ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ກຳ​ປັ່ນ​ລົບ ຍີ​ປຸ່ນ ມຸ່ງ​ໜ້າ​ສູ່ ອອ​ສ​ເຕ​ຣ​ເລຍ ເພື່ອ​ການ​ຢ້ຽມ​ຢາມ ຄັ້ງ​ປະ​ຫວັດ​ສາດ


ພວກ​ລູກ​ເຮືອ ກຳ​ປັ່ນລົບ Umigiri ​ຂອງ​ຍີ່​ປຸ່ນ ຢືນ​ຢູ່​ເທິງ​ກຳ​ປັ່ນ ທີ່​ມີ​ທຸງ​ກຳ​ລັງ​ປ້ອງ​ກັນ​ໂຕ ທາງ​ທະ​ເລ​ຂອງ​ຍີ່​ປຸ່ນ ແລະ​ທຸງອອ​ສ​ເຕ​ຣ​ເລຍ ກ່ອນ​ການ​ຊ້ອມ​ລົບ​ຮ່ວມ ລະ​ຫວ່າງ​ກຳ​ລັງ ຂອງ​ປະ​ເທດ​ທັງ​ສອງ ທີ່​ຖານ​ທັບ​ເຮືອ ຢູ່​ເກາະ Garden ​ນະ​ຄອນ​ຊິດ​ນີ.
ພວກ​ລູກ​ເຮືອ ກຳ​ປັ່ນລົບ Umigiri ​ຂອງ​ຍີ່​ປຸ່ນ ຢືນ​ຢູ່​ເທິງ​ກຳ​ປັ່ນ ທີ່​ມີ​ທຸງ​ກຳ​ລັງ​ປ້ອງ​ກັນ​ໂຕ ທາງ​ທະ​ເລ​ຂອງ​ຍີ່​ປຸ່ນ ແລະ​ທຸງອອ​ສ​ເຕ​ຣ​ເລຍ ກ່ອນ​ການ​ຊ້ອມ​ລົບ​ຮ່ວມ ລະ​ຫວ່າງ​ກຳ​ລັງ ຂອງ​ປະ​ເທດ​ທັງ​ສອງ ທີ່​ຖານ​ທັບ​ເຮືອ ຢູ່​ເກາະ Garden ​ນະ​ຄອນ​ຊິດ​ນີ.

ນັບ​ເປັນ​ເທື່ອ​ທຳ​ອິດ ທີ່​ກຳ​ປັ່ນ​ລົບ​ຈາກກອງ​ທັບ​ເຮືອ​ຍີ່​ປຸ່ນ ຈະ​ເຂົ້າ​ຮ່ວມ​ການ​ຊ້ອມ​ລົບ​ທາງ​ທະ​ຫານ ຢູ່​ໃນ​ເຂດ​ນ່ານ​ນ້ຳ​ຂອງອອ​ສ​ເຕ​ຣ​ເລຍ. ພວກ​ນັກວິ​ເຄາະ​ກ່າວ​ວ່າ ມັນ​ເປັນ​ຮ່ອງ​ຮອຍ​ຂອງ​ການ​ຮ່ວມ​ມື​ກັນ​ເພີ້ມ​ຂຶ້ນ ໃນ​ສາຍ​ພົວພັນ​ດ້ານ​ປ້ອງ​ກັນ​ປະ​ເທດ​ ລະ​ຫວ່າງ​ບັນ​ດາ​ປະ​ເທດ​ພາ​ຄີ​ ໃນ​ເຂດ​ເອ​ເຊຍ​ປາ​ຊີຟິກ. ໃນ​ອາ​ທິດ​ແລ້ວນີ້ ລັດ​ຖະ​ບານອອ​ສ​ເຕ​ຣ​ເລຍ ​ໄດ້​ຖືກ​ຕ້ອງ​ຕິ ຍ້ອນ​ບໍ່​ໄດ້​ມີການ​ເຕືອນ​ລ່ວງ​ໜ້າກ່ຽວ​ກັບ​ການ​ແວ່​ຢ້ຽມ​ຢາມ ​ທີ່​ນະ​ຄອນຊິດ​ນີຂອງ​ກຳປັ່ນ ​ລົບ​ຈີນ. Phil Mercer ມີ​ລາຍ​ງານ​ເລື້ອງ​ນີ້ຈາກ​ຊິດ ຊຶ່ງໄພ​ສານ ຈະນຳເອົາ ລາຍລະອຽດ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ທຸກໆ​ສອງ​ປີ ກອງ​ທັບ​ສະ​ຫະ​ລັດ ແລະ​ອອ​ສ​ເຕ​ຣ​ເລຍ ຈະ​ເຂົ້າ​ຮ່ວມ​ການ​ຊ້ອມ​ລົບ​ທາງ​ທະ​ຫານ ທີ່​ມີ​ຊື່​ວ່າ Talisman Sabre. ການ​ຊ້ອມ​ລົບ​ດັ່ງ​ກ່າວສ່ວນ​ໃຫຍ່​ແລ້ວ ແມ່ນ​ຈະ​ມີ​ຂຶ້ນ​ໃນ​ພາກ​ເໜືອ ແລະ​ພາກ​ຕາ​ເວັນ​ອອກ ຂອງອອ​ສ​ເຕ​ຣເລຍ.

ໃນ​ປີນີ້ ກອງ​ກຳ​ລັງ​ປ້ອງ​ກັນ​ປະ​ເທດ​ຈາກ​ນິວ​ຊີ​ແລນ ກາ​ນາ​ດາ ແລະ​ອັງ​ກິດ​ຈະເຂົ້າ​ຮ່ວມ​ໃນ​ການ​ຊ້ອມ​ລົບ. ນັບ​ເປັນ​ເທື່ອ​ທຳ​ອິດ ທີ່ກອງ​ທັບ​ເຮືອ​ຍີ​ປຸ່ນ ຈະ​ເຂົ້າຮ່ວມ​ໃນ​ການຝຶກ​ຊ້ອມດັ່ງ​ກ່າວທີ່​ແນ​ໃສ່​ເພື່ອ​ສົ່ງ​ເສີມ​ໃຫ້​ມີ​ການ​ຮ່ວມ​ມື​ກັນ​ເພີ້ມ​ຂຶ້ນໃນ​ການ​ປ້ອງ​ກັນ​ປະ​ເທດ​ແລະ​ການ​ຮວມ​ຕົວ​ຂອງ​ກຳ​ລັງພັນ​ທະ​ມິດ.

ອອ​ສ​ເຕ​ຣ​ເລຍ ​ແລະ​ສະ​ຫະ​ລັດ ມີ​ຂໍ້​ຕົກ​ລົງ​ທາງ​ທະ​ຫານ ຢ້ອນ​ຄືນ​ໄປ​ຫາ​ຊຸມ​ປີ 1950 ແລະ​ປະ​ເທດ​ທັງ​ສອງ ​ພວມ​ຊອກ​ຫາ​ຊ່ອງ​ທາງ ເພື່ອ​ໃຫ້​ມີ​ຄວາມ​ສຳ​ພັນທາງ​ທະ​ຫານ​ເພີ້ມ​ຂຶ້ນ ກັບ​ໂຕ​ກຽວ ຊຶ່ງ​ເປັນ​ສັດ​ຕູ​ຂອງ​ປະ​ເທດ​ທັງ​ສອງ ໃນ​ສະໄໝ​ສົງ​ຄາມ​ໂລກ​ຄັ້ງ​ທີ 2 ນັ້ນ.

ດ​ຣ. ຈອນ ລີ (John Lee) ຈາກ​ສູນ​ກາງ​ການ​ສຶກ​ສາ​ຂອງ​ສະ​ຫະ​ລັດ ທີ່​ນະຄອນ​ຊິດ​ນີ ກ່າວ​ກ່ຽວ​ກັບ​ເລື້ອງນີ້​ວ່າ:

“ພວກ​ທ່ານ​ພວມມອງ​ເຫັນ​ວ່າມີ​ການ​ຮ່ວມ​ມື​ເພີ້ມ​ຂຶ້ນ​ທາງ​ດ້ານ​ຍຸດ​ທະ​ສາດທາງດ້ານ
ທະ​ຫານ ທາງ​ດ້ານ​ປ້ອງ​ກັນ​ປະ​ເທດ ແລະ ​ດ້ານ​ສືບ​ລັບ ລະ​ຫວ່​າງ​ ປະ​ເທດ​ເຫຼົ່າ​ນີ້.
ນອກນັ້ນ ພວກ​ທ່ານ​ຍັງ​ສາ​ມາດ​ພະ​ນັນ​ໄດ້​ວ່າຈະ​ມີ​ການ​ໃຫ້​ຄວາມ​ສະ​ໜັບ​ສະໜຸນ​
ເພີ້ມ​ຂຶ້ນ​ຂອງ​ປະຊາ​ຊົນ ຕໍ່​ເຮືອ​ລົບ​ຂອງ​ຍີ​ປຸ່ນ ແລະ​ການ​ຊ້ອມ​ລົບ​ ກັບ​ກຳ​ປັ່ນລົບ​ຍີ
​ປຸ່ນ ເມື່ອ​ປຽບ​ທຽບ​ໃສ່​ສະ​ຖາ​ນະ​ການ​ ເວ​ລາ​ກຳ​ປັ່ນ​ລົບ​ ຂອງກອງ​ທັບ​ປົດ​ປ່ອຍ​ປະ​
ຊາ​ຊົນ​ຈີນ ໄດ້​ປາ​ກົດ​ຕົວ​ຢ່າງ​ກະ​ທັນ​ຫັນ​ທີ່​ນະ​ຄອນ​ຊິດ​ນີ.”

ລັດ​ຖະ​ບານອອ​ສ​ເຕ​ຣ​ເລຍ​ໄດ້​ຖືກ​ຕ້ອງ​ຕິ​ຢ່າງ​ໜັກ ທີ່​ບໍ່​ໄດ້​ປະ​ກາດ​ໃຫ້​ຊາບ​ລ່ວງ​ໜ້າ​ທີ່​ກຳ​ປັ່ນ​ລົບ​ຈີນ 3 ລຳ​ຈະ​ແລ່ນ​ເຂົ້າ​ໄປ​ໃນ​ອ່າວ​ຊິດ​ນີ ໃນ​ຕົ້ນ​ເດືອນນີ້ ແບບ​ບໍ່ມີ​ແຜນ​ລ່ວງ​ໜ້າ ເພື່ອ​ຢຸດ​ແວ່ 4 ວັນ.

ພວກ​ນັກ​ວິ​ເຄາະ​ກ່າວ​ວ່າ ເຈົ້າ​ໜ້າ​ທີ່​ຈີນ ​ຈະ​ຕິດ​ຕາມ​ເບິ່ງ​ ກາ​ນ​ຊ້ອມ​ລົບ Talis-man Sabre ໃນ​ເດືອນນີ້. ການ​ຝຶກ​ຊ້ອມ​ສ່ວນ​ໃຫຍ່ຊຶ່ງ​ເລີ້ມ​ຂຶ້ນ​ແຕ່​ທ້າຍ​ເດືອນມິ​ຖຸ​ນາ ຫາ​ຕົ້ນ​ເດືອນ​ສິງ​ຫາ ຈະ​ມີ​ຂຶ້ນ​ໃນ​ບໍ​ລິ​ເວນ​ອ່າວ ​ທີ່​ເປັນ​ຫາດ ຫ້ອມ​ລ້ອມ​ດ້ວຍ​ປ່າ​ໄມ້ໃກ້​ເກັບ​ເມືອງ Rockhampton ໃນ​ລັດ Queensland ທາງ​ພາກ​ກາງ​ຂອງອອ​ສ​ເຕ​ຣ​ເລຍ.

ການ​ຊ້ອມ​ລົບ​ດັ່ງ​ກ່າວ ຈະ​ມີ​ທະ​ຫານ 25,000 ຄົນ​ເຂົ້າ​ຮ່ວມ ໃນການ​ຝຶກ​ຊ້ອມ​ ການ​ປະ​ຕິ​ບັດ​ງານ​ທາງ​ທະ​ເລ ພາກ​ພື້ນ​ດິນ ແລະ​ເທິງ​ອາ​ກາດ.

ເຈົ້າ​ໜ້າ​ທີ່ອອ​ສ​ເຕ​ຣ​ເລຍ​ກ່າວ​ວ່າ ຄວາມ​ສຳ​ພັນ​ກັບ​ຍີ​ປຸ່ນ ແມ່ນ​ເຕີບ​ໂຕ​ຢ່າງ​ເຕັມ​ທີ່​ແລ້ວ​ໃນ​ເອ​ເຊຍ ນັ້ນ​ຄື​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ໃນຄວາມ​ໝາຍ​ໝັ້ນ​ຮ່ວມ​ກັນ​ຕໍ່ປະ​ຊາ​ທິ​ປະ​ໄຕ ສິດ​ທິ​ມະ​ນຸດ ແລະ​ການ​ປົກ​ຄອງ​ດ້ວຍ​ຕົວ​ບົດ​ກົດ​ໝາຍ ຕະ​ຫຼອດທັງ​ຮ່ວມ​ກັນ​ແກ້​ໄຂ​ບັນ​ຫາ​ຄວາ​ມ​ໝັ້ນ​ຄົງ​ລະ​ຫວ່າງ​ປະ​ເທດ​ນຳ​ດ້ວຍ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG