ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ນາຍົກລັດຖະມົນຕີຍີ່ປຸ່ນ ສັບປ່ຽນ ຄະນະລັດຖະມົນຕີ


ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Yoshihiko Noda ສັບປ່ຽນ ລັດຖະມົນຕີ ຈໍານວນນຶ່ງ, ວັນທີ 1 ຕຸລາ 2012.
ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Yoshihiko Noda ສັບປ່ຽນ ລັດຖະມົນຕີ ຈໍານວນນຶ່ງ, ວັນທີ 1 ຕຸລາ 2012.
ນາຍົກລັດຖະມົນຕີຍີ່ປຸ່ນ ໄດ້ສັບຊ້ອນຄະນະລັດຖະບານ ເປັນຄັ້ງ
ທີ່ສາມ ນັບຕັ້ງແຕ່ໄດ້ເຂົ້າກໍາຕໍາແໜ່ງມາແຕ່ປີກາຍນີ້ ໃນຂະນະ
ທີ່ທ່ານພະຍາຍາມຊຸກຍູ້ການສະໜັບສະໜຸນລັດຖະບານ ກ່ອນ
ການເລືອກຕັ້ງທີ່ຄາດວ່າຈະມີການຈັດຂື້ນນັ້ນ.


ນາຍົກລັດຖະມົນຕີ Yoshihiko Noda ໄດ້ປະກາດຊື່ຄະນະລັດ
ຖະບານໃໝ່ ໃນວັນຈັນມື້ນີ້ ພ້ອມກັບກ່າວວ່າການສັບຊ້ອນຈະ
ຊ່ວຍໃຫ້ລັດຖະບານແລະພັກຂອງລັດຖະບານ ເຮັດວຽກຮ່ວມກັນ
ໄດ້ ເພື່ອຫາທາງແກ້ໄຂບັນຫາພາຍໃນ ແລະບັນຫາທາງດ້ານ
ການທູດຕ່າງໆ.

ການສະໜັບສະໜຸນຂອງປະຊາຊົນ ແກ່ລັດຖະບານຂອງທ່ານ
ໄດ້ລຸດລົງ ໃນຂະນະທີ່ນາຍົກລັດຖະມົນຕີຊຸກຍູ້ໃຫ້ມີການເກັບພາສີຊື້ສິນຄ້າ ຂື້ນເປັນ
ສອງເທົ່າໂຕ.

ນອກນີ້ຍີ່ປຸ່ນຍັງໄດ້ມີບັນຫາຜິດຖຽງດ້ານການທູດກັບຈີນກ່ຽວກັບເລື້ອງການເປັນເຈົ້າຂອງ
ໝູ່ເກາະ ໃນເຂດທະເລຈີນຕາເວັນອອກນັ້ນ.

ການສັບຊ້ອນຄະນະລັດຖະບານ ແມ່ນຮວມທັງການແຕ່ງຕັ້ງບັນດາລັດຖະມົນຕີ ການເງິນ
ນະໂຍບາຍປະເທດ ແລະການສຶກສາ ຄົນໃໝ່. ສ່ວນລັດຖະມົນຕີການຕ່າງປະເທດ ແລະລັດຖະມົນຕີປ້ອງກັນປະເທດນັ້ນ ຍັງກໍາໜ້າທີ່ເດີມ.

ຍີ່ປຸ່ນຈະຕ້ອງຈັດການເລືອກຕັ້ງທົ່ວໄປຂຶ້ນ ພາຍໃນນຶ່ງປີ ແຕ່ນາຍົກລັດຖະມົນຕີ Noda ໄດ້ກ່າວວ່າ ມັນຈະເກີດຂື້ນ “ໃນລະຍະໃກ້ໆນີ້.”
XS
SM
MD
LG