ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເມືອງ​ນຶ່ງໃນ ຍີ່​ປຸ່ນ ກີດ​ກັ້ນ​ທີວ​ທັດ​ຂອງ​ພູ​ໄຟ ຟູ​ຈິ ຈາກບັນດານັກທ່ອງທ່ຽວ


ນັກ​ທ່ອງ​ທ່ຽວ​ເຕົ້າ​ໂຮມ​ກັນ​ຢູ່​ຕໍ່​ໜ້າ​ຮ້ານ​ຄ້າ​ສະ​ດວກ​ຊື້ Lawson, ເຊິ່ງ​ແມ່ນ​ຈຸດ​ຖ່າຍ​ຮູບ​ທີ່​ໄດ້​ຮັບ​ຄວາມ​ນິ​ຍົມ​ຂອງພູ​ໄຟ ຟູ​ຈິ, 30 ເມ​ສາ 2024.
ນັກ​ທ່ອງ​ທ່ຽວ​ເຕົ້າ​ໂຮມ​ກັນ​ຢູ່​ຕໍ່​ໜ້າ​ຮ້ານ​ຄ້າ​ສະ​ດວກ​ຊື້ Lawson, ເຊິ່ງ​ແມ່ນ​ຈຸດ​ຖ່າຍ​ຮູບ​ທີ່​ໄດ້​ຮັບ​ຄວາມ​ນິ​ຍົມ​ຂອງພູ​ໄຟ ຟູ​ຈິ, 30 ເມ​ສາ 2024.

ອຳ​ນາດ​ການ​ປົກ​ຄອງ​ໃນ​ເມືອງ​ນ້ອຍໆ​ແຫ່ງ​ນຶ່ງ​ຂອງ ຍີ່​ປຸ່ນ ໄດ້​ກີດ​ກັນ​ທີ​ວ​ທັດ​ຂອງ​ພູ​ໄຟ ຟູ​ຈິ ໃນ​ວັນ​ອັງ​ຄານ​ວານນີ້​ດ້ວຍ​ການ​ຕິດ​ຕັ້ງຮົ້​ວ​ຜ້າ​ຢູ່​ຈຸ​ດ​ຊົມ​ວິວ​ທີ່​ຖືກ​ໃຊ້​ໂດຍ​ບັນ​ດາ​ນັກ​ທ່ອງ​ທ່ຽວ​ເພື່ອ​ເບິ່ງ​ພູ​ທີ່​ເປັນ​ສັນ​ຍາ​ລັກ​ນັ້ນ.

ເມືອງ​ດັ່ງ​ກ່າວ​ແມ່ນ​ເຕັມ​ໄປ​ດ້ວຍ​ນັກ​ທ່ອງ​ທ່ຽວ​ນັບ​ຕັ້ງ​ແຕ່ ຍີ່​ປຸ່ນ ໄດ້​ເປີດ​ເຂດ​ຊາຍ​ແດ​ນ​ຂອງ​ເຂົາ​ເຈົ້າ​ຄືນ​ໃຫ້ນັກ​ທ່ອ​ງ​ທ່ຽວ ​ຫລັງ​ຈາກ​ຈຸດ​ສູງ​ສຸດ​ຂອງ​ໂຣກ​ລະ​ບາດ​ໄວ​ຣັ​ສ ໂຄວິດ-19. ປະ​ເທດ​ດັ່ງ​ກ່າວ​ໄດ້​ຕ້ອນ​ຮັບ​ປະ​ຊາ​ຊົນ​ສາມ​ລ້ານ​ຄົນຫຼາຍ​ເປັນ​ສະ​ຖິ​ຕິ​ໃນ​ເດືອນມີ​ນາ ແລະ ເມ​ສາ​ທີ່​ຜ່ານ​ມາ​ ດ້ວຍ​ສະ​ກຸນ​ເງິນ ເຢັນ ຂອງ​ຍີ່​ປຸ່ນ ໄດ້​ຕົກ​ລົງ​ສູ່​ລະ​ດັບ​ທີ່​ຕ່ຳ​ທີ່​ສຸດ, ເຊິ່ງ​ໄດ້ຫຼຸດ​ຜ່ອນ​ຄ່າ​ໃຊ້ຈ່າຍ​ຂອງ​ການ​ເດີນ​ທາງ.

ປະ​ຊາ​ຊົນ​ທີ່​ອາ​ໄສ​ຢູ່​ໃນ​ເມືອງ ຟູ​ຈິ​ຄາ​ວະ​ກູ​ຈິ​ໂກະ ໄດ້​ຕຳ​ໜິ​ວ່າ​ຈຳ​ນວນ​ນັກ​ທ່ອງ​ທ່ຽວ​ທີ່​ເພີ່ມ​ຂຶ້ນເລື້ອຍໆ ​ຢູ່​ໃກ້​ກັບ​ຮ້ານ​ຄ້າ​ສະ​ດວກ​ຊື້​ ໄດ້​ກາຍ​ເປັນ​ສິ່ງ​ທີ່​ໜ້າ ລຳ​ຄານ, ເພາະ​ວ່າ​ເຂົາ​ເຈົ້າ​ປະ​ຕິ​ເສດ​ທີ່​ຈະ​ຖື​ຂີ່​ເຫຍື້ອ​ໄປ​ຖິ້​ມ ແລະ ບໍ່​ປະ​ຕິ​ບັດ​ຕາມກົດ​ລະ​ບຽບ​ການ​ສັນ​ຈອນ, ເຊິ່ງ​ມັກ​ຈະ​ຍ່າງ​ຢູ່​ກາງ​ຖະ​ໜົນ​ເພື່ອ​ຢືນ​ຖ່າຍ​ຮູບ.

ສະ​ພາ​ຂອງ​ເມືອງ​ດັ່ງ​ກ່າວ​ໄດ້​ລົງ​ຄະ​ແນນ​ສຽງ​ໃນ​ເດືອນ​ແລ້ວນີ້ ​ເພື່ອ​ຕິດ​ຕັ້ງ​ສິ່ງ​ກີດ​ຂວາງ​ນັ້ນ, ເຊິ່ງເປັນ​ການ​ຕັດ​ສິນ​ໃຈ​ທີ່​ເຈົ້າ​ໜ້າ​ທີ່​ໃນ​ທ້ອງ​ຖິ່ນ​ອະ​ທິ​ບາຍ​ວ່າ “ໜ້າ​ເສຍ​ໃຈ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG