ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເຈົ້າຂອງກໍາປັ່ນຍີ່ປຸ່ນ ຂໍຂະມາໂທດ ທີ່ເຮັດໃຫ້ນໍ້າມັນຮົ່ວ ຢູ່ນອກຝັ່ງ ຂອງ ເກາະມໍຣິຊີອັສ

ພາບທີ່ສະໜອງໃຫ້ໂດຍທ່ານ Eric Villars ສະແດງໃຫ້ເຫັນວ່າ ນໍ້າມັນກໍາລັງໄຫລອອກມາຈາກກໍາປັ່ນ MV Wakashio, ທີ່ເປັນກໍາປັ່ນຂົນສົ່ງນໍ້າມັນໃນປະລິມານນຫລາຍ ທີ່ແລ່ນໄປຕໍາແກ້ງ ຢູ່ນອກແຄມຝັ່ງ ທາງຕາເວັນອອກສຽງໃຕ້ ຂອງເກາະມໍຣິຊີອັສ ໃນວັນທີ 7 ສິງຫາ, 2020

ເຈົ້າຂອງກໍາປັ່ນຍີ່ປຸ່ນ ທີ່ແລ່ນໄປຕຳແກ້ງ ຢູ່ນອກແຄມ ຝັ່ງຂອງເກາະມໍຣິຊີອັສທີ່ເຮັດໃຫ້ນໍ້າມັນຮົ່ວ 1,000 ໂຕນ ໄດ້ຂໍໂທດຕໍ່ສິ່ງທີ່ພວກນັກອະນຸລັກສິ່ງແວດ ລ້ອມເອີ້ນວ່າ ໄພຫາຍຍະນະທາງດ້ານນິເວດວິທະຍາອັນໃຫຍ່ຫລວງນັ້ນ.

ທ່ານອາກິຮິໂກະ ໂອໂນະ, ຫົວໜ້າຂອງບໍລິສັດຂົນສົ່ງທາງເຮືອມິດຊຸຍ ອອສຄ໌ (Mitsui OSK) ກ່າວໃນວັນອາທິດວານນີ້ ໃນນະຄອນໂຕກຽວວ່າ “ພວກເຮົາຂໍໂທດຢ່າງຫລວງຫລາຍ ແລະຢ່າງເລິກເຊິ່ງສໍາລັບບັນຫາອັນໃຫຍ່ຫລວງທີ່ພວກ ເຮົາໄດ້ກໍ່ໃຫ້ເກີດຂຶ້ນມາ.”

ທ່ານ ໂອໂນະໃຫ້ສັນຍາວ່າ ບໍລິສັດຈະ “ເຮັດທຸກສິ່ງທຸກຢ່າງໃນອໍານາດຂອງ ຕົນ ເພື່ອແກ້ບັນຫານັ້ນ.”

ລັດຖະມົນຕີກະຊວງການຕ່າງປະເທດຂອງຍີ່ປຸ່ນ ໄດ້ປະກາດວ່າ ຕົນກໍາລັງສົ່ງ ທີມງານກູ້ໄພໄປຍັງເກາະມໍຣິຊີອັສ.

ກະຊວງດັ່ງກ່າວເວົ້າວ່າ “ພວກເຮົາຫວັງວ່າ ການຊ່ວຍເຫລືອອັນນີ້ ຈະປະກອບ ສ່ວນເຂົາໃນການຟື້ນຟູສິ່ງແວດລ້ອມຂອງມໍຣິຊີອັສແລະປ້ອງກັນທະເລບໍ່ໃຫ້ມີມົນ ລະພິດໄດ້.”

ຝຣັ່ງກໍໄດ້ສົ່ງການຊ່ວຍເຫລືອໄປໃຫ້ ເຊັ່ນກັນ. ເກາະມໍຣິຊີອັສ ທີ່ຢູ່ໃນມະຫາ ສະໝຸດອິນເດຍ ເປັນອະດີດຫົວເມືອງຂຶ້ນຂອງຝຣັ່ງ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG