈົ້າ​ໜ້າ​ທີ່ ຈະເຮັດ​ບັນຊີບາດກ້າວ​ຕ່າງໆ​ທີ່​ບໍ່​ກ່ຽວ​ພັນ​ກັນອອກ​ມາ ຄື​ກັນ​ກັບທີ່​ສະຫະລັດ​ແລະບັນດາ​ປະ ​ເທດ​ໃນ​ສະຫະພາບ​ຢູ​ໂຣບ​ໄດ້​ເຮັດກັນນັ້ນ ພາຍ​ໃນ​ເດືອນ​ນີ້​ ຢ່າງ​ໄວ​ທີ່​ສຸດ.

ບັນດາ​ລັດຖະມຸນຕີ​ການ​ຕ່າງປະ​ເທດ​ຂອງ​ສະຫະພາບ​ຢູ​ໂຣບ ​ໄດ້​ຮັບເອົາ​ມາດ​ຕະການລົງ​ໂທດ​ຕ່າງໆ​ ໃນ​ສັບປະດາ​ຜ່ານ​ມາ​ນີ້ ​ທີ່ແນ​ເປົ້າ​ໝາຍ​ໃສ່​ວົງ​ການ​ນໍ້າມັນ​ ແລະ​ແກ​ສຂອງ​ອິຣ່ານ ໜັກ​ກວ່າການ​ລົງ​ໂທດເທື່ອ​ຫລ້າ​ສຸດຂອງ​ສະຫະ​ປະຊາ​ຊາດ​ອີກ.

XS
SM
MD
LG