ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ປະກອບການທຸລະກິດຊາວ ຍີປຸ່ນ ບິນສູ່ສະຖານີ ອະວະກາດນານາຊາດ


ຜູ້ກໍ່ຕັ້ງ ໂຊໂຊ ແລະເປັນປະທານຜູ້ບໍລິຫານ ທ່ານຢູຊາກຸ ເມເອະຊາວາ ກ່າວໃນລະຫວ່າງການຖະແຫຼງຂ່າວ ໃນວັນພະຫັດ, 12 ກັນຍາ 2019, ໃນນະຄອນຫຼວງໂຕກຽວ.
ຜູ້ກໍ່ຕັ້ງ ໂຊໂຊ ແລະເປັນປະທານຜູ້ບໍລິຫານ ທ່ານຢູຊາກຸ ເມເອະຊາວາ ກ່າວໃນລະຫວ່າງການຖະແຫຼງຂ່າວ ໃນວັນພະຫັດ, 12 ກັນຍາ 2019, ໃນນະຄອນຫຼວງໂຕກຽວ.

ມະຫາເສດຖີຊາວຍີປຸ່ນ ແລະຜູ້ຖ່າຍທໍາຮູບເງົາຂອງລາວ ໄດ້ບິນອອກສູ່ອະວະກາດໃນມື້ວັນພຸດມື້ນິ້ ໃນຖານະນັກທ່ອງທ່ຽວອະວະກາດຜູ້ທໍາອິດ ໃນເວລາຫຼາຍກວ່ານຶ່ງທົດສະວັດ ທີ່ເດີນທາງໂດຍຈ່າຍເງິນໂຕເອງ. ອີງຕາມລາຍງານຂອງອົງການຂ່າວ AP ຈາກນະຄອນຫຼວງມົສກູ.

ຜູ້ປະກອບການດ້ານເຄື່ອງແຕ່ງກາຍ ທ່ານ ຢູຊາກຸ ເມເອະຊາວາ (Yusaku Maezawa) ແລະຜູ້ຖ່າຍທໍາຮູບເງົາຂອງລາວ ທ່ານ ໂຢໂຊະ ຮິຣາໂນະ (Yozo Hirano) ຜູ້ທີ່ວາງແຜນຈະຖ່າຍທໍາພາລະກິດຂອງລາວ, ຖືກປ່ອຍອອກສູ່ອະວະກາດທີ່ສະຖານີອະວະກາດນານາຊາດ ໃນຍານອະວະກາດ ຣັດເຊຍ ໂຊຢຸສ (Russia Soyuz) ພ້ອມດ້ວຍນັກບິນອະວະກາດຣັດເຊຍ ທ່ານອາເລັກຊານເດີ ມີເຊີຄິນ (Alexander Misurkin).

ທັງສາມຄົນອອກເດີນທາງຕາມກໍານົດເວລາທີ່ 12:30 ນາທີ (0738GMT) ເທິງເຮືອບິນອະວະ ກາດ ໂຊຢຸສ MS-20 ຈາກສູນປ່ອຍຍານອະວະກາດຊັ້ນນໍາ ຂອງຣັດເຊຍ ໄບໂກເນີ (Baikonur) ໃນ ກາຊັກສະຖານ.

ທ່ານ ເມເອະຊາວາ ແລະ ທ່ານ ຮິຣາໂນະ ມີກໍານົດທີ່ຈະໃຊ້ເວລາ 12 ມື້ຢູ່ໃນອະວະກາດ. ທັງສອງຄົນຈະເປັນນັກທ່ອງທ່ຽວຜູ້ທໍາອິດ ໂດຍການຈ່າຍເງິນດ້ວຍຕົນເອງ ທີ່ໄປຢ້ຽມຊົມສະຖານີອະວະກາດນັບຕັ້ງແຕ່ປີ 2009. ລາຄາຄ່າເດີນທາງນັ້ນ ຍັງບໍ່ໄດ້ຮັບການເປີດເຜີຍເທື່ອ.

“ຂ້າພະເຈົ້າຕ້ອງການແນມເບິ່ງໜ່ວຍໂລກຈາກອະວະກາດ. ຂ້າພະເຈົ້າຢາກມີປະສົບການທີ່ຮູ້ສຶກແບບບໍ່ມີນໍ້າໜັກໂຕ,” ທ່ານ ເມເອະຊາວາ ກ່າວໃນລະຫວ່າງຖະແຫຼງຂ່າວກ່ອນການອອກບິນໃນມື້ວັນອັງຄານວານນີ້. “ແລະຂ້າພະເຈົ້າກໍມີຄວາມຄາດຫວັງສ່ວນໂຕເຊັ່ນກັນວ່າ: ຂ້າພະເຈົ້າມີຄວາມຢາກຮູ້ວ່າອະວະກາດຈະປ່ຽນແປງຂ້າພະເຈົ້າແນວໃດ, ຂ້າພະເຈົ້າຈະປ່ຽນເປັນແນວໃດຫຼັງຈາກການບິນທາງອະວະກາດໃນຄັ້ງນີ້.”

ທາງບໍລິສັດທີ່ຈັດຖ້ຽວບິນໃນຄັ້ງນີ້ກ່າວວ່າ ທ່ານ ເມເອະຊາວາ ໄດ້ລວບລວມລໍາດັບຢູ່ 100 ຢ່າງ ທີ່ຈະປະຕິບັດໃນອະວະກາດ ຫຼັງຈາກຂໍຄໍາຄິດເຫັນຈາກສາທະລະນະ. ເຊິ່ງໃນລໍາດັບນັ້ນລວມເຖິງ “ເລື້ອງງ່າຍໆທົ່ວໄປກ່ຽວກັບຊີວິດປະຈໍາວັນ ໄປຫາບາງກິດຈະກໍາມ່ວນໆອື່ນໆ, ລວມເຖິງຄໍາຖາມທີ່ຈິງຈັງຫຼາຍຂຶ້ນນໍາອີກດ້ວຍ,“ ທ່ານ ທອມ ແຊລລີ (Tom Shelley) ປະທານຂອງບໍລິສັດການປະຈົນໄພທາງອະວະກາດ ກ່າວ.

“ຄວາມຕັ້ງໃຈຂອງລາວ ຄືພະຍາຍາມແບ່ງປັນປະສົບການວ່າມີຄວາມໝາຍແນວໃດໃນການດໍາລົງຢູ່ໃນອະວະກາດ ກັບສາທະລະນະທົ່ວໄປ,” ທ່ານ ແຊລລີ ກ່າວກັບສະມາຄົມນັກຂ່າວໃນຕົ້ນປີນີ້.

ທ່ານ ເມເອະຊາວາ ສ້າງລາຍໄດ້ມະຫາສານຂອງລາວຈາກການຂາຍເຄື່ອງແຕ່ງກາຍຍ່ອຍ, ໂດຍເປີດໂຕຫ້າງສັບພະສິນຄ້າທາງອອນໄລນ໌ ໂຊໂຊທາວ (Zozotown) ທີ່ໃຫຍ່ທີ່ສຸດຂອງຍີປຸ່ນ. ເຊິ່ງວາລະສານ ຟອຣ໌ບ (Forbes) ປະເມີນມູນຄ່າລາຍຮັບຂອງລາວຢູ່ທີ່ 2 ຕື້ໂດລາ.

ຜູ້ປະກອບການທ່ານນີ້ ຍັງໄດ້ຈອງຖ້ຽວບິນທີ່ບິນອ້ອມຮອບດວງເດືອນ ໂດຍຍານອະວະກາດຂອງ ທ່ານ ອີລອນ ມັສ (Elon Musk) ທີ່ມີກໍານົດຍັງບໍ່ແນ່ນອນໃນປີ 2023. ເຊິ່ງທ່ານຈະຮ່ວມການເດີນທາງໃນຄັ້ງນັ້ນດ້ວຍຜູ້ຊະນະການແຂ່ງຂັນ 8 ຄົນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG